ພັກ ແລະ ລັດຖະບານ ໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ, ເຊິ່ງກົງກັບວັນ ເດັກນ້ອຍສາກົນ, ຫຼາຍພາກສ່ວນທັງອົງການຈັດຕັ້ງຂອງລັດ ແລະ ພາກເອກະຊົນຕ່າງໆ ກໍເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງປ່າໄມ້ ໂດຍພາກັນເຮັດກິດຈະກໍາປູກຕົ້ນໄມ້ ເພື່ອຕ້ອນຮັບວັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ແລະ ເປັນການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ພ້ອມທັງເປັນການຄືນຄວາມອຸດົມສົມບູນ ໃຫ້ປ່າໄມ້ທີ່ຖືກທໍາລາຍ, ເຊິ່ງແຕ່ລະພາກສ່ວນໄດ້ກະກຽມເນື້ອທີ່ໄວ້ປູກຫຼາຍຮ້ອຍເຮັກຕາ ແລະ ເບ້ຍໄມ້ຫຼາຍລ້ານຕົ້ນ ໂດຍໃຊ້ງົບປະມານຈໍານວນບໍ່ໜ້ອຍ. ແຕ່ຍັງບໍ່ທັນມີພາກສ່ວນໃດອອກມາຢັ້ງຢືນວ່າ: ຕົ້ນໄມ້ທີ່ລອດຕາຍຈາກການ ປູກ ແລະ ເຕີບໂຕນັ້ນເຫຼືອຈັກເຮັກຕາ, ເພີ່ມຈໍານວນເນື້ອທີ່ປ່າໜ້ອຍຫຼາຍເທົ່າໃດໃນປີຜ່ານມາ. ສະນັ້ນ, ຖ້າລົງ ມືປູກແລ້ວ ກໍຄວນເອົາໃຈໃສ່ປົກປັກຮັກສາບົວລະບັດໃຫ້ເບ້ຍໄມ້ເຕີບໃຫຍ່ ເພື່ອບໍ່ໃຫ້ໄດ້ປູກຂຸມເກົ່າໃນປີຕໍ່ໜ້າ.
ການປູກຕົ້ນໄມ້ທົດແທນໃຫ້ເປັນປ່າ ແມ່ນເພື່ອຄວາມອຸດົມສົມບູນແກ່ທໍາມະຊາດ ເປັນສິ່ງທີ່ດີແກ່ລະບົບນິເວດວິ ທະຍາ, ທັງຮັກສາສະພາບແວດລ້ອມ ເຊັ່ນ: ຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ສາມາດປ້ອງກັນການປ່ຽນແປງດິນຟ້າອາກາດໄດ້. ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້ ໄດ້ອອກມາຖະແຫຼ່ງຂ່າວຕໍ່ສື່ມວນຊົນ ໃນວັນທີ 22 ພຶດສະພາ 2018 ວ່າ: ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງ ຊາດປີນີ້ກະຊວງກະສິກໍາ ແລະ ປ່າໄມ້ ວາງຄາດໝາຍໄວ້ວ່າ: ປີນີ້, ຈະປູກໄມ້ ໄດ້ທັງໝົດ 27.000 ເຮັກຕາ ແລະ ຟື້ນຟູປ່າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 500.000 ເຮັກຕາ ໂດຍສົມທົບກັບອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ກະກຽມ ແລະ ກ້າເບ້ຍໄມ້ໄດ້ແລ້ວ 14 ລ້ານເບ້ຍ. ແຕ່ທ່ານບໍ່ໄດ້ຢັ້ງຢືນຕົ້ນໄມ້ ທີ່ລອດຕາຍຈາກການປູກ ແລະ ເຕີບ ໂຕເຫຼືອຈັກເຮັກຕາ, ເພີ່ມຈໍານວນເນື້ອທີ່ປ່າໜ້ອຍຫຼາຍເທົ່າໃດ ໃນປີ 2017 ຜ່ານມາ. ມີແຕ່ແຂວງສາລະວັນ ຢັ້ງຢືນໃຫ້ເຫັນພໍອຸ່ນໃຈຂອງອັດຕາການລອດເຫຼືອໃນການປູກໄມ້ ໃນປີ 2017 ທີ່ໄດ້ປະເມີນ, ຕິດຕາມ, ສຳຫຼວດ ຄືນໃນແຕ່ລະຈຸດແມ່ນລອດຕາຍ 50%. ສຳລັບປີນີ້ ຈະໄດ້ວາງຄາດໝາຍສູ້ຊົນໃຫ້ໄດ້ 80% ເພີ່ມຂຶ້ນ 30% ທຽບ ໃສ່ປີຜ່ານມາ. ທ່ານ ອານຸສັກ ຈໍາປາຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ກ່າວວ່າ: ແຕ່ປີນີ້ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ແມ່ນມີຄວາມພ້ອມ ທີ່ຈະປູກໄມ້ ໂດຍໄດ້ກະກຽມເບ້ຍໄມ້ 2 ລ້ານກວ່າເບ້ຍ, ພ້ອມທັງ ໄດ້ຈັດສັນເນື້ອທີ່ຈະປູກ ແລະ ມອບໃຫ້ພາກສ່ວນເມືອງ, ບ້ານ, ກຸ່ມທຸລະລິດເປັນເຈົ້າການໃນການປູກໄມ້ໃນຂອບ ເຂດທີ່ຕົນຮັບຜິດຊອບ ແລະ ຈະໄດ້ຟື້ນຟູປ່າໄມ້ທີ່ຊຸດໂຊມ ຈຳນວນ 2 ພັນກວ່າເຮັກຕາ ມອບໃຫ້ເມືອງເປັນຜູ້ຈັດ ຕັ້ງປະຕິບັດໂດຍກົງ.
