ເມື່ອວັນທີ 24 ເມສາຜ່ານມາ, ສື່ຂ່າວພາຍໃນຂອງປະເທດອິນເດຍ ໄດ້ລົງສື່ຂ່າວກ່ຽວກັບການປະກາດດຳລັດຂອງສະພາແຫ່ງຊາດ ວ່າດ້ວຍ ການປັບປຸງກົດໝາຍປີ 2018; ໃນນັ້ນ, ກົດໝາຍໄດ້ເພີ່ມມາດຕະການລົງໂທດປະຫານຊີວິດຕໍ່ກັບຜູ້ກະທຳຜິດ ໃນຂໍ້ຫາຂົ່ມຂືນກະທຳຊຳເລົາເດັກທີ່ອາຍຸຕ່ຳກວ່າ 12 ປີ. ນອກນັ້ນ, ດຳລັດຍັງໄດ້ກຳນົດໃຫ້ອົງການທີ່ກ່ຽວຂ້ອງກັບການເກັບຂໍ້ມູນແຫ່ງຊາດ ຂຶ້ນບັນຊີເປົ້າໝາຍບຸກຄົນອັນຕະລາຍທີ່ເຄີຍມີປະຫວັດກະທຳຊຳເລົາເດັກ ແລະ ທຳຮ້າຍເດັກມາກ່ອນ.

ສ່ວນທີ່ປະເທດຝຣັ່ງ, ໃນໄລຍະປ່ຽນແປງໃໝ່ ຂະບວນການ Metoo ກຳລັງໄດ້ຮັບການເປີດກວ້າງ ແລະ ແຜ່ຂະຫຍາຍໄປທົ່ວໂລກ, ບັນດາເປົ້າໝາຍກໍ່ຄະດີຂົ່ມຂືນກະທຳຊຳເລົາ ແມ່ນກຳລັງຖືກກ່າວຫາ ແລະ ຮ້ອງຟ້ອງໃນແຕ່ລະມື້, ຮູບການແກ້ໄຂໄດ້ມີການວາງມາດຕະການອອກມາຫຼາຍຮູບແບບ. ພິເສດຕໍ່ກັບປະທານາທິບໍດີປະເທດຝຣັ່ງ ທ່ານ Emmanuel Macron, ໄດ້ວາງນະໂຍບາຍອັນພິເສດສະເພາະ ແມ່ຍິງ ແລະ ເດັກນ້ອຍ ໂດຍສະເພາະກ່ຽວກັບ ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ທີ່ມີ ການປ່ຽນແປງຫຼາຍຢ່າງໃນປະເທດດັ່ງກ່າວ.

ດຳລັດ ແມ່ນໄດ້ຜ່ານຫຼາຍບັ້ນການປະຊຸມ ປຶກສາຫາລື ໂດຍສະເພາະແມ່ນຄະນະລັດຖະ ບານ, ທ່ານ Narendra Modi ນາຍົກລັດ ຖະມົນຕີປະເທດອິນເດຍ ໄດ້ຊີ້ນຳວ່າ: ດຳລັດ ນີ້ ໄດ້ມີການເພີ່ມມາດຕະການລົງໂທດໜັກຂຶ້ນ ຕື່ມສຳລັບຜູ້ກໍ່ເຫດທຳຮ້າຍຮ່າງກາຍ ຫຼື ຂົ່ມ ຂືນກະທຳຊຳເລົາຜູ້ຍິງ ແລະ ເດັກນ້ອຍ ອາຍຸຕ່ຳ ກວ່າ 12 ປີ ແລະ ທີ່ສຳຄັນ ດຳລັດດັ່ງກ່າວ ແມ່ນ ໄດ້ຜ່ານການເຫັນດີເປັນເອກະພາບຂອງທ່ານ Ram Nath Kovind ປະທານາທິບໍດີປະເທດ ອິນເດຍເປັນທີ່ຮຽບຮ້ອຍແລ້ວ.

