5 ປີຜ່ານມາ (2011-2015), ອົງຄະນະພັກຫ້ອງວ່າການ ກະຊວງ ປກສ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືເອົາຄຸນນະພາບເປັນກົກ, ແນໃສ່ເຮັດໃຫ້ການຈັດຕັ້ງພັກທຸກຂັ້ນມີການຂະຫຍາຍຕົວ, ຮັບປະກັນຄວາມໜັກແໜ້ນເຂັ້ມແຂງ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ, ຖືເອົາການສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ຕິດພັນກັບການສໍາຫຼວດກວດກາ ແລະ ຕີລາຄາຈັດແບ່ງປະເພດໃນແຕ່ລະປີ.

ໃນກອງປະຊຸມສະຫຼຸບວຽກງານພັກ-ວຽກງານການເມືອງ ໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ຂອງອົງຄະນະພັກຫ້ອງວ່າການ ກະຊວງ ປກສ ໃນວັນທີ 17 ພຶດສະພາ 2018 ໂດຍການເປັນປະທານຂອງ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ. ພັອ ຄານໄຊ ໄຊຍະຫານ ຄະນະພັກຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກຫ້ອງວ່າການກະຊວງ ປກສ ໄດ້ນໍາພາສະມາຊິກພັກປະຕິບັດວຽກງານກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນໍາ ຕິດພັນກັບການຂະຫຍາຍພັກ, ໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນຮາກຖານພັກ, ນໍາພາປັບປຸງກົງຈັກການຈັດຕັ້ງເບື້ອງພັກ-ເບື້ອງລັດ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງເຊັ່ນ: ໄດ້ບົ່ງຕົວແຕ່ງຕັ້ງເລຂາອົງຄະນະພັກ 2 ຄັ້ງ ມີ 2 ສະຫາຍ, ບົ່ງຕົວແຕ່ງຕັ້ງຫົວໜ້າຫ້ອງວ່າການ 2 ສະຫາຍ, ໄດ້ຄົ້ນຄວ້າ ແລະ ປະກາດແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມ ຈໍານວນ 13 ສະຫາຍ ຍິງ 1 ສະຫາຍ, ຂັ້ນພະແນກຈໍານວນ 14 ສະຫາຍ ຍິງ 12 ສະຫາຍ ແລະ ໄດ້ສ້າງຕັ້ງພະແນກຂຶ້ນໃໝ່ 3 ພະແນກ ຄື: ພະແນກໂຄສະນາ, ພະແນກບໍລິຫານ ແລະ ພະແນກອາຊຽນ, ໄດ້ປ່ຽນຊື່ຫ້ອງບໍລິຫານ-ພະລາທິການມາເປັນກົມບໍລິຫານ, ກອງເລຂານຸການມາເປັນກົມເລຂາ ແລະ ກົມຄົ້ນຄວ້າສັງລວມ ມາເປັນກົມເສນາທິການ; ນອກນີ້, ວຽກງານກໍ່ສ້າງພັກ ແລະ ຂະຫຍາຍພັກໃນປີຜ່ານມາມີມະຫາຊົນກ້າວໜ້າໄດ້ຮຽນສະໜັບສະໜູນ 28 ສະຫາຍ ຍິງ 11 ສະຫາຍ, ມະຫາຊົນກ້າວໜ້າຮຽນລະບຽບພັກ 12 ສະຫາຍ ຍິງ 4 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າພັກສໍາຮອງໄດ້ 9 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 25 ສະຫາຍ ຍິງ 6 ສະຫາຍ.

ສຳລັບທິດທາງແຜນການແຕ່ນີ້ ຮອດປີ 2020 ອົງຄະນະພັກຫ້ອງວ່າການກະຊວງ ປກສ ຈະສືບຕໍ່ຈັດຕັ້ງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນການຊີ້ນໍາ-ນໍາພາໃນທຸກດ້ານ, ເພີ່ມທະວີການຄຸ້ມຄອງປ້ອງກັນພັກ, ກວດກາຕີລາຄາສະມາຊິກພັກໃຫ້ຖືກຕ້ອງ, ສູ້ຊົນຂະຫຍາຍພັກໃຫ້ມີຄຸນນະພາບສູງ, ສະກັດກັ້ນບໍ່ໃຫ້ກຸ່ມຄົນບໍ່ດີແຊກແຊງເຂົ້າພາຍໃນພັກ, ສືບຕໍ່ປະຕິບັດບັນດາແຜນງານ ແລະ ໂຄງການຍຸດທະສາດທີ່ກະຊວງວາງອອກ.

ໃນກອງປະຊຸມຍັງໄດ້ມອບໃບຢັ້ງຢືນ ແລະ ຜ່ານມະຕິຕົກລົງຂອງຄະນະພັກກະຊວງ ປກສ ສະບັບເລກທີ 14/ຄພປກສ ລົງວັນທີ 13 ມີນາ 2018 ວ່າດ້ວຍການຮັບຮອງ ແລະ ຢັ້ງຢືນປະເພດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານປະຈໍາປີ 2017; ໃນນີ້ໜ່ວຍພັກທີ່ຂຶ້ນກັບຫ້ອງ ວ່າການກະຊວງ ປກສ ໄດ້ຖືກຮັບຮອງເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ມີ 4 ໜ່ວຍ ພັກຄື: ໜ່ວຍພັກຮາກຖານກົມເລຂາ, ໜ່ວຍພັກຮາກຖານກົມເສນາທິການ, ໜ່ວຍພັກຮາກຖານກົມບໍລິຫານພະລາທິການ ແລະ ໜ່ວຍພັກຮາກຖານກົມນິຕິກໍາ-ກົດໝາຍ ໃຫ້ກຽດມອບໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ.