ຫ້ອງການສາທາລະນະສຸກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເປີດຝຶກອົບຮົມວຽກງານການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໃຫ້ ອາສາສະໝັກບ້ານ (ອສບ) 12 ບ້ານອ້ອມຂ້າງເມືອງສີສັດຕະນາກ ປະຈໍາປີ 2018, ຂຶ້ນໃນວັນທີ 23 ພຶດສະພາ 2018 ໂດຍການເປັນປະທານຂອງ ທ່ານ ດຣ ຄອນສະຫວັນ ເທບພະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງສີສັດຕະນາກ, ມີຕາງໜ້າຈາກໂຮງໝໍເມືອງ, ອໍານາດການປົກຄອງບ້ານ, ອາສາສະໝັກບ້ານເຂົ້າຮ່ວມ.

ທ່ານ ດຣ ສຸວັນໄຊ ໃສຈັນດີ ຄະນະຮັບຜິດຊອບວຽກງານໄຂ້ຍຸງລາຍ ຫ້ອງການສາທາລະນະສຸກ ເມືອງສີສັດຕະນາກ ກ່າວວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້, ແມ່ນເພື່ອເສີມສ້າງຄວາມຮູ້ພື້ນຖານກ່ຽວກັບການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໃຫ້ ອສບ ເພື່ອເຝົ້າລະວັງ, ການກຳຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ, ປ້ອງກັນພະຍາດໄຂ້ເລືອດອອກ ໂດຍການສ້າງເຄືອຂ່າຍ ອສບ 12 ບ້ານ ທີ່ມີຄວາມສ່ຽງສູງໃຫ້ເຂັ້ມແຂງ ຄື: ບ້ານສີເມືອງ, ດອນກອຍ, ໂພນປ່າເປົ້າ, ທົ່ງພານທອງ, ດົງສະຫວາດ, ສະພານທອງເໜືອ, ສະພານທອງໃຕ້, ວັດນາກ, ໂສກປ່າຫຼວງ, ຈອມເພັດ, ທົ່ງກາງ ແລະ ດອນນົກຂຸ້ມ ເຊິ່ງຈໍານວນອາສາສະໝັກບ້ານເຂົ້າຮ່ວມຝຶກທັງໝົດ 57 ທ່ານ.

ສໍາລັບການຝຶກອົບຮົມແມ່ນໃຊ້ເວລາ 1 ວັນເຕັມ; ໃນນັ້ນ, ບົດຮຽນທີ່ນໍາມາຝຶກມີພາລະບົດບາດຂອງ ອສບ, ຄວາມຮູ້ເບື້ອງຕົ້ນກ່ຽວກັບພະຍາດໄຂ້ຍຸງລາຍ ແລະ ມາດຕະການໃນການຄວບຄຸມ, ວິທີການສໍາຫຼວດໜອນນໍ້າ ແລະ ການລາຍງານໃຫ້ສາທາລະນະສຸກເມືອງ ກວດສອບກໍລະນີ.