ເນື້ອໃນຂອງດຳລັດທີ່ກ່າວຂ້າງເທິງ ອາດເວົ້າໄດ້ວ່າ ເປັນການປະຕິບັດຕາມສະພາບການທີ່ເກີດຂຶ້ນ ແລະ ຕາມຫາງສຽງສະເໜີຂອງປະຊາຊົນ ການຕໍ່ສູ້ກັບເຫດການທີ່ເກີດຂຶ້ນຢ່າງຕໍ່ ເນື່ອງໃນທົ່ວປະເທດທີ່ເຫັນວ່າພົບຄວາມຫຍຸ້ງຍາກ; ໂດຍສະເພາະແມ່ນໃນໄລຍະເດືອນເມສາ 2018 ຜ່ານມາບໍ່ດົນນີ້, ປະຊາຊົນໃນທົ່ວປະເທດ ໄດ້ເດີນຂະບວນປະທ້ວງ ສະເໜີໃຫ້ລັດຖະບານແກ້ໄຂກົດໝາຍ ແລະ ເພີ່ມມາດຕະການລົງໂທດໜັກຂຶ້ນຕໍ່ກັບຜູ້ກໍ່ການກະທຳຜິດຕໍ່ແມ່ຍິງ ແລະ ເດັກນ້ອຍ ໂດຍສະເພາະແມ່ນເຫດຄະດີ ເຫດການເດັກຖືກທາລຸນທາງເພດ ເຊິ່ງນຳເອົາເຫດການທີ່ເກີດຂຶ້ນກັບເດັກຍິງ Asifa Bano ຖືກຄາດຕະກຳ ຫຼັງຖືກຂົ່ມຂືນ ໃນອາຍຸພຽງແຕ່ 8 ປີເທົ່ານັ້ນ.

ເຫດການທີ່ເກີດຂຶ້ນ ຖືກເຈົ້າໜ້າທີ່ກວດເຫັນສົບຂອງເດັກຍິງດັ່ງກ່າວໃນປ່າແຫ່ງໜຶ່ງ ໃກ້ກັບນະຄອນ Kathua ໃນວັນທີ 17 ມັງກອນ 2018; ເຈົ້າໜ້າທີ່ໄດ້ຕິດຕາມ ແລະ ຈັບຕົວເປົ້າໝາຍໄດ້ 8 ຄົນ; ໃນນັ້ນ, ມີພະນັກງານລັດທີ່ພັກກິນບຳນານ 1 ຄົນ, ເຈົ້າໜ້າທີ່ຕຳຫຼວດ 4 ຄົນ ແລະ ໄວລຸ້ນອີກ 3 ຄົນ ທີ່ຖືກສົງໄສກ່ຽວຂ້ອງກັບຄະດີດັ່ງກ່າວ. ຜູ້ຮູ້ເຫດການໃນທ້ອງຖິ່ນຄົນໜຶ່ງເລົ່າວ່າ: ສື່ຂ່າວ BBC ໄດ້ລົງຂ່າວວ່າ ເດັກຍິງດັ່ງກ່າວ ແມ່ນຖືກຜູ້ຊາຍຄົນໜຶ່ງລໍ້ລວງເຂົ້າໄປໃນປ່າໃນຂະນະທີ່ນາງກຳລັງລ້ຽງມ້າທີ່ເດີ່ນຫຍ້າແຫ່ງໜຶ່ງໃກ້ບ່ອນເກີດເຫດ.

ດາລາດັງລະດັບປະເທດໄດ້ຂຽນລົງໃນສື່ອອນລາຍ ທະວິສເຕີ ວ່າ: ເດັກຍິງ Asifa ຖືກວາງຢາລະງັບປະສາດ ແລ້ວຖືກຂົ່ມຂືນກະທຳຊຳເລົາດ້ວຍຫຼາຍຄົນ ເປັນເວລາ 3 ມື້, ເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ: ຊາກສົບຂອງເດັກຍິງຄົນດັ່ງກ່າວ ເຈົ້າໜ້າທີ່ກວດເຫັນໃນສະພາບສົບຖືກຕັດຄໍ, ມີຮ່ອງຮອຍຖືກພວກກໍ່ເຫດເອົາກ້ອນຫີນຕີຫົວສອງຄັ້ງ.

