ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາສັ່ງ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນວັນທີ 28 ພຶດສະພາ 2018 ເຜີຍແຜ່ໂດຍ ທ່ານ ສົມມາດ ພົລເສນາ ເລຂາຄະນະພັກ ລັດຖະມົນຕີ ກຊສ, ມີບັນດາຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ.

ທ່ານ ລັດຖະມົນຕີ ກຊສ ກ່າວວ່າ: ໃນກອງປະຊຸມໄດ້ນໍາເອົາເນື້ອໃນບາງຕອນທີ່ສໍາຄັນຂອງເອກະສານທີ 1 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນໃນທົ່ວພັກ ກໍຄື: ສະມາຊິກພັກແຕ່ລະສະຫາຍ ຈະຕ້ອງໄດ້ຂຽນບົດສໍາຫຼວດຕົນເອງຕາມ 5 ເນື້ອໃນຂອງຄໍາສັ່ງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, 5 ໜ້າທີ່ ແລະ 9 ຂໍ້ຫ້າມຂອງສະມາຊິກພັກ ເຊິ່ງໄດ້ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ-ໜ່ວຍພັກ ດ້ວຍການລົງຄະແນນສຽງ ຄື: ດ້ານການເມືອງ 2 ຄະແນນ, ດ້ານແນວຄິດ 1,5 ຄະແນນ, ດ້ານການຈັດຕັ້ງ 1,5 ຄະແນນ, ດ້ານແບບແຜນການນໍາພາ 2 ຄະແນນ, ຄວາມຮັບຜິດຊອບໜ້າທີ່ການເມືອງ 3 ຄະແນນ; ມີປະເພດແຂງ 9-10 ຄະແນນ, ກາງ 6-8,9 ຄະແນນ, ອ່ອນ 4-5,9 ຄະແນນ, ເສຍທາດ 4 ຄະແນນລົງມາ.

ສ່ວນເອກະສານທີ 2 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເຊິ່ງປະກອບມີ 3 ພາກ 13 ມາດຕາ ເພື່ອດໍາເນີນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃຫ້ມີຄຸນນະພາບ ທ່ານລັດຖະມົນຕີ ຈຶ່ງໄດ້ຍົກບາງເນື້ອໃນບາງມາດຕາ ວ່າ: ມາດຕາ 3 ຫຼັກການ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະພັກຂັ້ນໃດ ແມ່ນຂັ້ນນັ້ນເປັນຜູ້ສ້າງແຜນ ແລະ ຮັບຮອງແຜນກໍານົດ; ການສ້າງແຜນກໍານົດພະນັກງານ ຕ້ອງດໍາເນີນໄປພ້ອມໆກັນໃນທຸກຂັ້ນແຕ່ຂັ້ນສູນກາງລົງຮອດຮາກຖານ ໂດຍຖືເອົາແຜນກໍານົດພະນັກງານຂັ້ນລຸ່ມເປັນບ່ອນອີງໃຫ້ແຜນກໍານົດພະນັກງານຂັ້ນເທິງ ເພື່ອຮັບປະກັນໃຫ້ແຜນກໍານົດພະນັກງານມີລັກສະນະເປີດກວ້າງ, ເຄື່ອນເໜັງ, ມີຄວາມໂປ່ງໃສ, ພາວະວິໄສ, ຮອບດ້ານ, ຍຸຕິທໍາ ແລະ ສ່ອງແສງສະພາບຄວາມເປັນຈິງຂອງຖັນແຖວພະນັກງານທີ່ມີໃນປັດຈຸບັນ.