ປາກົດການການລັກລົດຈັກຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ເປັນປະກົດການຫຍໍ້ທໍ້ທີ່ຊໍາ ເຮື້ອມາດົນນານ ແຕ່ກໍ ບໍ່ສາມາດແກ້ໄຂໄດ້ຂາດຕົວ ຍ້ອນມີຫຼາຍສາເຫດທີ່ກ່ຽວພັນກັນ, ໜຶ່ງໃນນັ້ນ ກໍຄືສະຕິຂອງຜູ້ເປັນເຈົ້າຂອງ ລົດຍັງບໍ່ທັນສູງ. ອີກດ້ານໜຶ່ງ, ຍ້ອນຄົນຮ້າຍອາໄສຊອກຫາລັກລົດຂອງຄົນອື່ນເປັນຫຼັກ ໂດຍຊອກຫາຊ່ອງວ່າງເພື່ອ ລັກ ເອົາຂອງຄົນອື່ນມາເປັນຂອງຕົວເອງ ແລະ ພວກເຂົາເຮັດເປັນກຸ່ມກ້ອນ. ແຕ່ຢ່າງໃດກໍຕາມ, ເຈົ້າໜ້າທີ່ກໍໄດ້ ເອົາໃຈໃສ່ຕິດຕາມຈັບໄດ້ຫຼາຍກຸ່ມແກ້ງ ແລະ ເກັບກູ້ລົດຈັກຄືນໃຫ້ເຈົ້າຂອງເດີມເປັນຈໍານວນຫຼວງຫຼາຍ. ຫຼ້າສຸດ, ໃນວັນ ທີ 5 ພຶດສະພາ 2018 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວກຸ່ມແກ້ງ  ລັກລົດຈັກ ແລະ ຊື້ຊັບຜິດກົດໝາຍ ໄດ້ທັງໝົດ 7 ຄົນ ພ້ອມເກັບກູ້ຂອງກາງລົດຈັກຄືນໄດ້ 11 ຄັນ, ລົດໃຫຍ່ 1 ຄັນ.

ພັທ ພຸດທະວົງ ລິດຍະວົງ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຖະແຫຼງຂ່າວໃນອາທິດຜ່ານມາ ວ່າ: ໃນໄລຍະຕົ້ນເດືອນມີນາ 2018, ໄດ້ຮັບແຈ້ງຄວາມຈາກປະຊາຊົນພາຍໃນເມືອງໄຊທານີ ແລະ ຜູ້ເສຍຫາຍ ໃນຂອບເຂດນະຄອນຫຼວງວຽງຈັນ ຈໍານວນຫຼາຍຄົນວ່າ: ຖືກຄົນຮ້າຍລັກລົດຈັກໄປ. ຈາກສະພາບການດັ່ງກ່າວ, ຈຶ່ງຈັດກໍາລັງວິຊາສະເພາະແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ລົງກວດກາຢູ່ຕາມຈຸດຫຼ່ໍແຫຼມຕ່າງໆຂອບເຂດເມືອງ ແລະ ປະສານສົມທົບກັບເຈົ້າໜ້າທີ່ເມືອງອ້ອມຂ້າງ ຈົນສາມາດຂຶ້ນເປົ້າໝາຍໃນເບື້ອງຕົ້ນ. ຜ່ານການຕິດຕາມ, ມາ ຮອດວັນທີ 5 ພຶດສະພາ 2018 ຈຶ່ງສາມາດກັກຕົວຜູຖືກຫາໄດ້ຈຳນວນ 7 ຄົນ ຄື: ທ້າວ ເພັດ ອາຍຸ 21 ປີ, ທ້າວ ສີສຸກ ອາຍຸ 19 ປີ, ທ້າວ ໂອເລ້ ອາຍຸ 23 ປີ ທັງສອງຢູ່ບ້ານໂພນສີ ເມືອງປາກກະດິງ ແຂວງບໍລິຄຳໄຊ. ທ້າວ ແສງ ທະວີ ອາຍຸ 26 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ, ທ້າວ ມັງກອນເພັດ ອາຍຸ 33 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ້າວ ຂາວພອນ ອາຍຸ 21 ປີ ແລະ ທ້າວ ຜິດສະໄໝ ອາຍຸ 24 ປີ ທັງສອງຢູ່ບ້ານນາກາງ ເມືອງຄູນຄຳ ແຂວງຄຳມ່ວນ ມາສອບສວນ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາຈຳນວນ 7 ຄົນ ໃຫ້ຮູ້ວ່າ: ພວກກ່ຽວໄດ້ເລີ່ມເຄື່ອນໄຫວລັກຊັບພົນລະ ເມືອງໃນໄລຍະທ້າຍ ປີ 2017 ເປັນຕົ້ນມາ, ພວກກ່ຽວໄດ້ຮ່ວມກັນລັກຊັບ ແລະ ຊື້-ຂາຍຊັບແບບຜິດກົດໝາຍ ມາແລ້ວຈຳນວນຫຼາຍຄັ້ງ ຈົນບໍ່ສາມາດຈື່ໄດ້. ສ່ວນຫຼາຍແມ່ນຮ່ວມກັນລັກລົດຈັກເວັບຮ້ອຍ, ຄິກໄອ, ຊີບີອາ, ສ່ວນ ຈຸດກໍ່ເຫດນັ້ນແມ່ນຢູ່ໃນນະຄອນຫຼວງວຽງຈັນ ໂດຍໃຊ້ວິທີຕະເວນເລາະຕາມສະຖານທີ່ຕ່າງໆ ເມື່ອພົບເຫັນລົດຈັກ ສັງເກດເບິ່ງເຈົ້າຂອງເຜີຕົວ ກໍລົງມືລັກທັນທີ ເປັນຕົ້ນແມ່ນຢູ່ຕາມຫ້ອງເຊົ່າ, ຫໍພັກໃນໂຮງຮຽນ, ຮ້ານກິນດື່ມ, ຮ້ານເກມ, ຮ້ານສະນຸກເກີ້ ແລະ ຮ້ານຂາຍເຄື່ອງຕ່າງໆ ທີ່ເຈົ້າຂອງຊັບເຜີຕົວກໍລົງມືລັກ ແລ້ວນຳໄປຂາຍໃຫ້ກັບພັກ ພວກທີ່ຮ່ວມຂະບວນການນຳກັນ, ສ່ວນລາຄາການຊື້ຂາຍນັ້ນ ລົດເວັບຮ້ອຍຂາຍໃນລາຄາ 3.000.000- 3.500.000 ກີບ ລົດຄິກໄອ 7.500.000 ກີບ ແລະ ລົດຊີບິອາ 10.000.000 ກີບ ຈຸດຊື້່ຂາຍແມ່ນຈະນັດ ຢູ່ຕາມເຮືອນພັກ, ຮ້ານບັນເທີງ ແລະ ຕາມເສັ້ນທາງ. ນອກນີ້, ພວກກ່ຽວຍັງສາລະພາບວ່າ: ນອກຈາກລັກລົດຈັກແລ້ວ ຍັງໄດ້ຮ່ວມກັນລັກລົດໃຫຍ່ 1 ຄັນ ເປັນລົດເກງ ຍີ້ຫໍ້ເກຍສີປອນເງິນ ຢູ່ເຂດເຮືອນພັກບ້ານຕານມີໄຊ ເມືອງໄຊທານີ ສຳລັບເງິນທີ່ໄດ້ຈາກການຂາຍລົດ ແມ່ນໄດ້ ມາແບ່ງປັນກັນໃຊ້ຈ່າຍຫຼິ້ນກິນຟຸມເຟືອຍໝົດ ໂດຍສ່ວນໃຫຍ່ແມ່ນຊື້ຢາເສບຕິດມາເສບ ແລະ ຫຼິ້ນເກມອອນລາຍ ແລະ ການພະນັນ ເມື່ອເງິນໝົດກໍຕະເວນຊອກລັກຊັບອີກ.

ຜ່ານການດຳເນີນການສືບສວນ-ສອບສວນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດຕິດ ຕາມເກັບກູ້ຂອງກາງໄດ້ລົດຈັກຈຳນວນ 11 ຄັນ ປະກອບມີ ລົດເວບ 100 ຈໍານວນ 7 ຄັນ, ລົດຈັກຢາມາຫາຟີໂນ 1 ຄັນ, MSX 1 ຄັນ, CBR 1 ຄັນ, ຊຸຊູກິສະແມດ 1 ຄັນ ແລະ ລົດໃຫຍ່ 1 ຄັນ ແລະ ໄດ້ມອບຄືນໃຫ້ເຈົ້າຂອງ ເດີມເປັນທີ່ຮຽບຮ້ອຍແລ້ວ ແລະ ເລັ່ງສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນ ການນຳຜູ້ຖືກຫາຈຳນວນ 7 ຄົນນີ້ມາດຳເນີນຄະດີໝົດ.