ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບເຈົ້າໜ້າທີ່ພະແນກຕໍາຫຼວດຈະລາ ຈອນ ປກສ ແຂວງຫົວພັນ ໄດ້ລົງຕັ້ງດ່ານກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນທາງເມືອງຮ້ຽມ-ຊໍາເໜືອ. ໃນລະຫວ່າງນັ້ນ, ເຈົ້າໜ້າທີ່ຈຶ່ງສະກັດກວດກາລົດຈັກພົບຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 2.000 ເມັດ, ໂທລະສັບ 2 ໜ່ວຍ.
ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ບຸນ ຊ່ວງ ອາຍຸ 38 ປີ ເປັນພະ ນັກງານບ້ານປາກທ່າເໜືອ ເມືອງປາກທາ ແຂວງບໍ່ແກ້ວ. ຜ່ານການ ສອບສວນ ຜູ້ກ່ຽວສາລະພາບວ່າ: ຢາບ້າຈໍາ ນວນດັ່ງກ່າວແມ່ນຂອງຕົນແທ້, ເຊິ່ງໄດ້ຮັບຊື້ນໍາກຸ່ມຮ່ວມຂະບວນການນໍາກັນ ເພື່ອຈະເອົາຢາຈໍານວນດັ່ງກ່າວ ໄປຂາຍຕໍ່ໃຫ້ຜູ້ສັ່ງຊື່ທີ່ນັດກັນຢູ່ເມືອງຊໍາເໜືອ, ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ.
ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຕົວຜູ້ຮ່ວມຂະບວນການນໍາກັນ ເພື່ອຕາມຈັບຕົວໄປດໍາເນີນ ຄະດີຕາມ ກົດໝາຍ.