ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ ເປີດຝຶກອົບຮົມວຽກງານພັກ-ພະນັກງານ  ແລະ ວຽກງານການເມືອງ ໄລຍະສັ້ນ ຊຸດທີ I ໃນວັນທີ 20 ມິຖຸນາ 2022, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກົມ, ຫ້ອງ-ສູນ, ຄະນະພະແນກຜູ້ເຮັດວຽກພັກ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.

ໃນພິທີ, ພົຈວ ນິລະວົງ ເຈືອງຕະວະລາດ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ທັງເປັນ ປະທານຊຸດຝຶກອົບຮົມ ໄດ້ກ່າວເປີດຊຸດຝຶກອົບຮົມຄັ້ງນີ້ ວ່າ:

ຊຸດຝຶກອົບຮົມຈັດຂຶ້ນເພື່ອຍົກສູງບົດບາດ ການນຳພາ ເເລະ ເປັນກຳລັງແຮງສູ້ຮົບ ຂອງພັກ, ເຮັດໃຫ້ວຽກງານພັກ, ພະນັກ ງານ-ວຽກງານການເມືອງ ສອດຫ້ອຍຢູ່ ໃນທຸກຂົງເຂດວຽກງານ ເພື່ອເຮັດໃຫ້ ຄະນະພັກກົມ, ຫ້ອງ, ສູນ ແລະ ເສນາ ທິການຜູ້ຮັບຜິດຊອບຊ່ວຍວຽກພັກ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຄຸ້ມ ຄອງພັກ, ວຽກງານພະນັກງານໂດຍສະ ເພາະກຳແໜ້ນສຳນວນເອກະສານຂອງ ສະມາຊິກພັກ, ກຳແໜ້ນທາງດ້ານຈຳ ນວນ ແລະ ຄຸນນະພາບຂອງສະມາຊິກ ພັກ, ແນໃສ່ຈັດຕັ້ງຜັນຂະຫຍາຍກົດ ລະບຽບຂອງພັກ ກໍຄືມະຕິ, ຄໍາສັ່ງ ແລະ ເອກະສານຕ່າງໆກ່ຽວກັບວຽກງານດັ່ງ ກ່າວ ໃຫ້ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມບາດ ກ້າວ  ແລະ  ຂັ້ນຕອນຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ, ເພື່ອແນ່ໃສ່ກໍ່ສ້າງ ຄະນະພັກ-ຄະນະບັນຊາ ແລະ ພະນັກ ງານຫຼັກແຫຼ່ງຢູ່ບັນດາກົມ, ຫ້ອງ, ສູນ ອ້ອມຂ້າງກົມໃຫຍ່ຕຳຫຼວດ  ໄດ້ຍົກສູງ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ.

ສໍາລັບການຝຶກອົບຮົມ  ມີນັກສໍາມະ ນາກອນເຂົ້າຮ່ວມທັງໝົດ 39 ສະຫາຍ ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບເອກະສານ ອົງການການເມືອງ ແລະ ຜູ້ຮັບຜິດຊອບວຽກງານການເມືອງໃນກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ, ຝຶກຝົນຄຸນ ທາດການເມືອງ, ຄຸນສົມບັດສິນທໍາປະຕິ ວັດ ແລະ ລະບຽບວິໄນຂອງພັກ, ການ ຈັດຕັ້ງ ແລະ ນຳພາຂອງພັກປະຊາຊົນ ປະຕິວັດລາວຕໍ່ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ, ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງພັກ, ຍົກສູງຄຸນນະພາບ ການນຳພາຮອບດ້ານຂອງການຈັດຕັ້ງ ຮາກຖານພັກ, ຍົກສູງຄຸນນະພາບສະມາ ຊິກພັກ  ແລະ  ວຽກງານຂະຫຍາຍພັກໃນ ໄລຍະໃໝ່,  ເພີ່ມທະວີວຽກງານການ ຄຸ້ມຄອງ ແລະ ລະບຽບການຍົກຍ້າຍ ຮ່ວມຊີວິດພັກ,  ເພີ່ມທະວີວຽກງານປ້ອງ  ກັນພັກໃນໄລຍະໃໝ່,  ການເພີ່ມທະວີ ການນຳພາຂອງພັກ  ເພື່ອສ້າງການຫັນ ປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງກ່ຽວ ກັບວຽກງານພັກ-ພະນັກງານໃນກຳລັງ ປ້ອງກັນຄວາມສະຫງົບ.