ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ໄຕມາດ I (ມັງກອນ-ມີນາ) ແລະ ວາງທິດທາງແຜນການປະຈໍາໄຕມາດ II (ເມສາ-ມິຖຸນາ) ຂຶ້ນໃນວັນທີ 10 ພຶດສະພາ 2018, ເປັນປະທານໂດຍ ພັທ ພອນສະຫວັນ ເດດອຸດົມ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ພະລາທິການ ມີບັນດາຄະນະໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ເຂົ້າຮ່ວມ.

ພັທ ບຸນແກ້ວ ບຸນມາວົງຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ພະລາທິການ ຂຶ້ນຜ່ານບົດສະຫຼຸບ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ພະລາທິການ ເປັນປົກກະຕິ ໂດຍການປຸກລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມເຊື່ອມຊຶມເອກະສານມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ ທີ່ການຈັດຕັ້ງຂັ້ນເທິງຈັດຂຶ້ນໃຫ້ເປັນຂະບວນການ; ຜ່ານການເຊື່ອມຊຶມເຫັນວ່າ ສະມາຊິກຊາວໜຸ່ມແຕ່ລະໜ່ວຍມີຄວາມຕື່ນຕົວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ຕາມການມອບໝາຍຈາກຂັ້ນເທິງເປັນຢ່າງດີ ແລະ ມີຜົນສໍາເລັດສູງ, ເຊິ່ງສະແດງອອກຫຼາຍດ້ານຄື: ຮັບເອກະສານຂາເຂົ້າໄດ້ 679 ສະບັບ, ຂາອອກໄດ້ 595 ສະບັບ, ຮັບໃຊ້ກອງປະຊຸມ 46 ຄັ້ງ; ສະຫຼຸບບັນຊີເງິນສົດຕ່າງໆໄດ້ 87 ສະບັບ, ຮັບ-ຈ່າຍອາວຸດຍຸດໂທປະກອນທັງໝົດ 38 ຄັ້ງ ໃຫ້ 17 ກົມກອງອ້ອມຂ້າງກະຊວງ ແລະ 15 ກອງບັນຊາການ ປກສ ແຂວງ ມີ 60 ລາຍການ, ສ້ອມແປງອາວຸດທີ່ເປ່ເພໃຊ້ງານຄືນໄດ້ 148 ລາຍການ.

ສຳລັບທິດທາງໃນມາດຕາ II ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ພະລາທິການ ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມ ເປັນເຈົ້າການເຂົ້າຮ່ວມເຊື່ອມຊຶມເອກະສານຕ່າງໆຂອງພັກ, ຂອງຊາດ ເພື່ອສ້າງໃຫ້ສະມາຊິກມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ຕັ້ງໜ້າເຮັດວຽກງານວິຊາສະເພາະ ແລະ ກຳຈັດປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ໃນຖັນແຖວສະມາຊິກກົມໃຫຍ່ພະລາທິການ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ປ່ອນບັດຢັ່ງຫາງສຽງ ຄັ້ງທີ 2 ເພື່ອທາບທາມຜູ້ທີ່ຈະເຂົ້າເປັນຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໃນນີ້, ມີຄະນະບໍລິຫານງານຊາວໜຸ່ມ ຊຸດເກົ່າ 10 ສະຫາຍ ແລະ ມີຜູ້ເຂົ້າສະໝັກໃໝ່ 39 ສະຫາຍ ໃຫ້ເລືອກເອົາ 5 ສະຫາຍ.