ວັນທີ 15 ພຶດສະພາ 2018 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນກ່ອນກໍານົດ ຈໍານວນ 41 ຄົນ ຍິງ 2 ຄົນ, ໂດຍການເຂົ້າຮ່ວມຂອງ ພັທ ບົວເຄືອ ລັດຕະນະວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີເຈົ້າໜ້າທີ່-ທີ່ກ່ຽວຂ້ອງ, ຍາດພີ່ນ້ອງ ແລະ ນັກໂທດທີ່ຖືກປ່ອຍຕົວເຂົ້າຮ່ວມ.

ການປ່ອຍຕົວນັກໂທດຈໍານວນດັ່ງກ່າວ ແມ່ນປະຕິບັດຕາມຄໍາຕັດສິນຂອງສານອາຍາຂັ້ນຕົ້ນສານປະຊາຊົນ ແຂວງບໍລິຄໍາໄຊ ເລກທີ 62/ຂຕອ, ລົງວັນທີ 14 ພຶດສະພາ 2018 ວ່າດ້ວຍການປ່ອຍຕົວນັກໂທດຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນກ່ອນກໍານົດ ໂດຍຜ່ານການຄົ້ນຄວ້າພິຈາລະນາຂອງສານຈາກຜົນງານຂອງບັນດານັກໂທດທີ່ໄດ້ປະຕິບັດໂທດ ໃນໄລຍະຜ່ານມາ ແລະ ພວກກ່ຽວກໍມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນເອງ, ມີຄວາມບຸກບືນຫ້າວຫັນໃນການອອກແຮງງານ, ຕັ້ງໜ້າເອົາໃຈໃສ່ປະຕິບັດໂທດ ແລະ ກົດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ກັບບັນດານັກໂທດດ້ວຍກັນ ຈຶ່ງໄດ້ຮັບການປ່ອຍຕົວຕາມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.

ໃນຈຳນວນນັກໂທດທີ່ໄດ້ຮັບການປ່ອຍຕົວຄັ້ງນີ້, ມີນັກໂທດທີ່ເຮັດຜິດໃນສະຖານຄ້າ-ຂາຍຢາເສບຕິດ ຈຳນວນ 30 ຄົນ ຍິງ 2 ຄົນ, ລັກຊັບ 4 ຄົນ, ຂົນ-ສົ່ງຢາເສບຕິດ 6 ຄົນ, ມີຢາເສບຕິດໄວ້ໃນຄອບຄອງປະເພດກັນຊາ 1 ຄົນ; ເຊິ່ງພວກກ່ຽວໄດ້ຜ່ານການປະຕິບັດໂທດມາແລ້ວ 2/3 ໂດຍມີເງື່ອນໄຂພາຍໃນກຳນົດ 5 ປີ ນັບແຕ່ໄດ້ຮັບການປ່ອຍຕົວອອກໄປຖ້າບໍ່ໄປກະທຳຜິດໃໝ່ອີກໂດຍເຈດຕະນາ, ໂທດທີ່ຍັງເຫຼືອນັ້ນກໍ່ຈະຕົກໄປ; ແຕ່ຖ້າຫາກໄປກະທຳຜິດໃໝ່ໂດຍເຈດຕະນາ, ຈະໄດ້ຮັບການປະຕິບັດໂທດເກົ່າທີ່ຍັງເຫຼືອ ລວມທັງໂທດໃໝ່ຕື່ມອີກ.

ໃນໂອກາດດັ່ງກ່າວ, ພັທ ບົວເຄືອ ລັດຕະນະວົງສາ ໄດ້ເນັ້ນໜັກໃຫ້ບັນດານັກໂທດທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ວ່າ: ເມື່ອພົ້ນໂທດອອກໄປຢູ່ນຳຄອບຄົວ ແລະ ສັງຄົມແລ້ວ ຈົ່ງພ້ອມກັນເອົາໃຈໃສ່ເຄົາລົບ ແລະ ປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ, ປະກອບອາຊີບທຳມາຫາກິນໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເພື່ອສ້າງສາພັດທະນາຕົນເອງ, ຮຽກຮ້ອງໃຫ້ຄອບຄົວພໍ່-ແມ່, ຍາດພີ່ນ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງເອົາໃຈໃສ່ສຶກສາອົບຮົມເຂົາເຈົ້າໃຫ້ມີຊີວິດໃໝ່ທີ່ດີຂຶ້ນ ແລະ ບໍ່ໄປກະທຳຜິດຕື່ມອີກ; ຖ້າຫາພວກເຂົາມີການເຄື່ອນໄຫວກະທໍາໄປໃນທາງທີ່ຜິດກົດໝາຍ, ແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ເພື່ອນໍາຈັບຕົວໄປດໍາເນີນຄະດີອີກ.