ພິທີປະກາດເມືອງໄກສອນພົມວິຫານ ເປັນ ນະຄອນໄກສອນພົມວິຫານ ແລະ ສະເຫຼີມສະຫຼອງພົນລະເມືອງຜູ້ທີ 1 ລ້ານ ຂອງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 25 ພຶດສະພາ 2018 ທີ່ເດີ່ນອະນຸສອນສະຖານ ປະທານໄກສອນພົມວິຫານ, ໃຫ້ກຽດເປັນປະທານເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນ ໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າເເຂວງໆສະຫວັນນະເຂດ ພ້ອມດ້ວຍບັນດາການນຳຂັ້ນສູງ, ຄະນະກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ແລະ ຄະນະກົງສຸນໃຫຍ່ແຫ່ງຣາຊະນາຈັກໄທ ປະຈຳແຂວງສະຫວັນນະເຂດ, ການນໍາຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຮັບເຊີນຕະຫຼອດຮອດກ້ອນກຳລັງຈາກຫຼາຍພາກສ່ວນ, ພ້ອມດ້ວຍປະຊາຊົນຊາວແຂວງສະຫວັນນະເຂດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເຈົ້າເເຂວງໆສະຫວັນນະເຂດ ກ່າວວ່າ: “ການຍົກຖານະເມືອງໄກສອນພົມວິຫານ ເປັນ ນະຄອນໄກສອນພົມວິຫານ ເພື່ອຍົກຖານະບົດບາດ, ກຽດ ແລະ ຊື່ສຽງຂອງເມືອງໄກສອນພົມວິຫານ ໃຫ້ສູງເດັ່ນຂຶ້ນ ໂດຍສະເພາະເເມ່ນການເຊື່ອມໂຍງ ເເລະ ພົວພັນຮ່ວມມືເພື່ອຍາດແຍ່ງ-ດຶງດູດການລົງທຶນ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ມາສຸມໃສ່ການສ້າງສາ ແລະ ພັດທະນານະຄອນໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສີວິໄລ ແລະ ທັນສະໄໝ ໂດຍສະເພາະເເມ່ນເຮັດໃຫ້ນະຄອນມີຄວາມເຂັ້ມເເຂງທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ເເລະ ເປັນລະບຽບຮຽບຮ້ອຍ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງເປັນລະບົບ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ ຕະຫຼອດເຖິງການພັດທະນາທາງດ້ານການສຶກສາ, ສາທາ, ສະຫວັດດີການ-ສັງຄົມໃຫ້ຂະຫຍາຍຕົວໃນລະດັບສູງ ທັງເປັນການເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ຕິດພັນກັບການປົກປັກຮັກສາມູນເຊື້ອອັນດີງາມທີ່ຊົງຄຸນຄ່າ ແລະ ມີຄວາມຍືນຍົງທີ່ສ້າງ ນະຄອນໄກສອນພົມວິຫານ ເປັນ ນະຄອນສີຂຽວ, ສະອາດ, ໜ້າຢູ່ ແລະ ໜ້າທ່ຽວຊົມ ທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງໄປຄຽງຄູ່ກັບການພັດທະນາການທ່ອງທ່ຽວ ໂດຍເຮັດໃຫ້ນະຄອນກາຍເປັນເສົາຄ້ຳຂອງການພັດທະນາເສດຖະກິດ-ສັງຄົມ ແລະ ບໍລິການຢ່າງຮອບດ້ານ”.

ນະຄອນໄກສອນພົມວິຫານ ມີພົນລະເມືອງທັງໝົດ 125.726 ຄົນ ຍິງ 63.713 ຄົນ ມີເນື້ອທີ່ທັງໝົດ 779,03 ກິໂລຕາແມັດ ຄວາມໜາແໜ້ນຂອງພົນລະເມືອງໃນທົ່ວນະຄອນມີ 52,24 ກິໂລຕາແມັດ, ຜູ້ປະກອບອາຊີບເປັນຊາວກະສິກອນໃນຕົວນະຄອນ ກວມ 20%, ພື້ນຖານໂຄງລ່າງທາງດ້ານເສດຖະກິດ, ວັດ ທະນະທຳ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ເປັນຕົ້ນແມ່ນບັນດາເສັ້ນທາງຫຼັກ ແລະ ເສັ້ນທາງຮ່ອມໄດ້ຮັບການປູຢາງ, ປູເບຕົງ ກວມ 98%, ລະບົບໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສຶກສາ ແລະ ສາທາລະນະສຸກ ແມ່ນສະດວກສະບາຍ ໂດຍແຕ່ລະຄອບຄົວສາມາດເຂົ້າເຖິງ ແລະ ຊົມໃຊ້ 100%, ສິ່ງແວດລ້ອມໄດ້ຮັບການປົກປັກຮັກສາກາຍເປັນຕົວເມືອງສີຂຽວ, ມີຕະຫຼາດຫຼາຍລະດັບທີ່ຮອງຮັບໃຫ້ແກ່ການແລກປ່ຽນ-ຊື້ຂາຍ, ມີທະນາຄານຫຼາຍແຫ່ງທີ່ໃຫ້ບໍລິການທາງດ້ານການເງິນ ເຊິ່ງລາຍຮັບແຕ່ລະປີເພີ່ມຂຶ້ນ 11,79% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 2,054 ຕື້ກີບ, ລາຍໄດ້ສະເລ່ຍໃສ່ຫົວຄົນ 2.041 ໂດລາສະຫະລັດ, ເຮັດໃຫ້ສາມາດກຸ້ມຕົນເອງໃນການບໍລິຫານກົງຈັກ ແລະ ມີສ່ວນແຮໄວ້, ມີຈຳນວນ 31 ບ້ານໃນຕົວນະຄອນໄດ້ຮັບການປະກາດເປັນບ້ານພັດທະນາ 100%, ການບໍລິການຂົນສົ່ງມີຄວາມສະດວກ-ສາມາດເຊື່ອມຈອດກັບບັນດາແຂວງຕ່າງໆພາຍໃນປະເທດ, ບັນດາແຂວງໃກ້ຄຽງ ແລະ ອະນຸພາກພື້ນ.

ໃນໂອກາດດັ່ງກ່າວ, ບັນດາທ່ານທີ່ເຂົ້າຮ່ວມໃນພິທີກໍໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຂອງຊາວນະຄອນໄກສອນພົມວິຫານ, ຮ່ວມປູກໄມ້ມຸງຄຸນກັບທ່ານປະທານປະເທດ ແລະ ທ່ຽວຊົມການວາງສະແດງຜະລິດຕະພັນຕ່າງໆຂອງຂະແໜງການທຸລະກິດ ແລະ ປະຊາຊົນພາຍໃນນະຄອນໄກສອນພົມວິຫານ.