ວັນທີ 11 ພຶດສະພາທີ່ຜ່ານມາ, ຜູ້ຖືກຫາ 10 ຄົນ ແລະ ນັກໂທດ 1 ຄົນ ຮ່ວມກັນໂຕນໜີອອກຄ້າຍຄຸມຂັງດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ປັດຈຸບັນ, ເຈົ້າໜ້າທີ່ກອງຄະດີ ປກສ ເມືອງສີສັດຕະນາກ ຕິດຕາມກັກຕົວຜູ້ທີ່ກໍ່ເຫດຫຼົບໜີໄດ້ແລ້ວ 3 ຄົນ. ຈາກການສອບສວນໃນເບື້ອງຕົ້ນພົບວ່າ ມີຜູ້ບໍ່ດີໃຫ້ການຊ່ວຍເຫຼືອຈາກທາງນອກ, ສ່ວນຜູ້ທີ່ໂຕນໜີທີ່ເຫຼືອ ແມ່ນພວມສືບຕໍ່ຕິດຕາມກັກຕົວ ແລະ ຈະໄດ້ສອບສວນ-ສືບສວນຫາຜູ້ທີ່ໃຫ້ການຊ່ວຍເຫຼືອໂຕນຄ້າຍຄຸມຂັງຄັ້ງນີ້ ໄປດຳເນີນຄະດີຕາມກົດໝາຍ.

ຜູ້ທີ່ກໍ່ເຫດໂຕນໜີຄ້າຍຄຸມຂັງຄັ້ງນີ້ ມີທັງໝົດ 11 ຄົນ. ໃນນີ້, ມີຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ 7 ຄົນ ( ນັກໂທດ 1 ຄົນ ), ຄະດີຊື້-ຂາຍອາວຸດເສິກ 1 ຄົນ, ລັກຊັບພົນລະເມືອງ 2 ຄົນ, ທຳຮ້າຍຮ່າງກາຍ-ມີອາວຸດເສິກໄວ້ຄອບຄອງ 1 ຄົນ. ສຳລັບຜູ້ໂຕນໜີໃນຂໍ້ຫາຄ້າຂາຍຢາເສບຕິດ ລວມມີ:

1. ທ້າວ ຄຳຫຼ້າ ອາຍຸ 28 ປີ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ຖືກກັກຕົວໃນວັນທີ 30 ພຶດສະພາ 2017 ສານຕັດອິດສະຫຼະພາບ 5 ປີ (ນັກໂທດ);

2. ທ້າວ ສົມຊາຍ ຫຼື ດ່ອງ ອາຍຸ 22 ປີ ຢູ່ບ້ານທົ່ງມັ່ງ ຖືກກັກຕົວໃນວັນທີ 11 ພຶດສະພາ 2017 ແລະ 3. ທ້າວ ກ໋ອດ ອາຍຸ 17 ປີ ຢູ່ບ້ານທ່າສະຫວ່າງ ກັກຕົວໃນວັນທີ 30 ພຶດສະພາ 2017 ທັງສອງຢູ່ເມືອງໄຊທານີ;

4. ທ້າວ ທອບສະພອນ ອາຍຸ 17 ປີ ຢູ່ບ້ານສົມສະໜຸກ ກັກຕົວໃນວັນທີ 26 ກໍລະກົດ 2017 ແລະ 5. ທ້າວ ອິນປອນ ຫຼື ໜຳ ອາຍຸ 26 ປີ ຢູ່ບ້ານກາງ ກັກຕົວໃນວັນທີ 10 ມັງກອນ 2017 ທັງສອງຂຶ້ນກັບເມືອງຫາດຊາຍຟອງ;

6. ທ້າວ ນ້ອຍ ອາຍຸ 33 ປີ ຖືກກັກຕົວໃນວັນທີ 19 ກັນຍາ 2017 ແລະ 7. ທ້າວ ຖາວອນ ຫຼື ອ້າຍ ອາຍຸ 22 ປີ ຖືກກັກຕົວໃນວັນທີ 8 ພຶດສະພາ 2017 ທັງສອງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ສ່ວນ 8. ທ້າວ ວຽງຄຳ ຫຼື ຄຳ ນ້ອຍ ອາຍຸ 24 ປີ ຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຖືກກັກຕົວໃນວັນທີ 19 ກຸມພາ 2018 ຂໍ້ຫາຊື້-ຂາຍອາວຸດເສິກ;

9. ທ້າວ ສຳລີ ຫຼື ຕ໋ອກ ອາຍຸ 34 ປີ ຢູ່ບ້ານດອນປ່າໃໝ່ ເມືອງສີສັດຕະນາກ ກັກຕົວໃນວັນທີ 17 ຕຸລາ 2017 ຂໍ້ຫາທຳຮ້າຍຮ່າງກາຍ-ມີອາວຸດເສິກໄວ້ໃນຄອບຄອງ;

10. ທ້າວ ພອນປະເສີດ ອາຍຸ 16 ປີ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ຖືກກັກຕົວໃນວັນທີ 27 ກຸມພາ 2018 ແລະ 11. ທ້າວ ເພັງພະຈັນ ອາຍຸ 35 ປີ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ກັກຕົວໃນວັນທີ 30 ສິງຫາ 2017 ທັງສອງຖືກຂໍ້ຫາລັກຊັບພົນລະເມືອງ.

ປັດຈຸບັນ, ເຈົ້າໜ້າທີ່ກອງຄະດີ ປກສ ເມືອງສີສັດຕະນາກ ຕິດຕາມຈັບຕົວຜູ້ໂຕນໜີໄດ້ມາໄດ້ 3 ຄົນ ຄື: ທ້າວ ສຳລີ, ທ້າວ ອິນປອນ ແລະ ທ້າວ ພອນປະເສີດ. ຈາກການສອບສວນໃນເບື້ອງຕົ້ນ ພວກກ່ຽວສາລະພາບວ່າ: ອຸປະກອນທີ່ໃຊ້ໃນເຈາະກຳແພງຊີມັງຫ້ອງນໍ້າໃນຄ້າຍຄຸມຂັງ ແມ່ນມີຄົນຢູ່ທາງນອກໃຫ້ການຊ່ວຍເຫຼືອ ໂດຍພວກກ່ຽວໄດ້ພາກັນສະສົມເອົາສາຍຢາງຢືດມາເປຍເຮັດເປັນຈຸກ ແລ້ວມັດໃສ່ສາຍດ້າຍສານແຫ. ຈາກນັ້ນ, ຍິງອອກຈາກຊ່ອງລົມໄປນອກກຳແພງ ໂດຍມີພັກພວກເອົາເຫຼັກສະແລ໋ງ ແລະ ໃບເລື່ອຍຕັດເຫຼັກມັດໃສ່ສາຍດ້າຍ ແລ້ວດຶງກັບມາ ຈຶ່ງລົງມືເຈາະກຳແພງ ພາກັນໂຕນໜີ. ສ່ວນຜູ້ທີ່ໂຕນໜີທີ່ເຫຼືອ ແລະ ຜູ້ທີ່ໃຫ້ການຊ່ວຍເຫຼືອ ແມ່ນພວມສືບຕໍ່ຕິດຕາມຕົວໄປດຳເນີນຄະດີ.