ນາງ Tahmina ອາຍຸ 13 ປີ ຖືກເອື້ອຍຂອງຕົນຂາຍໃຫ້ຜູ້ຊາຍອາຍຸ 30 ປີ. ແຕ່ຍັງໂຊກດີທີ່ຜູ້ກ່ຽວໄດ້ຮັບການຊ່ວຍເຫຼືອຈາກອົງການຕ້ານການຄ້າມະນຸດໄວ້ທັນ. ບໍ່ດັ່ງນັ້ນ, ນາງກໍຄົງກາຍເປັນຜູ້ຖືກເຄາະຮ້າຍໃນເຄືອຂ່າຍຄ້າມະນຸດໄປແລ້ວ ແຕ່ເຖິງຢ່າງໃດກໍຕາມ ກໍລະນີຂອງ ນາງ Tahmina, ກໍບໍ່ແມ່ນພຽງກໍລະນີດຽວທີ່ເກີດຂຶ້ນ ແຕ່ຫາກຍັງມີຫຼາຍຮ້ອຍຫຼາຍພັນເຫດການໃນລັກສະນະດຽວກັນນີ້ເກີດຂຶ້ນ ໂດຍສະເພາະແມ່ນຜູ້ຍິງ ແລະ ເດັກນ້ອຍ ທີ່ຕົກເປັນເຫຍື່ອເຂົ້າໃນຂະບວນການຂອງກຸ່ມເຄື່ອນໄຫວຄ້າມະນຸດ ຖ້າພວກເຂົາໄດ້ຕົກເຂົ້າໃນກຸ່ມດັ່ງກ່າວ ແມ່ນຈະຖືກຂາຍສົ່ງໃຫ້ໄປເປັນເມຍຂອງຄົນອື່່ນ ຫຼື ຕ້ອງກາຍເປັນທາດຂອງກາມາລົມຂອງກຸ່ມຄົນເຫຼົ່ານັ້ນ.

ນັກຂ່າວຂອງສື່ໜັງສືພິມຊື່ດັງຂອງປະເທດອັງກິດ The Guardian ໄດ້ໃຫ້ຮູ້ກ່ຽວກັບບົດສຳພາດກ່ຽວກັບສະພາບການຊື້-ຂາຍເຈົ້າສາວແບບຜິດກົດໝາຍທີ່ປະເທດອິນເດຍ ດ້ວຍຫົວຂໍ້ບົດວ່າ “ຂ້ອຍຖືກຂາຍໃນລາຄາ 50.000 ຣູປີ, ໃນບົດໄດ້ຂຽນເລົ່າຄືນກ່ຽວກັບສະພາບຂອງຜູ້ຍິງຈຳນວນຫຼາຍທີ່ຕົກເປັນເຫຍື່ອຂອງກຸ່ມຄ້າມະນຸດ ສ່ວນຫຼາຍເຫດແມ່ນຈະເກີດຂຶ້ນກັບເດັກນ້ອຍຍິງທີ່ຫາກໍເລີ່ມໃຫຍ່ເປັນສາວ.

ໃນບົດຂ່າວທີ່ຜູ້ກ່ຽວໄດ້ເລົ່າຄືນ, ນັບຕັ້ງແຕ່ສະພາບຂອງແມ່ນາງ Tahmina ຊື່ Pul ນາງໄດ້ເດີນທາງມາໄກເກືອບ 2.000 ກິໂລແມັດ ແຕ່ເມືອງ Assam ທິດຕາເວັນອອກສຽງເໜືອຂອງປະເທດອິນເດຍ ມາທີ່ອີກລັດໜຶ່ງ ບ່ອນທີ່ລູກສາວຂອງເຂົາຖືກອົງການຕ້ານການຄ້າມະນຸດຊ່ວຍເຫຼືອໄວ້ນັ້ນ; ເມື່ອທັງສອງໄດ້ມາພົບກັນກໍເຂົ້າກອດກັນຈົນແໜ້ນ ເພາະວ່າແມ່-ລູກທັງສອງໄດ້ເວົ້າວ່າ ຄິດວ່າຈະບໍ່ໄດ້ມີໂອກາດໄດ້ພົບກັນອີກແລ້ວ. ຕາມການໃຫ້ຮູ້ຂອງແມ່ ນາງ Tahmina ວ່າ: ເມື່ອ 6 ອາທິດກ່ອນ ນາງ Tahmina ໄດ້ໜີອອກຈາກເຮືອນໄປກັບເອື້ອຍ ແລະ ອ້າຍເຂີຍ ໂດຍແມ່ຄິດວ່າພວກເຂົາຈະໄປທີ່ ນະຄອນຫຼວງນິວເດລີ ເພື່ອຫາວຽກເຮັດ.