ຢ່າງໃດກໍດີ, ການປູກໄມ້ທົດແທນຍັງບໍ່ທັນຕອບສະໜອງກັບຈໍານວນປ່າທີ່ຖືກທໍາລາຍ ເມື່ອນໍາມາສົມທຽບໃສ່ກັນ, ແຕ່ລັດຖະບານໄດ້ເອົາໃຈໃສ່ລະດົມແຕ່ລະພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ເພື່ອປູກເບ້ຍໄມ້ເປັນຂະບວນຟົດ ຟື້ນແນໃສ່ທົດແທນປ່າໄມ້ຄືນ ຮອດປີ 2020 ໃຫ້ໄດ້ 70%, ເຊິ່ງຄາດໝາຍນີ້ ບໍ່ແມ່ນເລື່ອງງ່າຍປານໃດ ຖ້າເຮົາ ບໍ່ເຮັດຢ່າງຈິງຈັງ ແລະ ເຮັດຢ່າງມີປະສິດທິຜົນແທ້. ຂະແໜງການທີ່ກ່ຽວຂ້ອງໄດ້ຕີລາຄາວ່າ: 40 ກວ່າປີມາແລ້ວ ຂະບວນການປູກໄມ້ບ້ານເຮົາແມ່ນເຮັດໄປໄດ້ດີ. ແຕ່ຂອດບົວລະບັດຮັກສາຍັງເຮັດໄດ້ໜ້ອຍ ອັນໄດ້ເຮັດໃຫ້ອັດຕາ ການລອດເຫຼືອຂອງເບ້ຍໄມ້ທີ່ປູກໃໝ່ມີປະລິມານໜ້ອຍ ຈິ່ງເກີດໃຫ້ມີໃນແຕ່ລະປີປູກໃສ່ເນື້ອທີ່ບ່ອນເກົ່າ ແລະ ຂຸມເກົ່າ ເຮັດໃຫ້ສິ້ນເປືອງງົບປະມານລ້າໆບາງເຂດ ໂດຍເຮັດໄປຕາມຂະບວນການພໍມີຜົນງານແຕ່ຜົນໄດ້ຮັບມີ ໜ້ອຍ.
ເພື່ອແກ້ໄຂສິ່ງຫຍໍ້ທໍ້ນີ້, ພາກສ່ວນທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ຄົ້ນຄວ້າສຶກສາໃຫ້ລະອຽດ ໂດຍສະເພາະຂະແໜງປ່າ ໄມ້ຕ້ອງມີການທົດລອງ ແລະ ແນະນໍາ ໃຫ້ແຕ່ລະທ້ອງຖິ່ນວ່າ: ໄມ້ແຕ່ລະຊະນິດຄວນປູກໃນສະພາບແວດລ້ອມ ແບບໃດ, ປູກໃສ່ເຂດໜາວ ຫຼື ເຂດຮ້ອນ, ເຂດເນີນພູສູງ ຫຼື ເຂດທົ່ງພຽງ ແລະ ທ້ອງຖິ່ນ ໃດຄວນວາງແຜນເລັ່ງ ປູກໄມ້ຊະນິດດັ່ງກ່າວໃຫ້ຫຼາຍ. ບໍ່ພຽແຕ່ເທົ່ານັ້ນ, ການປູກ ໄປແລ້ວຕ້ອງແບ່ງຄວາມຮັບຜິດຊອບ ແຕ່ລະພາກ ສ່ວນຮັບຜິດຊອບໃຫ້ເຂົາ ເຈົ້າເປັນຜູ້ເບິ່ງແຍງບົວລະບັດຮັກສາບ່ໍ ໃຫ້ສັດ ຫຼື ສັດຕູພືດອື່ນໆທໍາລາຍ ເພື່ອເຮັດໃຫ້ ເບ້ຍໄມ້ປູກໃໝ່ມີອັດຕາການຈະເລີນເຕີບໂຕດີຂຶ້ນ. ພ້ອມກັນນັ້ນ, ກໍຄວນເອົາໃຈໃສ່ນະໂຍບາບຍ້ອງຍໍສັນລະ ເສີນຕໍ່ບ່ອນໃດເຮັດໄດ້ດີ. ກົງກັນຂ້າມບ່ອນໃດເຮັດບໍ່ໄດ້ດີ ກໍຕ້ອງກ້າຕໍານິສົ່ງຂ່າວ ເພື່ອປັບປຸງປ່ຽນແປງ. ຖ້າເຮັດໄດ້ ແນວນີ້ກໍຈະເຮັດໃຫ້ຂະບວນການປູກໄມ້ຂອງປະເທດເຮົາມີປະສິດທິຜົນ ແລະ ບໍ່ສິ້ນເປືອງງົບປະມານຂອງລັດ ດັ່ງທີ່ ປະກົດເຫັນໃນໄລຍະຜ່ານມາ. ປີໃດກໍຂຶ້ນງົບປະມານປູກເບ້ຍໄມ້ຈໍານວນມະຫາສານແຕ່ຜົນໄດ້ຮັບຂອງມັນຍັງບ່ໍໄປ- ບໍ່ມາ.