ເມື່ອປີ 2012 ກໍມີປະຊາຊົນຈຳນວນບໍ່ໜ້ອຍທີ່ບໍ່ພໍໃຈຕໍ່ກັບການກະທຳຂອງກຸ່ມຄົນຮ້າຍທີ່ກໍ່ເຫດກະທຳຊຳເລົາເດັກ ແລ້ວຄາດຕະກຳເດັກຍິງດັ່ງກ່າວເທິງລົດເມ ທີ່ນະຄອນຫຼວງນິວເດລີ ແລະ ລວມທັງເຫດການເດັກຍິງ Asifa ທີ່ຖືກຄົນຮ້າຍກໍ່ເຫດໃນລັກສະນະດຽວກັນ ແລະ ເກີດສະພາບການເດີນຂະບວນປະທ້ວງ ແລະ ບໍ່ພໍໃຈກັບລັດຖະບານ ຮຽກຮ້ອງໃຫ້ລັດຖະບານປັບປຸງມາດຕະດານລົງໂທດຕໍ່ກັບບຸກຄົນກໍ່ເຫດການໃນລັກສະນະທີ່ແຕະຕ້ອງເຖິງທາງເພດຂອງແມ່ຍິງ ແລະ ເດັກນ້ອຍ ໃນປີນີ້.

ປະທານສະຫະພັນແມ່ຍິງ ນະຄອນຄອນຫຼວງນິວເດລີ ທ່ານ ນາງ Swati Maliwal ໃຫ້ຮູ້ວ່າ: ຈະຮັບປະກັນ ແລະ ນຳສະເໜີຂັ້ນເທິງໃນວຽກປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ໃນປະເທດອິນເດຍ, ຫຼາຍຂະບວນປະທ້ວງທີ່ເກີດຂຶ້ນ ບໍ່ພຽງແຕ່ໃນນະຄອນຫຼວງນິວເດລີ ແຕ່ມັນໄດ້ແຜ່ລາມອອກໄປໃນລັດຕ່າງໆໃນປະເທດອິນເດຍ ນຳອີກ. ທ່ານ R.Devisigh, ນັກຊ່ຽວຊານດ້ານຈິດຕະສາດສຶກສາ ໃຫ້ຮູ້ວ່າ: ຕໍ່ສະພາບການທີ່ເກີດຂຶ້ນ, ເຮັດໃຫ້ປະທານາທິບໍດີ N.Modi ອອກດຳລັດ ແລະ ປະກາດໃຊ້ມາດຕະການໂທດເພີ່ມໃນກົດໝາຍເພື່ອຍົກສູງ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍໄດ້ທັນເວລາ.

ທ່ານປະທານສະຫະພັນແມ່ຍິງ ນະຄອນຫຼວງນິວເດລີ ໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບເຫດການທີ່ເກີດຂຶ້ນທັງສອງເຫດການນີ້ ເຮັດໃຫ້ຕົນເອງມີຄວາມເສຍໃຈຫຼາຍ ເພາະເດັກນ້ອຍອາຍຸຫາກໍ 8 ປີ ແລະ ເຫດການກໍເກີດຂຶ້ນໃນນະຄອນຫຼວງຂອງປະເທດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຕົນເອງສຸດທີ່ເປັນຫ່ວງເປັນໃຍ ແລະ ເຫັນໄດ້ວ່າ ຄວນມີການປັບປຸງມາດຕະການລົງໂທດໃນກົດໝາຍໃຫ້ໄວທີ່ສຸດ ເພື່ອປົກປ້ອງເດັກ ແລະ ແມ່ຍິງ ພ້ອມທັງເປັນການສະກັດກັ້ນການກະທຳຜິດຂອງກຸ່ມຄົນບໍ່ດີໃນສັງຄົມ. ນຳຄວາມເປັນທຳມາສູ່ເດັກນ້ອຍ-ແມ່ຍິງ ໂດຍສະເພາະເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ, ຕາມທ້ອງຖິ່ນທີ່ຍັງເຊື່ອຖືງົມງວຍ ແລະ ສຳຄັນກໍເປັນການເພີ່ມຄວາມຮັບຮູ້-ເຂົ້າໃຈ, ເພີ່ມສະຕິລະວັງຕົວໃຫ້ກັບປະຊາຊົນກ່ອນຈະມີເຫດການດັ່ງກ່າວເກີດຂຶ້ນໃນປະເທດອິນເດຍ.

