ໃນອາທິດຜ່ານມາ, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງ ປກສ ແລະ ພົຈວ ຄຳໄຕ ຄຳແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະປະທານກຸ່ມບໍລິສັດ ຄຳໄພຊະນະ ແລະ ບໍລິສັດ 1 ພຶດສະພາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງໄປກວດແຜນວາດໂຄງການກະກຽມປູກຕົ້ນໄມ້ສະຫຼອງວັນທີ 1 ມິຖຸນາ (ວັນປູກຕົ້ນໄມ້ແຫ່ງຊາດ) ຢູ່ດິນຫຼັກ 62 ແຂວງວຽງຈັນ.

ພັທ ຄຳທັດ ແກ້ວມີໄຊ ຫົວໜ້າກອງຜະລິດກົມໃຫຍ່ພະລາທິການ ປກສ ໄດ້ລາຍງານກ່ຽວກັບຜົນສຳຫຼວດສະຖານທີ່ ແລະ ແຜນການປູກຕົ້ນໄມ້ວ່າ: ຜ່ານການລົງສຳຫຼວດຂອງວິຊາການຕາມເສັ້ນທາງຕັດໃໝ່ທີ່ໄດ້ຮັບການຊ່ວຍເຫຼືອຈາກກຸ່ມບໍລິສັດ ຄຳໄພຊະນະ ຈາກເສັ້ນທາງເລກທີ 13 ເໜືອ ເຂົ້າໄປຮອດຄ້າຍຄຸມຂັງໂພນເງິນ ມີຄວາມຍາວ 3,505 ແມັດ, ເສັ້ນທາງອັດແໜ້ນດ້ວຍດິນແດງ, ໜ້າທາງກວ້າງ 8 ແມັດ, ວາງທໍ່ລະບາຍນ້ຳ 5 ຈຸດ ແລະ ເສັ້ນທາງຈາກສາມແຍກໄປຫາຈຸດສູງທີ່ຈະສ້າງອ່າງເກັບນ້ຳ ມີຄວາມຍາວ 400 ແມັດ, ໜ້າທາງກວ້າງ 6 ແມັດ ລວມມູນຄ່າການຊ່ວຍເຫຼືອລ້າຂອງກຸ່ມບໍລິສັດ ຄຳໄພຊະນະ ທັງໝົດ 3 ຕື້ (3.726.002.100 ກີບ) ເຊິ່ງຈະໄດ້ປູກຕົ້ນໄມ້ໄປຕາມສອງຟາກທາງນັບແຕ່ເຂດພື້ນທີ່ໜອງປາ ຈົນໄປຮອດຄ້າຍຄຸມຂັງໂພນເງິນ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດທີ່ໃກ້ຈະມາເຖິງໃຫ້ມີບັນຍາກາດຟົດຟື້ນ.

ສຳລັບໄມ້ທີ່ຈະນຳມາປູກໃນຄັ້ງນີ້, ພົຕ ສົມແກ້ວ ສີລາວົງ ໃຫ້ເລັງໃສ່ 5 ປະເພດໄມ້ຄື: ໄມ້ດູ່ແດງ 1.000 ຕົ້ນ, ໄມ້ແຄນ 500 ຕົ້ນ, ໄມ້ແຕ້ຄ່າ 500 ຕົ້ນ, ໄມ້ຍາງ 300 ຕົ້ນ ແລະ ໄມ້ຄໍາພີ 300 ຕົ້ນ ລວມທັງໝົດ 2.600 ຕົ້ນ; ຂະໜາດຂອງໄມ້ທີ່ຈະນຳມາປູກ ແມ່ນມີລວງສູງ 1 ແມັດຂຶ້ນໄປ, ໄລຍະຫ່າງຈາກຂອບທາງສອງຟາກແມ່ນ 20 ແມັດ ເຊິ່ງປັດຈຸບັນພາກສ່ວນທີ່ກ່ຽວຂ້ອງໄດ້ກະກຽມຂຸດຂຸມ, ກະກຽມຝຸ່ນຊີວະພາບ, ຝຸ່ນເຄມີຮອງພື້ນ, ຢາຂ້າປວກ ແລະ ອຸປະກອນອື່ນໆທີ່ຈຳເປັນໄວ້ຮອງຮັບໄວ້ໃນມື້ປູກຕົວຈິງ ໃນວັນທີ 1 ມິຖຸນາ 2018 ທີ່ຈະມາຮອດນີ້ໃຫ້ສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້.