ຫ້ອງການເມືອງກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ມອບເງິນອຸດໜູນເສຍຊີວິດໃຫ້ຄອບຄົວຜູ້ເສຍຊີວິດ ໃນວັນທີ 14 ມິຖຸນາ ຜ່ານມານີ້, ເປັນປະທານໂດຍ ພັທ ນາງ ນຸດນາລີ ສຸວັນນາວີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະພະແນກນະໂຍບາຍປະກັນສັງຄົມ, ຄອບຄົວຂອງຜູ້ເສຍຊິວິດເຂົ້າຮ່ວມ.

ພັຕ ນາງ ບົວຊ້ອນ ສຸທໍາມາ ຮອງຫົວໜ້າພະແນກນະໂຍບາຍປະກັນສັງຄົມ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການມອບເງິນນະໂຍບາຍອຸດໜູນເສຍຊີວິດໃຫ້ ພັທ ຈັນແດງ ແສງສາຄູນ ສັງກັດຢູ່ກອງບັນຊາການ ປກສ ເມືອງວຽງພູຄາ ຈໍານວນ 18.518.000 ກີບ ແລະ ວທ ວອນເພັດ ຈະເລີນວິສຸກ ສັງກັດຢູ່ກອງບັນຊາການ ປກສ ເມືອງນາແລ ຈຳນວນ 10.561.578 ກີບ.

ໃນພິທີ, ພັທ ນາງ ນຸດນາລີ ສຸວັນນາວີ ໄດ້ກ່າວສະແດງຄວາມເສຍໃຈນຳສອງສະຫາຍທີ່ໄດ້ສູນເສຍຜູ້ເປັນເມຍຜູ້ເປັນເປັນທີ່ເພິ່ງຂອງລູກໄປ. ພ້ອມ ຮຽກຮ້ອງໃຫ້ໝູນໃຊ້ເງິນຈໍານວນດັ່ງກ່າວ ເຂົ້າໃນການເຮັດບຸນສິນກິນທານຕາມຮີດຄອງປະເພນີ.