ທ່ານໄດ້ສົນທະນາແບບໂດຍກົງກັບທ່ານປະທານາທິບໍດີ ວ່າ: ຕ້ອງມີການເພີ່ມມາດຕະການລົງໂທດໃຫ້ລະອຽດຕື່ມ ເພື່ອເປັນການສະກັດກັ້ນ ແລະ ປົກປ້ອງເດັກນ້ອຍ-ແມ່ຍິງ ທີ່ປະເທດອິນເດຍ ທ່ານເວົ້າຕື່ມວ່າ ເຫດການຂົ່ມຂືນກະທຳຊຳເລົາທີ່ເກີດຂຶ້ນ ແມ່ນໄດ້ເພີ່ມຄວາມຕຶງຄຽດ ແລະ ກະທົບຕໍ່ຈິດໃຈຂອງປະຊາຊົນຢ່າງແຮງໃນປະເທດ.

ຍັງມີການເລົ່າກ່ຽວກັບເຫດການທີ່ເກີດຂຶ້ນກັບເດັກຍິງ ອາຍຸ 10 ປີ, ເດັກຍິງຄົນດັ່ງກ່າວແມ່ນຖືກທຳຮ້າຍຮ່າງກາຍ ແລະ ຈິດໃຈຢ່າງໂຫດຮ້າຍສາມານ ເພາະຖືກລຸງແທ້ໆຂອງຕົນ 2 ຄົນ ຂົ່ມຂືນກະທຳຊຳເລົາຈົນເຮັດໃຫ້ຜູ້ກ່ຽວຖືພາ; ເຫດການທີ່ເຈັບປວດດັ່ງກ່າວຍັງບໍ່ທັນຈາງພໍເທົ່າໃດ, ກໍເກີດເຫດການໃໝ່ຂຶ້ນອີກ ເຊັ່ນ: ເຈົ້າໜ້າທີ່ໄດ້ຮັບແຈ້ງຂ່າວເດັກຍິງ 3 ເອື້ອຍ-ນ້ອງ 3 ຄົນ ຖືກຄາດຕະກຳແລ້ວຖິ້ມລົງນ້ຳສ້າງ ໃນບ້ານແຫ່ງໜຶ່ງ ໃນເມືອງ Bhandara ຫ່າງຈາກນະຄອນ Nagpur ນອກ ໃນລັດ Maharashtra ທາງທິດຕາເວັນອອກຂອງປະເທດ.

ຕາມຜົນຂອງການຊັນນະສູດ ແລະ ສະຫຼຸບຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກເຄາະຮ້າຍທັງ 3 ຄົນ ມີອາຍຸ 6, 9 ແລະ 11 ປີ ທັງ 3 ແມ່ນຖືກຂົ່ມຂືນແລ້ວຂ້າຢ່າງໂຫດຮ້າຍກ່ອນໂຍນຖິ້ມລົງນ້ຳສ້າງ, ໃນສະຖານທີ່ເກີດເຫດຍັງພົບເຫັນກະເປົານັກຮຽນ. ຕົວເລກລາຍງານຄະດີຂົ່ມຂືນກະທຳຊຳເລົາທີ່ເກີດຂຶ້ນໃນປີ 2016 ທົ່ວປະເທດ ເກີດຂຶ້ນປະມານ 40.000 ຄັ້ງ. ໃນນັ້ນ, ມີຜູ້ຖືກເຄາະຮ້າຍທີ່ເປັນເດັກນ້ອຍກວມ 40% ແລະ ໃນປີ 2015 ມີຄະດີດັ່ງກ່າວເກີດຂຶ້ນ 11.000 ຄັ້ງ ຕາມຕົວເລກຂອງອົງການເກັບກຳຂໍ້ມູນອາຊະຍາກໍາແຫ່ງຊາດ.