ແຕ່ໃນທີ່ສຸດນາງ Tahmina ແມ່ນຖືກສົ່ງໄປທີ່ບ້ານຫ່າງໄກທີ່ Haryana ແລະ ຖືກຂາຍໃຫ້ກັບຜູ້ຊາຍຄົນໜຶ່ງ ອາຍຸປະມານ 30 ປີ ເພື່ອເອົາເປັນເມຍ. ເມື່ອເຈົ້າໜ້າທີ່ຂອງອົງການຕ້ານການຄ້າມະນຸດໄດ້ສຳພາດ ຜູ້ກ່ຽວຫຼັງຊ່ວຍເຫຼືອອອກມາໄດ້ແລ້ວ ຜ່ານການສອບຖາມຜູ້ກ່ຽວຕະຫຼອດໄລຍະ 2 ອາທິດ ຜູ້ກ່ຽວແມ່ນບໍ່ເວົ້າຫຍັງໃຫ້ຟັງ ພຽງແຕ່ນັ່ງຮ້ອງໄຫ້ຢູ່ແຈຫ້ອງ.

ຈົນເຖິງເວລາແມ່ຂອງນາງມາຮອດ ນາງ Tahmina ຈຶ່ງເລົ່າເຫດການທັງໝົດທີ່ເກີດຂຶ້ນໃຫ້ທຸກຄົນໄດ້ຮູ້ ເຊິ່ງຜູ້ກ່ຽວໄດ້ເລົ່າວ່າ: ເອື້ອຍຂອງຕົນບອກກ່ອນອອກມານຳກັນວ່າ ຈະພາເຂົ້າໄປທີ່ນະຄອນຫຼວງນິວເດລີ ໄປຢູ່ກັບອ້າຍເຂີຍ ແລະ ໝູ່ຂອງພວກເຂົາເພື່ອຫາສະໝັກເຮັດວຽກ ແຕ່ພວກເຂົາພັດສົ່ງຕົນເອງໄປທີ່ບ້ານ ທີ່ຢູ່ຫ່າງໄກໃນເມືອງ Haryana ແລະ ກັກຂັງຕົນເອງໄວ້ໃນຫ້ອງນ້ອຍໆ; ຈາກນັ້ນ, ກໍມີຊາຍແປກໜ້າຫຼາຍຄົນເຂົ້າມາພົບກັບຕົນແລ້ວເອົາເງິນໃຫ້ ສ່ວນເອື້ອຍຂອງຂ້ອຍແມ່ນຢູ່ນອກຫ້ອງ ແລະ ບໍ່ຮູ້ວ່າເກີດຫຍັງຂຶ້ນກັບຂ້ອຍ.

ແຕ່ສຸດທ້າຍ ນາງ Tahmina ກໍສາມາດເອົາຕົວໜີລອດອອກຈາກການເປັນທາດຂອງອາລົມນັ້ນມາໄດ້, ແຕ່ໃນເຂດທາງທິດຕາເວັນຕົກສຽງເໜືອຂອງປະເທດ ຜູ້ຍິງຈຳນວນຫຼາຍພັນຄົນ ແມ່ນກຳລັງຕົກຢູ່ໃນກຳມືຂອງກຸ່ມຊື້-ຂາຍມະນຸດ ພວກເຂົາຖືກຕົວະອອກຈາກຄອບຄົວ ແລ້ວນຳໄປຂາຍຕາມຈຸດໃຫ້ບໍລິການທາງເພດ ຫຼື ຂາຍໃຫ້ສະເພາະບຸກຄົນທີ່ຕ້ອງການເອົາໄປເປັນເມຍ ຫຼື ນອນນຳຊົ່ວຄາວ ຫຼື ກາຍເປັນເມຍຂອງຜູ້ເຄື່ອນໄຫວຄ້າມະນຸດນັ້ນເອງ.

ແຕ່ມີກໍລະນີທີ່ບໍ່ໂຊກດີຄື ນາງ Tahmina, ດັ່ງກໍລະນີ ນາງ Sanjida ທີ່ຕ້ອງທຸກທໍລະມານມາຕະຫຼອດ 15 ປີ ໃນບົດບາດຜູ້ເປັນເມຍທີ່ຖືກຄົນຕົວະມາຂາຍ, ນາງອາໄສຢູ່ເຂດ Mewat ເມືອງ Haryana ປະເທດອິນເດຍ, ຕອນນັ້ນນາງ Sanjida ອາຍຸພຽງແຕ່ 16 ປີ ຍ້ອນຫູເບົາ ເຊື່ອຄຳເວົ້າຂອງຜູ້ຮັກສາເດັກນ້ອຍທີ່ນະຄອນຫຼວງນິວເດລີ, ຕົນເອງຈຶ່ງຖືກນຳສົ່ງໄປເຖິງ Mewat ແລ້ວຂາຍໃຫ້ຜູ້ຊາຍເຖົ້າຄົນໜຶ່ງທີ່ຊື່ ທ້າວ Mubin ດ້ວຍລາຄາ 10.000 ຣູປີ.

ນາງ Sanjida ໄດ້ເລົ່າວ່າ: ອາດເວົ້າໄດ້ວ່າ ແມ່ຍິງທໍາມະດາໃນທ້ອງຖິ່ນປະຕິເສດ ແຕ່ສຳລັບຂ້ອຍແມ່ນຕ້ອງໄດ້ເຮັດ; ຕົນເອງແມ່ນບໍ່ມີຍາດຕິພີ່ນ້ອງຢູ່ທີ່ນີ້ ເພື່ອຈະເປັນແຮງດັນໃຫ້ຕົນເອງມີແຮງສູ້, ຕົນເອງບໍ່ຕ່າງຫຍັງກັບຂ້າທາດ; ໃນຂະນະດຽວກັນ, ຜູ້ເປັນຜົວຂອງນາງ Sanjida ໄດ້ອະທິບາຍວ່າ: ຜູ້ຊາຍທີ່ມີຖານະທຸກຍາກບໍ່ມີທີ່ດິນເປັນຂອງຕົນເອງ ພວກຕົນແມ່ນພົບກັບຄວາມຫຍຸ້ງຍາກຫຼາຍປະການ; ຄຽງຄູ່ກັນນັ້ນ, ກໍພົບຄວາມຫຍຸ້ງຍາກໃນການຊອກເອົາເມຍ ຕົນເອງຕ້ອງໄດ້ຫາເງິນເພື່ອຊື້ເອົາເມຍ ແລະ ເມື່ອໄດ້ເມຍມາແລ້ວກໍຕ້ອງໄດ້ມີພັນທະຫາເງິນເຂົ້າຄອບຄົວຕາມປົກກະຕິ.

ສ່ວນທ້າວ Samsuddil ອາຍຸ 41 ປີ ຢູ່ເມືອງມີວາດ ໄດ້ຈ່າຍເງິນຈຳນວນ 10.000 ຣູປີ ເພື່ອຊື້ເອົາ ນາງ Najida ຜູ້ຍິງຄົນໜຶ່ງ ອາຍຸປະມານ 20 ປີ ເຊິ່ງມາແຕ່ເມືອງ Assam, ຜູ້ກ່ຽວໄດ້ເລົ່າວ່າ: ເມຍຄົນທຳອິດຂອງເຂົາບໍ່ສາມາດມີລູກກັບຕົນເອງໄດ້; ສະນັ້ນ, ຕົນຈຶ່ງເອົາເມຍເພີ່ມອີກຄົນໜຶ່ງ ແລະ ປັດຈຸບັນເມຍທັງສອງຄົນຂອງເຂົາແມ່ນໃຊ້ຊີວິດຢູ່ຮ່ວມກັນໃນເຮືອນຫຼັງດຽວ. ຕົນເອງຕັດສິນໃຈຊື້ເອົາເມຍຄົນທີສອງ ເພາະວ່າຢາກມີລູກ ແລະ ລູກກໍຖືວ່າແມ່ນສິ່ງສຳຄັນສຳລັບຕົນເອງ.

