ໃນວັນທີ 10 ພຶດສະພາ 2018, ເຈົ້າໜ້າທີ່ໜ້າ ປກສ ກຸ່ມ 5 ໜອງທາ ເມືອງຈັນທະບູລີ ຮ່ວມກັບພະນັກງານ ກໍ່ສ້າງຮາກຖານ ແລະ ເຈົ້າໜ້າທີ່ສະເພາະກິດ ລົງມ້າງເປົ້າໝາຍຄ້າຂາຍຢາເສບຕິດ ເຂດບ້ານໜອງທາເໜືອ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ພ້ອມຂອງກາງຢາບ້າ 4.000 ກວ່າເມັດ ແລະ ຢາໄອສ໌ ຈຳນວນໜຶ່ງ ໄປດໍາເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ ປກສ ໃຫ້ຮູ້ວ່າ: ໃນວັນທີ 10 ພຶດ ສະພາ 2018, ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ໄດ້ມີພວກກຸ່ມຄົນບໍ່ ດີລັກລອບເຄື່ອນໄຫວຄ້າ-ຂາຍຢາເສບຕິດ ຢູ່ເຂດບ້ານໜອງທາເໝືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຈາກ ນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມ 5 ໜອງທາ ຮ່ວມກັບພະນັກງານກໍ່ສ້າງຮາກຖານ ແລະ ເຈົ້າໜ້າທີ່ສະເພາະກິດ ຈຶ່ງໄດ້ຈັດ ວາງກໍາລັງລົງກວດກາຕິດຕາມພວກລັກລອບຄ້າ-ຂາຍຢາເສບຕິດ ຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຊື່: ທ້າວ ບຸນເພັດ ຫຼື ອ້າຍ ອາຍຸ 36 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ແລະ ທ້າວ ເອກະລິນ ຫຼື ດອນ ອາຍຸ 38 ປີ ພັກເຊົາ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າ ຈໍານວນ 4.593 ເມັດ, ຢາໄອສ໌ 1 ຖົງໃຫຍ່, 3 ຖົງກາງ ແລະ 4 ຖົງນ້ອຍ.
ຈາກນັ້ນ, ໄດ້ນໍາຕົວຜູ້ຖືກຫາສົ່ງໃຫ້ກອງຄະດີເມືອງຈັນທະບູລີ ດໍາເນີນຄະດີຕາມລະບຽບຂອງກົດໝາຍ. ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມສືບສວນ-ສອບສວນຂະຫຍາຍຜົນ ເພື່່ອນໍາເອົາຜູ້ຮ່ວມຂະບວນການມາດໍາເນີນຄະດີ ແລະ ສະຫຼຸບສໍານວນສົ່ງໃຫ້ໄອຍະການດໍາເນີນຄະດີຂັ້ນຕໍ່ໄປ.