ພິທີຈັດສົ່ງທັບນັກກິລາ ກະຊວງ ປກສ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ 2022 ທີ່ສູນຝຶກອົບຮົມ ກົມໃຫຍ່ການເມືອງ ປກສ, ນໍາພານັກກິລາອອກເດີນທາງໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງກົມໃຫຍ່ການເມືອງ ປກສ ຮອງຫົວໜົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງ ປກສ ພ້ອມດ້ວຍຄະນະ, ຄູຝຶກ ແລະ ທັບນັກກິລາ ຈໍານວນ 42 ຄົນ ຍິງ 12 ຄົນ.

ທັບນັກກິລາທີ່ເດີນທາງເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ປະກອບມີ 6 ປະເພດກິລາ ຄື:

  • ກິລາແລ່ນລານ
  • ມວຍປໍ້າ
  • ມວຍປັນຈັກສີລັດ
  • ມວຍສາກົນ
  • ມວຍເທຄັວນໂດ້
  • ກິລາຍິງທະນູ

ເຊິ່ງເຂົ້າຮ່ວມສົ່ງທັບນັກກິລາໃນຄັ້ງນີ້ ມີ ພົຈວ ໝູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພາລາທິການ ກະຊວງ ປກສ, ບັນດາຄະນະກົມ ແລະ ຊາວໜຸ່ມ, ໂດຍອວຍພອນໃຫ້ຄະນະນໍາ, ຄູຝຶກ ຕະຫຼອດຮອດນັກກິລາ ຈົ່ງເດີນທາງດ້ວຍຄວາມປອດໄພ, ພ້ອມກັນຍາດເອົາໄຊຊະນະ ແລະ ຍາດເອົາຫຼຽນຕ່າງໆມາໃຫ້ ກະຊວງ ປກສ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!