ພະແນກຕໍາຫຼວດ ແຂວງຄຳມ່ວນ ໃນລະຫວ່າງວັນທີ 8-9 ມິຖຸນາ 2022, ໂດຍການນຳພາຂອງ ພັທ ພູມາ ວັງມາລາດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງເປັນ ຄະນະຊີ້ນຳພະແນກຕຳຫຼວດຈາລະຈອນ ປກສ ແຂວງ; ພັຕ ກອງໄຊສີ ນວນມະນີ ຮອງຫົວ ໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ມີອຳນາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມທັງໝົດ 110 ຄົນ ຍິງ 37 ຄົນ.

ພັທ ພູມາ ວັງມາລາດ ໃຫ້ຮູ້ວ່າ: ການລົງໂຄສະນາກົດລະບຽບການສັນຈອນໃນຄັ້ງນີ້ ແມ່ນໄດ້ນໍາເອົາດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 188/ ນຍ, ວ່າດ້ວຍການປັບໃຫມ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ໂດຍເນັ້ນໃສ່ລະບຽບກົດໝາຍຂອງການຂັບຂີ່ ຖ້າຫາກວ່າຜູ້ ຂັບຂີ່ລົດຈັກຫາກບໍ່ໃສ່ໝວກກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ຂັບຂີ່ລົດໄວເກີນກໍານົດ, ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບກົດລະບຽບການສັນຈອນ, ພ້ອມທັງມີການດັດແປງສະພາບເຕັກນິກຂອງລົດ ແລະອື່ນໆ ທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບ ຮ້ອຍຕາມທ້ອງຖະໜົນຫຼວງ.

ຈຸດປະສົງໃນການລົງໂຄສະນາລະບຽບການສັນຈອນໃນຄັ້ງນີ້ ກໍເພື່ອເຮັດໃຫ້ອຳນາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນ ພາຍໃນບ້ານດັ່ງກ່າວໄດ້ ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸບັດຕິເຫດທີ່ສົ່ງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນ; ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງນັກຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີສະຕິຕື່ນຕົວເຄົາລົບລະບຽບກົດໝາຍເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມເປັນລະບຽບຮຽບ ຮ້ອຍ, ມີຄວາມປອດໄພ, ທັງນີ້ກໍ່ເພື່ອຫຼີກລ້ຽງການເກີດອຸບັດຕິເຫດບົນທ້ອງຖະໜົນຫຼວງ ສໍາລັບຜູ້ທີ່ລະເມີດຄັ້ງທໍາອິດເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ສຶກສາອົບຮົມກ່າວເຕືອນ, ຫາກລະເມີດ ຄັ້ງທີ 2 ຈະໄດ້ ເຮັດບົດບັນທຶກພ້ອມວາງມາດຕະການຕໍ່ຜູ້ລະເມີດ. ຖ້າຫາກຍັງຝືນລະເມີດເປັນຄັ້ງທີ 3 ທາງເຈົ້າໜ້າທີ່ຈະໄດ້ປັບໃໝຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.

ຈາກນັ້ນ, ຮອ ຫວານຕາ ພົມມະສານ ຫົວໜ້າຫົວໜ້າກອງໂຄສະນາພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ໄດ້ຂຶ້ນບັນລະຍາຍໃຫ້ຮູ້ກ່ຽວກັບຄວາມໝາຍຄວາມສຳຄັນຂອງບັນດາປ້າຍເຕືອນ, ປ້າຍຫ້າມຕ່າງໆ ແລະ ບັນຫາການເພີ່ມຂຶ້ນຂອງຍານພາຫະນະທີ່ສົ່ງຜົນກະທົບເຮັດໃຫ້ ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມແອອັດ. ພ້ອມກັນນັ້ນ, ກໍໄດ້ມີການຖາມ-ຕອບກ່ຽວກັບຄວາມຮູ້ພື້ນຖານຂອງການຂັບຂີ່ ເພື່ອແກ້ຂໍ້ ຂ້ອງໃຈໃນການຂັບຂີ່; ການໃຊ້ລົດ-ໃຊ້ຖະໜົນໃຫ້ຖືກຕ້ອງຕາມລະບຽບການສັນຈອນ.