ອົງຄະນະພັກກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນສໍາເລັດບັ້ນດໍາເນີນຊີວິດການເມືອງ, ປັບປຸງປົວແປງພັກອ້ອມຂ້າງກອງບັນຊາການຂຶ້ນໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ພົຈວ ສີພັນ ວົງເຮືອງຄຳ ຄະນະປະຈຳພັກແຂວງ, ເລຂາອົງຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ມີຄະນະພັກ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ

ພັທ ຖາວອນ ບຸນກອງພິມ ຄະນະປະຈຳພັກກອງບັນຊາການ, ຮອງ ແລະ ກອງບັນຊາການ ປກສ ແຂວງຈໍາປາສັກ, ປະທານກວດກາພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນຜົນສຳເລັດໃນການຈັດຕັ້ງປະຕິບັດບັ້ນດຳເນີນຊີວິດການເມືອງ, ປັບປຸງປົວແປງພັກຂອງອົງ ຄະນະພັກກອງບັນຊາການໃນໄລຍະຜ່ານມາ, ເຊິ່ງອົງຄະນະພັກ ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ເອົາໃຈໃສ່ຊີ້ນຳນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານ-ນັກຮົບ ໃນທົ່ວກຳລັງ ປກສ ແຂວງຢ່າງເປັນປະຈຳບົນພື້ນຖານ 5 ເນື້ອໃນຂອງການນຳພາຂອງພັກ ເປັນຕົ້ນແມ່ນ: ໄດ້ຈັດຕັ້ງເປີດບັ້ນດຳເນີນຊີວິດການເມືອງ, ຮ່ຳຮຽນເອກະສານຕ່າງໆຂອງພັກເຊັ່ນ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ 10 ຂອງຄະນະບໍລິຫານງານສູນກາງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ 7 ຂອງຄະນະບໍລິຫານງານພັກແຂວງຈຳປາສັກ, ເຊື່ອມຊຶມບັນດາເນື້ອໃນວັນສຳຄັນຕ່າງໆຂອງຊາດ-ຂອງພັກ, ເຊິ່ງມີຈຳນວນສະມາຊິກພັກເຂົ້າຮ່ວມທັງໝົດ 524 ສະຫາຍ ຍິງ 56 ສະຫາຍ.

ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ນຳພາຕໍ່ກັບວຽກງານເພີ່ມທະວີເປັນເຈົ້າການໃນການກໍ່ສ້າງພັກ, ເສີມຂະຫຍາຍພັກໃຫ້ມີລັກສະນະກວ້າງຂວາງ ແລະ ໜັກແໜ້ນ ເຊິ່ງໃນຊຸມປີຜ່ານມາ, ໄດ້ຈັດຕັ້ງການຮ່ຳຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າມີຈຳນວນ 168 ສະຫາຍ ຍິງ 32 ສະຫາຍ, ໄດ້ຮຽນລະບຽບພັກ ມີ 109 ສະຫາຍ ຍິງ 18 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າສຳຮອງມີ 187 ສະຫາຍ, ຍິງ 28 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນມີ 77 ສະຫາຍ ຍິງ 12 ສະຫາຍ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ກວດກາປະເມີນຜົນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ເພື່ອນຳສະເໜີຄະນະຈັດຕັ້ງແຂວງ ເພື່ອອອກໃບຢັ້ງຢືນຂຶ້ນສະຖິຕິພະນັກງານນຳພາຄຸ້ມຄອງ ແລະ ສະເໜີອອກບັດໃຫ້ສະມາຊິກພັກຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເຊິ່ງມີຈຳນວນ 249 ສະຫາຍ ຍິງ 27 ສະຫາຍ.

ພົຈວ ສີພັນ ວົງເຮືອງຄໍາ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຊີ້ນໍາ-ນໍາພາຈັດຕັ້ງປະຕິບັດຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງ ໂດຍສະເພາະແມ່ນຜົນສຳເລັດຂອງການຈັດຕັ້ງປະຕິບັດບັ້ນດຳເນີນຊີວິດການເມືອງ, ປັບປຸງປົວແປງພັກໃນໄລຍະຜ່ານມາທີ່ເຫັນວ່າມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະພັກ, ຄະນະບັນຊາຕະຫຼອດຮອດຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ເປັນເຈົ້າການໃນການເປັນແບບຢ່າງຜັນຂະຫຍາຍພັກ, ປັບປຸງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.