ພັທ ຄຳຊຽນ ມະນີວົງ ຫົວໜ້າ ປກສ ກຸ່ມໜອງໜ້ຽວ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 29 ພຶດສະພາ 2018 ວ່າ: ຄະນະຮັບຜິດຊອບຊີ້ນຳ ປກສ ກຸ່ມ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈະນຳເອົາເເນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ບັນດາແຈ້ງການສຳຄັນຕ່າງໆລົງໂຄສະນາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນພາຍໃນກຸ່ມຮັບຮູ້ຢ່າງທົ່ວເຖິງ ເພື່ອເປັນການປຸກລະດົມໃຫ້ປະຊາຊົນ ມີສ່ວນຮ່ວມປະກອບສ່ວນເຂົ້າໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ.

ໃນປີນີ້, ຄະນະຮັບຜິດຊອບຊີ້ນຳ ປກສ ກຸ່ມໜອງໜ້ຽວ ກໍຄື ຄະນະນຳ ປກສ ເມືອງສີໂຄດຕະບອງ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນ ປກສ ກຸ່ມ ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດວຽກງານວິຊາສະເພາະມີຜົນສຳເລັດໃນການນຳເອົາເເນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາລະບຽບຂອງກຳລັງ ປກຊ-ປກສ, ມະຕິຄຳສັ່ງ ແລະ ແຈ້ງການຕ່າງໆລົງໂຄສະນາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ ພາຍໃນກຸ່ມໃຫ້ເຂົ້າໃຈຄວາມໝາຍ, ຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ເພື່ອປຸກລະດົມໃຫ້ປະຊາຊົນໄດ້ມີສ່ວນຮ່ວມປະກອບສ່ວນເຂົ້າໃນການປ້ອງກັນສະກັນກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ເປັນຕົ້ນ: ຂີ້ລັກ-ງັດແງະ, ປຸ້ນຈີ້-ຊີງຊັບໃຫ້ຫຼຸດໜ້ອຍຖອຍລົງ ແນໃສ່ຮັບປະກັນສະພາບພາຍໃນແຕ່ລະບ້ານມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ-ປອດໄພ.

ປີ 2017 ຜ່ານມາ, ຄະນະຮັບຜິດຊອບຊີ້ນຳ ປກສ ກຸ່ມໜອງໜ້ຽວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາກອງຮ້ອຍ, ໝວດ-ໝູ່ ແລະ ບັນດາ ປກສ ບ້ານ ໃຫ້ລົງປະຈຳຢູ່ແຕ່ລະບ້ານພາຍໃນກຸ່ມ ເພື່ອປົກປັກຮັກສາຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພໍ່-ແມ່ປະຊາຊົນບັນດາເຜົ່າຕິດພັນກັບການຫັນກຳລັງລົງກໍ່ສ້າງຮາກຖານການເມືອງເຮັດໜ້າທີ່ອອກກວດກາ, ປ້ອງກັນເວນຍາມຕາມພື້ນທີ່ຈຸດຫຼ່ໍແຫຼມ ເປັນຕົ້ນແມ່ນດ່ານບ້ານຈຳປາ, ຕະຫຼາດຈັນສະຫວ່າງ, ຕະຫຼາດລາວ-ອົດຊີ ແລະ ຕະຫຼາດໜອງໜ້ຽວ, ບັນດາຫ້າງຮ້ານ, ໂຮງແຮມ, ເຮືອນພັກ ແລະ ສະຖານທີ່ຫ້ອງແຖວຕ່າງໆໃນທົ່ວກຸ່ມ ເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍໂດຍພື້້ນຖານ; ນອກນັ້ນ, ປກສ ກຸ່ມໜອງໜ້ຽວ ຍັງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງແກ້ໄຂບັນຫາຊື້-ຂາຍຢາເສບຕິດສາມາດມ້າງໄດ້ 6 ຄັ້ງ, ກັກຜູ້ຖືກຫາ 6 ຄົນ ຍິງ 1 ຄົນ, ຢຶດຂອງກາງປະເພດຢາບ້າ ໄດ້ທັງໝົດ 919 ເມັດ, ສ່ວນຜູ້ຖືກຫາແມ່ນນໍາມາສຶກສາອົບຮົມ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງໄປດຳເນີນຄະດີຕາມລະບຽບກົດໝາຍ.