ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດພິທິປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-2023) ພ້ອມທັງເຜີຍແຜ່ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ຜັນຂະຫຍາຍມະຕິ ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເຂົ້າໃນຊີວິດສັງຄົມຕົວຈິງ ໃນວັນທີ 25 ມັງກອນ 2023, ເປັນປະທານໂດຍ ພັອ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີບັນດາຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ຄຳພອນ ແສງສາລີຈັນ ໄດ້ຍົກໃຫ້ເຫັນມູນເຊື້ອໃນວິວັດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຄວາມເປັນເອກະລາດແຫ່ງຊາດ, ກອງທັບປະຊາຊົນລາວ ທັງເຮັດໜ້າທີ່ສູ້ຮົບ ແລະ ປັບປຸງກໍ່ສ້າງກໍາລັງຢ່າງເຄັ່ງຮ້ອນ ກອງທັບປະຊາຊົນລາວ ທີ່ໄດ້ກໍາເນີດ ແລະ ເຕີບໃຫຍ່ມາຈາກປະຊາຊົນ ສູ້ຮົບ ແລະ ປະຕິບັດໜ້າທີ່ເພື່ອປະຊາຊົນບັນດາເຜົ່າ ໄດ້ມີປະຫວັດການ ແລະ ມູນເຊື້ອສູ້ຮົບມີໄຊອັນສະຫງ່າອົງອາດທີ່ສຸດ.

ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊ, ເຕີບໃຫຍ່ຂະຫຍາຍຕົວ 74 ປີຜ່ານມາ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າ ໄດ້ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ-ລັດມອບໝາຍໃຫ້ ຕີເອົາຊະນະຈັກກະພັດຝຣັ່ງ, ຈັກກະພັດອາເມລິກາ ແລະ ລູກແຫຼ້ງຕີນມື, ປົກປັກຮັກສາໝາກຜົນຂອງການປະຕິວັດ, ອຳນາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ໃຫ້ໜັ້ນຄົງ.

ພ້ອມທັງເຜີຍແຜ່ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ພາຍໃຕ້ຫົວຂໍ້ ” ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່ “; ໃນກອງປະຊຸມດັ່ງກ່າວ ໄດ້ກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດ, ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດ ຜ່ານມາ ແລະ ກໍານົດທິດທາງຄາດໝາຍໃນຕໍ່ໜ້າ ໃຫ້ແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ.

ໃນພິທີ ຍັງໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈຳນວນ 148 ສະຫາຍ ຍິງ 39 ສະຫາຍ, ໃນນີ້ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 22 ສະຫາຍ ຍິງ 7 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ ຍິງ 2 ສະຫາຍ, ສິບເອກ ຂຶ້ນ ວາທີ 68 ສະຫາຍ ຍິງ 21 ສະຫາຍ, ສິບໂທ ຂຶ້ນ ສິບເອກ 55 ສະຫາຍ ຍິງ 9 ສະຫາຍ ແລະ ຊັ້ນ I ຂຶ້ນ ສິບຕີ 1 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍ ພັອ ຄຳພອນ ແສງສາລີຈັນ.