ໃນບ້ານແຫ່ງໜຶ່ງໃນບໍລິເວນໃກ້ຄຽງກັນ, ນາງ Saeeda ກໍໄດ້ອູ້ມກອດລູກສາວຫຼ້າຂອງຕົນ ເຊິ່ງຫາກໍຫຼົບໜີມາໄດ້ຈາກການຖືກຕົວະໄປຂາຍໃຫ້ຊາຍອື່ນທີ່ເມືອງ Haryana ເປັນເວລາ 20 ກວ່າປີຜ່ານມາ; ຜ່ານການສອບຖາມ ຜູ້ຖືກເຄາະຮ້າຍເລົ່າໃຫ້ຟັງວ່າ: ຕົນເອງຈື່ໄດ້ພຽງແຕ່ວ່າ ຖືກສົ່ງໄປທີ່ເມືອງ Haryana ຕັ້ງແຕ່ອາຍຸ 11 ປີ, ຕົນເອງແມ່ນຖືກສົ່ງມາທີ່ນີ້ພ້ອມກັບເອື້ອຍຂອງຕົນ ແຕ່ຕົນເອງແມ່ນບໍ່ປະກົດເຫັນເອື້ອຍຂອງຕົນ ເມື່ອເດີນທາງໄປຮອດສະຖານທີ່ດັ່ງກ່າວ.

ນາງ Saeeda ຖືກຂາຍໃຫ້ ທ້າວ Azim ຜູ້ກ່ຽວແມ່ນມີເມຍຫຼາຍຄົນ ແລະ ມີລູກອີກ 6 ຄົນ, ຕົນເອງແມ່ນຖືກທຸບຕີທໍລະມານຈາກຄົນໃນຄອບຄົວ ແລະ ມີໜ້າທີ່ເຮັດຕາມທຸກຢ່າງ ຖ້າຫາກປະຕິເສດ ແມ່ນຈະຖືກເວົ້າໃສ່ດ້ວຍຄຳເວົ້າທີ່ວ່າ “ ພວກເຂົາມີສິດຄອບຄອງ ເພາະວ່າໄດ້ຊື້ມາດ້ວຍເງິນ”.

ນາງ Saeeda ໄດ້ຖືກເຈົ້າໜ້າທີ່ອົງການສິດທິມະນຸດ Empower People ຊອກເຫັນ ແລະ ໄດ້ເຂົ້າຢ້ຽມຢາມ ແລະ ໄດ້ອະທິບາຍໃຫ້ທາງຄອບຄົວຂອງພວກເຂົາເຂົ້າໃຈເລື່ອງສິດທິມະນຸດ, ຂະບວນການຄ້າມະນຸດ ແລະ ໃຫ້ຮູ້ເຖິງສິດຂອງຜູ້ເປັນເມຍ ແມ່ນມີສິດໃນມູນມໍລະດົກ ຫຼື ສິນສົມສ້າງທັງໝົດ; ປັດຈຸບັນ, ທ້າວ Azim ຜູ້ເປັນຜົວ ກໍເຂົ້າໃຈ ແລະ ເຫັນດີໃຫ້ນາງ Saeeda ມີຊື່ເຂົ້າໃນມູນມໍລະດົກທຸກຢ່າງຂອງຄອບຄົວ. ນັ້ນໝາຍຄວາມວ່າ ນາງ Saeeda ແມ່ນຈະມີສິດ ແລະ ໄດ້ຮັບຜົນປະໂຫຍດທຸກຢ່າງ ຖ້າຫາກຜູ້ເປັນຜົວເສຍຊີວິດກ່ອນ.