ເມື່ອເບິ່ງຕົວເລກກ່ຽວກັບຄະດີທີ່ກຸ່ມຄົນບ້າກາມໄດ້ກໍ່ຂຶ້ນ ໂດຍສະເພາະຕໍ່ກັບເດັກນ້ອຍແລ້ວ ແມ່ນມີຄວາມອີດູຕົນສົງສານຕໍ່ກັບຜູ້ຖືກເຄາະຮ້າຍ ແລະ ກັບພໍ່-ແມ່ຜູ້ປົກຄອງເດັກ, ຄວາມໂຫດຮ້າຍຂອງກຸ່ມເຄື່ອນໄຫວດັ່ງກ່າວ ແລະ ຖ້າຫາກບໍ່ມີການປັບປຸງລະບຽບກົດໝາຍຢ່າງຈິງຈັງ ບັນດາເຫດການເຫຼົ່ານີ້ ແມ່ນຍັງຈະເກີດຂຶ້ນກັບເດັກນ້ອຍຈຳນວນອີກບໍ່ໜ້ອຍໃນປະເທດ ແລະ ກໍຈະບໍ່ໄດ້ຍິນຄຳວ່າເຫດການຂົ່ມຂືນ ແລະ ຄາດ ຕະກຳແມ່ຍິງ-ເດັກນ້ອຍຫຼຸດລົງຢ່າງແນ່ນອນ.

ກົດໝາຍຄຸ້ມຄອງການຖືກຂົ່ມຂືນ ຫຼື ກະທຳຊຳເລົາເດັກນ້ອຍ ແລະ ແມ່ຍິງ ແມ່ນຈະຖືກສະພາແຫ່ງຊາດພິຈາລະນາຮັບຮອງໃນເດືອນນີ້.

ຕາມກົດໝາຍເກົ່າຂອງປະເທດຝຣັ່ງ ລະບຸວ່າ: ຖ້າຫາກບຸກຄົນທີ່ເປັນຜູ້ໃຫຍ່ ມີການພົວພັນ ຫຼື ລ່ວງລະເມີດທາງເພດເດັກ ທີ່ມີອາຍຸຕ່ຳກວ່າ 15 ປີ ແມ່ນຈະຖືກສານຕັດອິດສະຫຼະພາບ 5 ປີ ແລະ ປັບໃໝ 92.000 ໂດລາ ແລະ ຕໍ່ມາກໍໄດ້ມີການປັບປຸງມາດຕະການລົງໂທດ ແລະ ປັບໃໝເພີ່ມອີກເຊັ່ນ ໃນກໍລະນີການກໍ່ເຫດດັ່ງທີ່ກ່າວຂ້າງເທິງ ແມ່ນຈະຖືກຕັດອິດສະຫຼະພາບ 10 ປີ ແລະ ປັບໃໝເງິນ 184.000 ໂດລາ; ແຕ່ສະເພາະຄະດີຂົ່ມຂືນ ໃນກົດໝາຍແມ່ນຈະມີມາດຕະການລົງໂທດຕັດອິດສະຫຼະພາບແຕ່ 20-30 ປີ.

ເພື່ອເປັນການຊີ້ຂາດຕໍ່ເຫດການຂົ່ມຂືນ ກົດໝາຍໄດ້ກຳນົດໄວ້ສະເພາະຜູ້ໃຫຍ່ກໍ່ເຫດຂົ່ມຂືນເດັກນ້ອຍ ແລະ ອະນຸຍາດໃຫ້ເດັກນ້ອຍເປັນຜູ້ໃຫ້ຮູ້ເຫດການທັງໝົດເຊັ່ນ ຕົນເອງຖືກຂົ່ມຂູ່, ບໍ່ເປັນໃຈ ຫຼື ເຫດຜົນອື່ນ ດັ່ງນັ້ນຈຶ່ງຖືກຂົ່ມຂືນ, ພ້ອມດຽວກັນນີ້ ການປັບປຸງມາດຕະການລົງໂທດໃນກົດໝາຍຈະໄດ້ຮັບການຄົ້ນຄວ້າ ແລະ ຮັບຮອງໃນສະພາແຫ່ງຊາດໃນກາງເດືອນນີ້.

