ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງງອຍ ແຂວງຫຼວງພະບາງ ໃນວັນທີ 18 ພຶດສະພາ 2018 ໃຫ້ການຕ້ອນຮັບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະພັກເມືອງ.

ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ແມ່ນໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຈາກ ທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງໆງອຍ ວ່າ: ທົ່ວເມືອງມີ 75 ບ້ານ, ມີ 5.872 ຄອບຄົວ, ມີພົນລະເມືອງ 31.907 ຄົນ ຍິງ 15.326 ຄົນ, ໂດຍພື້ນຖານທົ່ວເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 8,4% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນເມືອງ 321,9 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 2%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 10.100.000 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.262 ໂດລາຕໍ່ຄົນຕໍ່ປີ. ອາຊີບຕົ້ນຕໍຂອງປະຊາຊົນແມ່ນປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນ ເຮັດນາ, ປູກໄມ້ອຸດສາຫະກໍາ ( ໄມ້ສັກ ), ໝາກນໍ້າມັນ; ສິ່ງທີ່ພົ້ນເດັ່ນໃນປັດຈຸບັນແມ່ນການປູກຫຍ້າລ້ຽງສັດໃຫຍ່ແມ່ນໄດ້ຮັບຜົນດີ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງພັດທະນາເສດຖະກິດ-ສັງຄົມ ໂດຍເນັ້ນໃຫ້ເມືອງເອົາໃຈໃສ່ສູ້ຊົນປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຕາມແຜນການທີ່ໄດ້ກໍານົດຢູ່ມະຕິກອງປະຊຸມໃຫຍ່ຂອງເມືອງ, ຂອງແຂວງ; ເອົາໃຈໃສ່ເບິ່ງຄືນການຈັດສັນບ້ານຄຽງຄູ່ກັບການຈັດສັນອາຊີບໃຫ້ປະຊາຊົນ ຕິດພັນກັບທ່າແຮງຂອງທ້ອງຖິ່ນ; ເພີ່ມທະວີການການພັດທະນາສີມືແຮງງານ ແນະນໍາເຕັກນິກວິຊາຊີບທີ່ເປັນອຸດສາຫະກໍາ ແລະ ປຸກລະດົມຄວາມດຸໝັ່ນຂະຫຍັນພຽນໃຫ້ປະຊາຊົນຕິດພັນກັບແນວຄິດການແຂ່ງຂັນໃຫ້ຫຼາກຫຼາຍໃນການຜະລິດ; ເອົາໃຈໃສ່ສຶກສາອົບຮົມປະຊາຊົນໃຫ້ມີສະຕິຊາດເປັນເຈົ້າຕົນເອງເຫັນໄດ້ເຖິງກົນອຸບາຍຂອງກຸ່ມຄົນບໍ່ດີ ເພີ່ມທະວີການຕິດຕາມ-ກວດກາພັກ, ການຄຸ້ມຄອງລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ. ພ້ອມດຽວກັນນີ້, ຂອດຕັດສິນຂອງຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ຄືການປັບປຸງລະບອບການເມືອງດ້ວຍການປັບປຸງການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເສີມຂະຫຍາຍໂຄສະນາຜົນສໍາເລັດການປັບປຸງປົວແປງພັກໃນໄລຍະຜ່ານມາ.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ເມືອງຈໍານວນໜຶ່ງ ເປັນຕົ້ນແມ່ນ ຄອມພິວເຕີຕັ້ງໂຕະ 2 ຊຸດ, ເຄື່ອງພິມເອກະສານ 2 ເຄື່ອງ, ຜ້າຫົ່ມ ແລະ ເຄື່ອງນຸ່ງອີກຈໍານວນໜຶ່ງ.

ໃນວັນດຽວກັນນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາພັກ-ລັດຂອງແຂວງຫຼວງພະບາງ ຈາກ ທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ, ປະທານກວດກາພັກແຂວງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຕາມພາລະບົດບາດຢ່າງແຂງແຮງໃນໄລຍະຜ່ານມາ ກ່ຽວກັບວຽກງານກວດກາພັກ; ການກວດກາຄຸ້ມຄອງລັດ; ວຽກງານຕ້ານການສໍ້ລາດບັງຫຼວງ; ການແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ຂໍ້ສະດວກຫຍຸ້ງຍາກໃນການເຄື່ອນໄຫວວຽກງານ. ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມເພື່ອໃຫ້ທິດຊີ້ນໍາຈັດຕັ້ງປະຕິບັດວຽກງານຕິດຕາມກວດກາພັກ-ລັດຂອງແຂວງຫຼວງພະບາງ.