ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017 ໃນລະຫວ່າງວັນທີ 23-24 ພຶດສະພາ 2018, ມີບັນດາຄູ-ອາຈານພາຍໃນ ຄວສ ເຂົ້າຮ່ວມ.

ທ່ານ ສຈ. ປອ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: “ການເຜີຍແຜ່ໃນຄັ້ງນີ້, ເພື່ອເຮັດໃຫ້ບັນດາຄູ-ອາຈານໄດ້ຮັບຮູ້ເຂົ້າໃຈຕໍ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017 ໂດຍສະເພາະການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມທັງການກໍ່ສ້າງພັກ, ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມທິດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກຳນົດໄວ້”.

ສຳລັບເອກະສານທີ່ນຳມາເຜີຍແຜ່ປະກອບມີ 8 ເອກະສານ ຄື: ບົດໂອ້ລົມຂອງ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017, ຮ່າງບົດສະຫຼຸບວຽກງານຕິດຕາມກວດກາປີ 2017 ແລະ ທິດທາງແຜນການວຽກງານກວດກາປີ 2018 ຂອງຄະນະກວດກາ ກະຊວງສຶກສາທິການ ແລະ ກິລາ, ບົດແນະນຳເພີ່ມເຕີມຂອງຄະນະກວດກາສູນກາງພັກ ເລກທີ 04/ຄກສພ, ລົງວັນທີ 5 ມັງກອນ 2018 ກ່ຽວກັບສິດຕົກລົງວິໄນຂັ້ນກ່າວເຕືອນ, ປ່ຽນແປງ ຫຼື ລົບລ້າງຮູບການລົງວິໄນຂອງຄະນະກວດກາພັກແຕ່ຂັ້ນເມືອງ ແລະ ທຽບເທົ່າຂຶ້ນໄປ, ຂໍ້ກຳນົດຂອງຄະນະກວດກາສູນກາງພັກ ເລກທີ 05/ຄກສພ, ລົງວັນທີ 5 ມັງກອນ 2018, ບົດແນະນຳເລກທີ 27/ຄກສພ, ລົງວັນທີ 30 ມັງກອນ 2018 ກ່ຽວກັບການດຳເນີນຄະດີສໍ້ລາດບັງຫຼວງ, ບົດແນະນຳ 36/ ຄກສພ, ລົງວັນທີ 5 ມັງກອນ 2018 ກ່ຽວກັບກວດກາຜົນການສອບ, ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມະຕິຂອງກົມການເມືອງສູນກາງພັກ ເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ.