ກົມໂຄສະນາອົບຮົບ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປິດຝຶກອົບຮົມວຽກງານປາຖະກະຖາ ແລະ ປະສານຂ່າວເກັບກໍາຫາງສຽງສັງຄົມ ໄລຍະສັ້ນ ຄັ້ງທີ V ໃຫ້ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ກົມກອງອ້ອມຂ້າງ ກະຊວງ ປກສ ໃນວັນທີ 17 ມິຖຸນາ 2022, ມອບໃບຢັ້ງຢືນໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ວິທະຍາກອນ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັອ ສອນພະຈັນ ທຳມະວົງ ໄດ້ຜ່ານຜົນສໍາເລັດຂອງການຝຶກອົບຮົມ ວ່າ:

ບັນດານາຍຕໍາຫຼວດຂັ້ນນໍາພາ-ບັນຊາ ທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດ ຢູ່ກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ ທີ່ສຳເລັດການຝຶກອົບຮົບ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການ ໃນການ ເຮັດໃຫ້ວຽກງານສຶກສາອົບຮົມການເມືອງແນວຄິດ ທົ່ວກໍາລັງປ້ອງກັນຄວາມສະຫງົບ ຮັບປະກັນຄຸນນະພາບ, ວ່ອງໄວ ແລະ ຖືກຕ້ອງຕາມຫຼັກການ, ທິດນຳ ແລະ ແນວທາງຂອງພັກ, ສາມາດເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາ ໃນກົມກອງຂອງຕົນໄດ້ເປັນຢ່າງດີ.

ພ້ອມທັງສ້າງໃຫ້ກໍາລັງປ້ອງກັນຄວາມສະຫງົບ ກາຍເປັນກໍາລັງປະກອບອາວຸດທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ມີແນວຄິດປອດໃສ ເຂັ້ມແຂງ ໜັກແໜ້ນ.

ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 55 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງ ກະຊວງ ປກສ ໄດ້ຮຽນຮູ້ກ່ຽວກັບເອກະສານຂໍ້ຕົກລົງ ວ່າດ້ວຍ ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ບັນຫາພື້ນຖານຂອງວຽກງານໂຄສະນາປາຖະກະຖາ, ບັນຫາພື້ນຖານກ່ຽວກັບ ການປະສານງານເກັບກຳຫາງສຽງສັງຄົມ ເພື່ອນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າຂອງນັກປາຖະກະຖາ.