ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດການທົດສອບມາດຕະຖານສີມືແຮງງານ ລະດັບ 2 ສາຂາຊ່າງຕິດຕັ້ງໄຟຟ້າ ຂຶ້ນໃນວັນທີ 25 ພຶດສະພາ 2018, ໂດຍການເຂົ້າຮ່ວມ ແລະ ມອບໃບຢັ້ງຢືນຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ນະຄອນຫຼວງວຽງຈັນ, ມີຄະນະກໍາມະການ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ໂດອິ ວິລະນາມ ອໍານວຍການສູນພັດທະນາສີມືແຮງງານ ກ່າວວ່າ: ການເຄື່ອນໄຫວທົດສອບສີມືແຮງງານໃນຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 23 ເມສາ 2018 ເປັນຕົ້ນມາ ເຊິ່ງລວມມີກອງປະຊຸມວິຊາການຄົ້ນຄວ້າຫົວບົດທົດສອບ, ການກໍານົດລະບຽບການທົດສອບ, ການກະກຽມຄວາມພ້ອມດ້ານຕ່າງໆ ແລະ ໄລຍະຈັດຕັ້ງການທົດສອບຕົວຈິງແມ່ນໃຊ້ເວລາ 6 ວັນ ເລີ່ມແຕ່ວັນທີ 18-25 ພຶດສະພາ 2018; ການທົດສອບຄັ້ງນີ້ປະກອບມີ: ການທົດສອບພາກຄວາມຮູ້ທາງທິດສະດີ, ການທົດສອບພາກປະຕິບັດຕົວຈິງປະກອບມີຄຸນນະພາບຂອງການປະຕິບັດງານ, ການນໍາໃຊ້ເຄື່ອງມື, ນໍາໃຊ້ວັດຖຸ-ອຸປະກອນ, ຄວາມປອດໄພ, ສິ່ງແວດລ້ອມ ແລະ ສໍາເລັດຕາມເວລາ; ການທົດສອບຄັ້ງນີ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ແລະ ປະກອບອາຊີບຫຼາຍລັກສະນະ ລວມທັງໝົດ 28 ທ່ານ; ໃນນັ້ນ, ປະກອບອາຊີບອິດສະຫຼະ 13 ທ່ານ, ປະກອບອາຊີບກັບບັນດາບໍລິສັດທັງພາກລັດວິສາຫະກິດ ແລະ ເອກະຊົນ 15 ທ່ານ; ຜ່ານການທົດສອບຕົວຈິງ ສາມາດສອບຜ່ານໄດ້ຄະແນນສະເລ່ຍ 60% ຂຶ້ນໄປທັງໝົດ 26 ທ່ານ.

ໂອກາດດຽວກັນ, ທ່ານ ນາງ ລໍາພອຍ ສີອັກຄະຈັນ ໄດ້ຂຶ້ນມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນທີ່ສອບຜ່ານ ຈໍານວນ 26 ທ່ານ ແລະ ເນັ້ນໃຫ້ບັນດານັກສໍາມະນາກອນທີ່ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້, ຈົ່ງນໍາໃຊ້ຄວາມຮູ້, ຄວາມສາມາດ, ປະສົບການທີ່ຕົນເອງມີປະກອບອາຊີບດ້ວຍຄວາມສຸຈະລິດ, ນໍາໃຊ້ວິຊາສະເພາະຂອງຕົນໄປໃນທາງທີ່ຖືກຕ້ອງ, ພັດທະນາສີມືຕົນເອງໃຫ້ເກັ່ງຂຶ້ນໄປເລື້ອຍໆ ແລະ ມີຄວາມຊໍານິຊໍານານກັບໜ້າທີ່ວຽກງານທີ່ຕົນເອງເຮັດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການສ້ອມແປງໄຟຟ້າ ຫຼື ວິສາຫະກິດ, ບໍລິສັດທີ່ຕົນເອງສັງກັດຢູ່.