ປກສ ກຸ່ມ VII ບ້ານດຸງ ຮ່ວມກັບບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບວຽກງານການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນວັນທີ 28 ພຶດສະພາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວົງພະຈັນ ຂັນທະຈັນ ຄະນະພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ, ພັທ ຄໍາມະລົງ ວຽງວິໄລ ຫົວໜ້າ ປກສ ກຸ່ມ VII ບ້ານດຸງ, ມີນາຍບ້ານ, ປກສ ບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານໂຊກນ້ອຍເຂົ້າຮ່ວມ.

ທ່ານ ສະລິດ ຫຼວງລາດ ນາຍບ້ານໆໂຊກນ້ອຍ ກ່າວວ່າ: ພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດວຽກງານການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ບ້ານໂຊກນ້ອຍ ເປັນເວລາ 20 ວັນ ( 8-28 ພຶດສະພາ 2018 ) ກໍາລັງກໍ່ສ້າງຮາກຖານການເມືອງ ໄດ້ພ້ອມກັນສຸມໃສ່ປະຕິບັດວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ ເປັນຕົ້ນແມ່ນ: ໄດ້ກວດກາ, ຄຸ້ມຄອງ ແລະ ເກັບກໍາສະຖິຕິຢູ່ພາຍໃນບ້ານ ເຊິ່ງບ້ານໂຊກນ້ອຍ ມີ 46 ໜ່ວຍ, ມີ 660 ຫຼັງຄາເຮືອນ, ມີ 603 ຄອບຄົວ, ມີພົນລະເມືອງ 2.850 ຄົນ ຍິງ 1.453 ຄົນ, ຂຶ້ນສໍາມະໂນຄົວແລ້ວ 2.420 ຄົນ ຍິງ 1.257 ຄົນ, ມີຄົນມາພັກເຊົາຊົ່ວຄາວ 383 ຄົນ ຍິງ 215 ຄົນ, ໄດ້ກວດກາອາຊີບພິເສດພາຍໃນບ້ານມີໂຮງງານ 3 ແຫ່ງ, ປໍ້ານໍ້າມັນ 4 ປໍ້າ, ເຮືອນພັກ 2 ຫຼັງ, ເຮືອນເຊົ່າ 3 ຫຼັງ, ຫ້ອງແຖວໃຫ້ເຊົ່າ 25 ຫຼັງ ມີ 119 ຫ້ອງ, ຮ້ານອາຫານ 3 ຮ້ານ, ຮ້ານກິນ-ດື່ມ 17 ຮ້ານ, ຮ້ານຂາຍຢາ 5 ຮ້ານ, ຮ້ານສ້ອມແປງລົດຈັກ 3 ຮ້ານ ແລະ ໂຮງສີເຂົ້າ 2 ແຫ່ງ; ວຽກງານປ້ອງກັນສະກັດກັ້ນ ແລະ ແກ້ໄຂຢາເສບຕິດ ໄດ້ກວດກາພົບເຫັນຊາວໜຸ່ມທີ່ມີການພົວພັນກັບຢາເສບຕິດ 40 ຄົນ ຍິງ 1; ໃນນີ້, ໄດ້ສ້າງບົດບັນທຶກສຶກສາແລ້ວ 34 ຄົນ ຍິງ 1 ຄົນ ຍັງ 6 ຄົນເອົາໂຕຫຼົບໜີ.

ພ້ອມນີ້, ຍັງໄດ້ເອົາໃຈໃສ່ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ແກ້ໄຂການສັນຈອນແອອັດຕາມທ້ອງຖະໜົນ ແລະ ກຸ່ມແກ້ງກວນເມືອງ, ໄດ້ລົງເກັບກໍາບັນຊີພາຫະນະຂົນສົ່ງທາງບົກທີ່ແລ່ນດ້ວຍເຄື່ອງຈັກ 50 CC ຂຶ້ນໄປລວມມີພາຫະນະທັງໝົດ 922 ຄັນ,ໃນນີ້ ມີລົດຈັກ 661 ຄັນ, ລົດໃຫຍ່ 261 ຄັນ, ຜ່ານການເກັບກໍາກວດກາແມ່ນພົບເຫັນລົດດັດແປງສະພາບ 3 ຄັນ ແລະ ໄດ້ເຮັດບັດບັນທຶກສຶກສາອົບຮົມເຈົ້າຂອງລົດ ພ້ອມທັງເເນະນໍາໃຫ້ປັບປຸງລົດຢູ່ໃນສະພາບເດີມ.