ນາງ Saeeda ຍັງເລົ່າໃຫ້ຟັງອີກວ່າ: ບ້ານໃກ້ໆຕົນຢູ່ນີ້ ກໍມີແມ່ຍິງຈຳນວນຫຼາຍຖືກສົ່ງອອກຈາກຄອບຄົວ ເພື່ອໄປຂາຍໃຫ້ກັບຜູ້ຊາຍທີ່ຕ້ອງການຊື້ເອົາເປັນເມຍ ແລະ ມີບາງຄົນ ຕົນເອງກໍໄດ້ໃຫ້ການຊ່ວນເຫຼືອພວກເຂົາອອກຈາກສະພາບການດັ່ງກ່າວ ແລ້ວໄປສະເໜີອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ຜູ້ຍິງບາງຄົນບໍ່ຕົກເຂົ້າໃນກຳມືຂອງກຸ່ມຊື້-ຂາຍເຈົ້າສາວ. ປັດຈຸບັນ, ຕົນເອງແມ່ນມີສິດເຕັມຮ້ອຍ ເພື່ອຈະຕໍ່ສູ້ທວງສິດຄືນ ແລະ ຕົນເອງກໍມີຄວາມພ້ອມທີ່ຈະຕໍ່ສູ້ເພື່ອປົກປ້ອງແມ່ຍິງທີ່ຈະຕົກມາເປັນທາດຂອງອາລົມຊາຍ ດັ່ງທີ່ຕົນເຄີຍປະສົບມາຢ່າງເຕັມທີ່ ແນໃສ່ບໍ່ໃຫ້ແມ່ຍິງຕ້ອງມາອົດທຸກທໍລະມານດັ່ງເມື່ອກ່ອນອີກ.

ຕາມສະຖິຕິຂອງສະຫະປະຊາຊາດ, ປະເທດອິນເດຍມີຈຳນວນຄົນຖືກຂາຍໃຫ້ກັບນາຍທຶນ ເພື່ອຮັບໃຊ້ດັ່ງຂ້າທາດຫຼາຍກວ່າໝູ່; ໃນນັ້ນ, ແມ່ຍິງກວມ 75% ເມື່ອກຸ່ມຄົນເຫຼົ່ານີ້ຕົກເຂົ້າໃນກຳມືຂອງກຸ່ມຄ້າມະນຸດແລ້ວ ອະນາຄົດຂອງບຸກຄົນເຫຼົ່ານີ້ ແມ່ນຈະພົບກັບການຖືກກົດຂີ່ຂູດຮີດດ້ານແຮງງານ, ທາງເພດ ຫຼື ລວມໄປເຖິງການຖືກບັງຄັບໃຫ້ຂາຍບໍລິການທາງເພດນຳອີກ. ເມື່ອທຽບກັບຍຸກຂ້າທາດແລ້ວ ພວກເຂົາກໍຈະປຽບເໝືອນຂ້າທາດໃນຍຸກສະຕະວັດທີ 21, ເຊິ່ງຫຼາຍສະຕະວັດຜ່ານມາ ສະພາບຊື້-ຂາຍເຈົ້າສາວ ແມ່ນຈະເກີດຂຶ້ນຫຼາຍກວ່າໝູ່ໃນລັດ Haryana, Punjab ແລະ Rajasthancan ຂອງປະເທດອິນເດຍ.

ແຕ່ຍັງບໍ່ທັນມີບັນຊີລາຍຊື່ອັນລະອຽດຂອງບຸກຄົນທີ່ຖືກເຄາະຮ້າຍເຫຼົ່ານັ້ນ, ແຕ່ພວກເຂົາເຊື່ອວ່າ ຜູ້ຍິງ ແລະ ເດັກຍິງຈຳນວນຫຼາຍພັນຄົນ ສ່ວນຫຼາຍແມ່ນມາຈາກເມືອງ Assam, Bengal, Jharkhand ຫຼື Bihar ແມ່ນຖືກຂາຍໃຫ້ເປັນເມຍຂອງຜູ້ຊາຍທີ່ຕ້ອງການ. ຜົນສະຫຼຸບການລົງເກັບກຳສະພາບການຂອງວິທະຍາໄລ Queens (Ontario, Canada) ໃຫ້ຮູ້ວ່າ: ຜູ້ຍິງທີ່ຖືກຕົກເປັນເຫຍື່ອຂອງກຸ່ມຄ້າມະນຸດນັ້ນ ສ່ວນຫຼາຍແມ່ນຖືກບັງຄັບໃຫ້ມີການແຕ່ງງານ ເຊິ່ງມີປະມານ 1.300 ບ້ານ ທີ່ຂຶ້ນກັບລັດ Haryana ແລະ ລັດ Rajasthan ໄດ້ເພີ່ມຂຶ້ນ 30% ໃນໄລຍະ 3 ປີຜ່ານມາ.

ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (UNODC) ໄດ້ຢືນຢັນວ່າ: ສະພາບການຊື້-ຂາຍເຈົ້າສາວໃນປັດຈຸບັນ ແມ່ນນັບມື້ນັບເພີ່ມຂຶ້ນ ໂດຍສະເພາະແມ່ນຢູ່ລັດ bang Haryana, Punjab ແລະ Uttar Pradesh ເຊິ່ງອາດເວົ້າໄດ້ວ່າ ເປັນສະຖານທີ່-ທີ່ບໍ່ມີສິດສະເໝີພາບລະຫວ່າງເພດ ມີອັດຕາສູງກວ່າໝູ່ໃນປະເທດອິນເດຍ. ຕາມການລາຍງານຂອງ UNODC ໃນປີ 2013 ວ່າ: ຜ່ານການສຳຫຼວດໃນຈຳນວນ 92 ບ້ານ ທີ່ຂຶ້ນກັບເມືອງ Haryana ປະກົດວ່າ ຜູ້ຍິງຈຳນວນ 9.000 ຄົນ ໃນຈຳນວນ 10.000 ຄົນ ແມ່ນຖືກຊື້ມາແຕ່ບັນດາບ້ານທີ່ທຸກຍາກຕາມບັນດາລັດອື່ນໃນບໍລິເວນໃກ້ຄຽງ.

ການຊື້-ຂາຍເຈົ້າສາວ ແມ່ນໄດ້ກາຍເປັນຊ່ອງວ່າງໃຫ້ກັບກຸ່ມເຄື່ອນໄຫວ ເຊິ່ງໄດ້ສ້າງລາຍຮັບແບບບໍ່ຖືກຕ້ອງໃຫ້ກັບພວກເຂົາສູງສົມຄວນ; ຫຼາຍຄົນໃນທ້ອງຖິ່ນໄດ້ຕົກເປັນສາຂາຂອງກຸ່ມເຄື່ອນໄຫວ ເຊິ່ງເຮັດໜ້າທີ່ຊອກ, ຕົວະ, ຫຼອກລວງເອົາຍິງສາວ ໂດຍການຊື້ຈ້າງ ຫຼື ວິທີການອື່ນໆ ຈາກນັ້ນແມ່ນຈະຈັດຂາຍອອກຕາມສາຂາຂອງລູກຄ້າ.

ຕາມການລາຍງານຂອງຕົວເລກຄະດີທີ່ເກີດຂຶ້ນໃນປະເທດອິນເດຍ ໃນປີ 2016 ແມ່ນມີຜູ້ຍິງ, ເດັກນ້ອຍຍິງ ຈຳນວນ 33.855 ຄົນ ແມ່ນຖືກຈັບຕົວຮຽກຄ່າໄຖ່, ຫາຍຕົວໄປ ຫຼື ຖືກຫຼອກບັງຄັບໃຫ້ແຕ່ງງານ ແລະອື່ນໆ ເຊິ່ງອາຍຸຂອງບັນດາຈຳນວນແມ່ຍິງທີ່ຖືກເຄາະຮ້າຍນັ້ນ ເກືອບເຄິ່ງໜຶ່ງແມ່ນຕ່ຳກວ່າ 18 ປີ.