ຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ມິເຊວ ເຕເມ ຂອງເບຼຊິນ ໄດ້ປະກາດປັບລາຄານໍ້າມັນກາຊວນລົງ 0.46 ຣຽວຕໍ່ລິດລົງມາຢູ່ທີ່ 3.14 ຣຽວ ( ສະກຸນເງິນເບຼຊິນ ) ຕໍ່ລິດ ຈາກປັດຈຸບັນ ເຊິ່ງຢູ່ທີ່ລິດລະ 3.6 ຣຽວ ເພື່ອບັນເທົາຄວາມສູນເສຍຂອງເສດຖະກິດເບຼຊິນ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນອາເມລິກາລາຕິນ, ຄາດວ່າ: ມາດຕະການນີ້, ຈະເຮັດໃຫ້ຕ້ອງການໃຊ້ເງິນພາສີປະຊາຊົນ ປະມານ 10.000 ລ້ານຣຽວ.
ແນວໃດກໍຕາມ ທ່ານ ມິເຊວ ເຕເມ ກ່າວວ່າ: ຄໍາສັ່ງປັບລາຄານໍ້າມັນກາຊວນດັ່ງກ່າວຈະມີຜົນບັງຄັບໃຊ້ພາຍໃນ 60 ມື້ ໂດຍໃນລະຫວ່າງນີ້, ຕ້ອງມີການເຈລະຈາກັບກຸ່ມປະທ້ວງແຕ່ກ່ອນໜ້ານັ້ນຜູ້ນໍາ ເບຼຊິນ ໄດ້ໃຊ້ມາດຕະການຂັ້ນເດັດຂາດທີ່ລວມເຖິງການໃຫ້ທະຫານລົງພື້ນທີ່ຈັດການສະຖານະການ.
ຄຳສັ່ງປັບລາຄານໍ້າມັນມີຂຶ້ນຫຼັງພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າໃນ ເບຼຊິນ ລວມຕົວກັນຢຸດເຮັດວຽກປະ ທ້ວງຕັ້ງແຕ່ວັນທີ 21 ພຶດສະພາ ທີ່ຜ່ານມານີ້, ເຊິ່ງເປັນໄລຍະລາຄານໍ້າມັນປັບຕົວສູງຂຶ້ນຕາມສະຖານະການລາຄານໍ້າມັນດິບ ໃນຕະຫຼາດໂລກທີ່ແພງຂຶ້ນ ໃນຂະນະຄ່າເງິນຣຽວອ່ອນຄ່າລົງ.
ສະຖານະການປະທ້ວງຂອງຄົນຂັບລົດບັນທຸກ ໄດ້ສົ່ງຜົນກະທົບຕໍ່ທົ່ວທຸກພາກສ່ວນໃນ ເບຼຊິນ ເນື່ອງຈາກທຸລະກິດການຂັບລົດບັນທຸກຂົນສົ່ງສິນຄ້າ 60% ຂອງສິນຄ້າເປັນສິນຄ້າໝູນວຽນຢູ່ຕາມຕະຫຼາດຂອງເບຼຊິນ ແລະ ສົ່ງຜົນເຮັດໃຫ້ເສດຖະກິດເສຍຫາຍຫຼາຍກວ່າ 2.800 ລ້ານໂດລາສະຫະລັດ ພາຍໃນໄລຍະ 5 ມື້ ທຳອິດຂອງການຢຸດເຮັດວຽກປະທ້ວງ.