ໃນການຄົ້ນຄວ້າ ແລະ ປັບປຸງກົດໝາຍຄັ້ງນີ້ ແມ່ນຈະເນັ້ນໃສ່ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ໂດຍສະເພາະແມ່ນການວາງມາດຕະການລົງໂທດຂັ້ນເດັດຂາດຕໍ່ກັບຜູ້ກະທຳຜິດກ່ຽວກັບທາງເພດ ບໍ່ວ່າຈະແມ່ນກໍລະນີໃດໆກໍຕາມ. ເພາະວ່າຜ່ານມາເຫັນວ່າ ການປະຕິບັດກົດໝາຍຂອງຫຼາຍພາກສ່ວນ ແມ່ນຍັງບໍ່ທັນເດັດຂາດ, ຍັງມີການນະໂຍບາຍ, ອ່ອນນ້ອມຕໍ່ກັບຜູ້ກໍ່ເຫດ ເຊິ່ງບໍ່ສອດຄ່ອງເປັນຢ່າງຍິ່ງ.

ຜູ້ຍິງຫຼາຍຄົນທີ່ຖືກຂົ່ມຂືນ ໄດ້ເລົ່າເຫດການທີ່ເກີດຂຶ້ນກັບຕົນເອງຕໍ່ເຈົ້າໜ້າທີ່ຕຳຫຼວດ ແຕ່ເຈົ້າໜ້າທີ່ກໍໄດ້ສຶກສາອົບຮົມ ແລະ ຕັກເຕືອນ ດັ່ງເຫດການໜຶ່ງທີ່ເກີດຂຶ້ນທີ່ເມືອງ Meaux ນອກນະຄອນຫຼວງປາຣີ, ເດັກຍິງອາຍຸ 11 ປີ ຖືກຂົ່ມຂືນຈົນເຖິງຂັ້ນຖືພາ ເມື່ອມີການດຳເນີນຄະດີ ຜູ້ຖືກຫາໃຫ້ການປະຕິເສດ ການດຳເນີນຄະດີຂອງພາກສ່ວນທີ່ກ່ຽວຂ້ອງພັດມີການຢຸດເຊົາ ບໍ່ມີການສືບຕໍ່ດຳເນີນຄະດີຕໍ່ຜູ້ກ່ຽວ.

ອົງການຈັດຕັ້ງຂອງລັດ ໃນປະເທດຝຣັ່ງ ໄດ້ລາຍງານວ່າ: ຜ່ານການຕິດຕາມ ການໃຊ້ຄວາມຮຸນແຮງກັບແມ່ຍິງ ແລະ ເດັກນ້ອຍໃນປີຜ່ານມາ ແມ່ນມີເຫດການທີ່ເກີດຂຶ້ນເຖິງ 4.120 ກໍລະນີ ຂົ່ມຂືນເດັກທີ່ມີອາຍຸຕ່ຳກວ່າ 15 ປີ ແຕ່ມີພຽງ 10% ທີ່ຖືກນຳມາພິຈາລະນາຕັດສິນຄະດີ, ໝາຍຄວາມວ່າ ພຽງ 396 ກໍລະນີທີ່ຖືກແກ້ໄຂ ແລະ ມີການລົງໂທດຜູ້ກໍ່ເຫດໃນຄະດີຂົ່ມຂືນເດັກນ້ອຍ.

ຍັງມີອີກຫຼາຍກໍລະນີທີ່ກ່ຽວຂ້ອງກັບແມ່ຍິງ ແລະ ເດັກນ້ອຍ ທີ່ເປັນຝ່າຍເສຍຜົນປະໂຫຍດ ຖືກປະລະ, ບໍ່ຖືກໄດ້ຮັບການເອົາໃຈໃສ່; ດັ່ງນັ້ນ, ການປັບປຸງກົດໝາຍຄັ້ງນີ້ ອາດເປັນຕົວຊີ້ບອກເຖິງຄວາມຍຸຕິທຳໃຫ້ກັບແມ່ຍິງ ແລະ ເດັກນ້ອຍ ໃນອະນາຄົດຂອງໂລກ ເວົ້າລວມ ເວົ້າສະເພາະແມ່ນໃນປະເທດ ກໍຄືປະເທດອິນເດຍ.