ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງເຊກອງ ນຳເອົາສຳນວນຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 3 ເລື່ອງ ມີຈຳເລີຍ 3 ຄົນ, ຂຶ້ນ ມາພິຈາລະນາຕັດອິດສະຫຼະພາບຜູ້ລະ 5 ປີ ປັບໃໝຜູ້ລະ 10.000.000 ກີບ.
ຈຳເລີຍທັງ 3 ທີ່ເຈົ້າໜ້າທີ່ໄດ້ນຳຕົວຂຶ້ນສານຄັ້ງນີ້ມີຈຳເລີຍ 1 ຊື່ ນາງ ເປີ ອາ ຍຸ 30 ປີ ຢູ່ບ້ານໂນນມີໄຊ, ຈຳເລີຍ 2 ທ້າວ ພູມີ ອາຍຸ 27 ປີ ບ້ານວັດຫຼວງ ແລະ ຈຳເລີຍ 3 ທ້າວ ດາວັນ ອາຍຸ 31 ປີ ຢູ່ ບ້ານໂພນ ທັງ 3 ຢູ່ເມືອງລະມາມ ແຂວງເຊກອງ, ພວກຈຳເລີຍຖືກເຈົ້າໜ້າທີ່ ກັກຕົວໃນຕົ້ນປີ 2017 ສະຖານລັກ ລອບຊື້-ຂາຍຢາເສບຕິດ ປະເພດ ຢາບ້າທີ່ອອກລິດຕໍ່ລະບົບປະສາດທີ່ກົດໝາຍແຫ່ງ ສປປ ລາວ ຫ້າມບໍ່ໃຫ້ບຸກຄົນໃດຂາຍ ຫຼື ຈຳໜ່າຍໂດຍບໍ່ໄດ້ຮັບ ອະນຸຍາດ ອີງຕາມກົດໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ, ມາດ ຕາ 2 ຂໍ້ 2 ວັກ 1 ວັກ 2, ກົດໝາຍ ອາຍາມາດຕາ 12,34,77 ວັກ 1 ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2012 ມາດຕາ 152 ຂໍ້ 5 ແລະ ມາດຕາ 156.

ໃນຫ້ອງປະຊຸມສານ ນາງ ເປີ ສາລະພາບວ່າ: ໃນເດືອນພຶດສະພາ 2017, ໄດ້ໄປຊື້ຢາບ້ານໍາ ນາງ ໃໝ ຄັ້ງລະ 10 ເມັດ ຈຳນວນ 3 ຄັ້ງ ແລ້ວນຳໄປຂາຍໃຫ້ ທ້າວ ບຸນຫຼັ່ງ. ນອກນີ້, ຍັງໄດ້ຊື້ຢາບ້າ ນໍາ ທ້າວ ເປດ ຈໍານວນ 2 ຄັ້ງ ຄັ້ງລະ 10 ເມັດ ແລ້ວຂາຍໃຫ້ ທ້າວ ບຸນຫຼັ່ງ ຂາຍໃຫ້ນາງ ຄໍາໃໝ່ ບາງຄັ້ງກໍໄດ້ຊື້ຢາບ້ານຳ ທ້າວ ບຸນຫຼັ່ງ ໂດຍນັດຈຸດຊື້-ຂາຍ ຢູ່ເຂດເສັ້ນທາງເລກທີ 16 ບ້ານປາກໂທນ ຄັ້ງລະ 1 ຖົງ ເທົ່າກັບ 200 ເມັດ. ມາວັນທີ 1 ມິຖຸນາ 2017, ໄດ້ນຳເອົາ ຢາບ້າໄປສົ່ງໃຫ້ກຸ່ມມົ້ວສຸມ ແລະ ຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າ ຈໍານວນ 141 ເມັດ.

ທ້າວ ພູມີ ເຄື່ອນໄຫວພົວພັນເສບ ແລະ ຂາຍຢາເສບຕິດປະເພດຢາບ້າມາ ແຕ່ປີ 2010 ເປັນຕົ້ນມາ ຢາບ້າແມ່ນ ໄດ້ຊື້ນໍາ ທ້າວ ຕຸ່ນ, ທ້າວ ບີ້, ທ້າວ ອໍ່າ, ທ້າວ ຄັບ ແລະ ທ້າວ ກະມຶດ, ແລ້ວນຳໄປ ຂາຍໃຫ້ ທ້າວ ວຽງ, ທ້າວ ຫຳ ນອ້ຍ, ທ້າວ ອື່ງ ແລະ ຂາຍໃຫ້ກຸ່ມໄວລຸ້ນ, ໃນ ເທດສະບານແຂວງເຊກອງ ມາວັນທີ 10 ສິງຫາ 2016 ຈຶ່ງຖືກເຈົ້າ ໜ້າທີ່ກັກຕົວມາດຳເນີນຄະດີ.
ສ່ວນທ້າວ ດາວັນ ຊື້ຢາເສບຕິດນໍາ ທ້າວ ໄຂ ຢູ່ໃນເທດສະບານແຂວງສະຫວັນນະເຂດ ຄັ້ງລະ 100-300 ເມັດ ມາ ໃນປີ 2017 ຊື້ຢາບ້າຈຳນວນ 100 ເມັດ ແລ້ວນຳໄປຂາຍໃຫ້ທ້າວ ຫຼິວ ຂາຍໃຫ້ ທ້າວ ເປ່ມ 40 ເມັດ, ຂາຍ ໃຫ້ ທ້າວ ເປ່ມ 30 ເມັດ ແລະ ຂາຍໃຫ້ກຸ່ມໄວລຸ້ນຈຳນວນໜຶ່ງ, ໃນວັນທີ 11 ມັງກອນ 2017ເອົາຢາບ້ານຳໄປຂາຍໃຫ້ກຸ່ມໄວ ລຸ້ນເຂດບ້ານຫ້ວຍຂຽວ ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ ພ້ອມ ຂອງກາງຢາບ້າ ຈຳນວນ 56 ເມັດ ມາ ດຳເນີນ ຄະດີຕາມກົດໝາຍ.