ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນໍ້າທາ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ບ້ານກົກມ່ວງ ໃນທ້າຍອາທິດຜ່ານມາ, ນໍາພາໂດຍ ພັທ ສຸດສະດີ ທອງພູມີ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງລອງ ພ້ອມທີມງານ, ມີອົງການຈັດຕັ້ງບ້ານ ແລະ ພໍ່-ແມ່ປະ ຊາຊົນພາຍໃນບ້ານເຂົ້າຮ່ວມ.

ຮອ ນຸ້ຍ ອິນທອງສາ ຫົວໜ້າໜ່ວຍງານໂຄສະນາກວດກາ ແລະ ຄວບຄຸມຢາເສບຕິດ ປກສ ເມືອງລອງ ໄດ້ໃຫ້ຮູ້ວ່າ: ຢາເສບຕິດມີຜົນກະທົບຫຼາຍຕໍ່ກັບຜູ້ເສບ, ເມື່ອເສບເຂົ້າໄປແລ້ວຈະກະທົບຢ່າງຮຸນແຮງຕໍ່ຮ່າງກາຍ ແລະ ຈິດປະສາດ ເຮັດໃຫ້ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ຄົນທີ່ເສບຢາເສບຕິດຈະມັກໃຊ້ຄວາມຮຸນແຮງ, ທໍາລາຍຊີວິດ, ຊັບສິນຂອງຕົນເອງ ແລະ ຄົນອື່ນ. ກະທົບຕໍ່ຄອບຄົວເຮັດໃຫ້ພໍ່ແມ່ເສຍໃຈ, ຄອບຄົວເກີດ ຄວາມວຸ້ນວາຍ ແລະ ແຕກແຍກ, ເສຍຊື່ສຽງວົງຕະກຸນ, ຕໍ່ສັງຄົມກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ແລະ ອາຊະຍາກໍາ, ທັງຂົ່ມຂູ່ຄວາມສະຫງົບສຸກ, ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ ແລະ ມີຜົນກະທົບຕໍ່ປະເທດຊາດ ເປັນຕົ້ນແມ່ນເຮັດໃຫ້ຊາວໜຸ່ມ-ເຍົາວະຊົນທີ່ເປັນອະນາຄົດຂອງຊາດ ຄືດັ່ງຄໍາຂວັນ ທີ່ວ່າ: ຢາເສບຕິດເປັນພິດເປັນໄພ ຜູ້ເສບຕາຍ ຜູ້ຂາຍຕິດຄຸກ, ຜູ້ເປັນທຸກຄືພໍ່-ແມ່ ແລະ ຄອບຄົວ, ທັງຜິດຕໍ່ກົດໝາຍ ວ່າດ້ວຍຢາເສບຕິດ, ກົດໝາຍອາຍາ.

ການເຜີຍແຜ່ຄັ້ງນີ້, ຍັງໄດ້ມີການສາຍສາລະຄະດີກ່ຽວກັບຜົນຮ້າຍຂອງຢາເສບຕິດ ໃຫ້ຊາວບ້ານຮັບຊົມໃນເຫດການທີ່ເຄີຍເກີດຂຶ້ນ ເພື່ອເຮັດໃຫ້ເຂົາເຈົ້າມີສະຕິເຄົາລົບຕໍ່ກົດໝາຍ ແລະ ຮູ້ໄດ້ເຖິງຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ, ວິທີການໃນການປ້ອງກັນ ແລະ ແກ້ໄຂບັນຫາຢາເສບຕິດ. ພ້ອມທັງເຮັດໃຫ້ເຂົາເຈົ້າມີຄວາມຕື່ນຕົວ ແລະ ເຂົ້າມາມີສ່ວນຮ່ວມໃນວຽກງານປ້ອງກັນຄວາມສະຫງົບ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.