ອົງການກອບສອບແຫ່ງລັດ ສປປ ລາວ ພົບປະແລກປ່ຽນບົດຮຽນກັບ ຄະນະຜູ້ແທນຈາກມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ໃນວັນທີ 11 ພຶດສະພາ 2018 ຜ່ານມາ, ຢູ່ທີ່ອົງການກວດສອບແຫ່ງລັດ ສປປ ລາວ ເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີອັນພິເສດ ລະຫວ່າງ ອົງການກວບສອບແຫ່ງລັດ ສປປ ລາວ ກັບຄະນະຜູ້ແທນຈາກມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ໃຫ້ນັບມື້ມີຄວາມແໜ້ນແຟ້ນຢ່າງເລິກເຊິ່ງກວ່າເກົ່າ.

ໃນກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ-ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍສະເພາະວຽກງານການສ້າງບຸກຄະລາກອນ ແລະ ການຈັດຕັ້ງຝຶກອົບຮົມໃຫ້ອົງການກວດສອບແຫ່ງລັດ ໂດຍລົງເລິກໃນຂົງເຂດການຈັດຝຶກອົບຮົມການກວດສອບຂະແໜງການຕ່າງໆ, ຮັບປະກັນການກວດສອບ, ການປ່ອຍສິນເຊື່ອ ແລະ ການພັດທະນາຫຼັກສູດການຄຸ້ມຄອງຫ້ອງສະໝຸດຂອງສະຖາບັນ ເພື່ອຈະນໍາເອົາບົດຮຽນໄປສ້າງພະນັກງານພາຍ ໃນອົງການກວດສອບແຫ່ງລັດ ສປປ ລາວ ແຕ່ລະຂະແໜງໄດ້ມີຄວາມຮູ້-ຄວາມສາມາດ ແລະ ນໍາເອົາບົດຮຽນໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ເພື່ອໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

ການພົບປະໃນຄັ້ງນີ້, ຄະນະອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນຈາກມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ນໍາໂດຍ ທ່ານ ສຈ ປອ ຢ້ຽນເຫວີຍຫຼົງ ເລຂາຄະນະພັກ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ.