ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 30 ພຶດສະພານີ້, ກອງກໍາລັງປ້ອງກັນອິດສະຣາແອນ (IDF) ລາຍງານວ່າ ໄດ້ປະຕິບັດການໂຈມຕີທາງບົກ ແລະ ທາງອາກາດຕໍ່ເປົ້າໝາຍຫຼາຍກວ່າ 35 ແຫ່ງ ໃນສະນວນກາຊາລະຫວ່າງວັນ ທີ 29 ຫາ 30 ພຶດສະພານີ້, (ຕາມເວລາທ້ອງຖິ່ນ) ແລະ ການລະເບີດທຳລາຍອຸມົງແຫ່ງໜຶ່ງ ໃກ້ກັບຈຸດຜ່ານແດນຣາຟາ ທາງພາກໃຕ້ຂອງສະນວນກາຊາ, ເຊິ່ງໃກ້ກັບຊາຍແດນເອຢິບ ແລະ ອຸມົງມີເສັ້ນທາງແຍກນ້ອຍມຸ່ງເຂົ້າໄປໃນ ເຂດແດນຂອງອິດສະຣາແອນ ນຳອີກເພື່ອຕອບໂຕ້ກັບກຸ່ມຮາມາດທີ່ຍິງຈະຫຼວດ ແລະ ລູກປືນໃຫຍ່ລວມກັນຫຼາຍກວ່າ 70 ຄັ້ງ ເຂົ້າເຂດແດນອິດສະຣາແອນ.
ຂະນະທີ່ກຸ່ມຮາມາດ ແລະ ແນວຮ່ວມອອກຖະແຫຼງການປະກາດເປັນຜູ້ຍິງຈະຫຼວດ ແລະ ກະສູນປືນໃຫຍ່ໂຈມຕີອິດສະຣາແອນ ເພື່ອຕອບໂຕ້ສະຖານະການຮ້າຍແຮງຕາມເຂດຊາຍແດນຕັ້ງ ແຕ່ວັນທີ 30 ມີນາ ທີ່ຜ່ານມາ, ເຊິ່ງມີຜູ້ເສຍຊີວິດ 120 ຄົນ.
ທ່ານ ເບນຈາມິນ ເນທັນຍາຮູ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງ ໂດຍທ່ານກ່າວວ່າ: ສະຖານະການທີ່ເກີດຂຶ້ນຖືເປັນພາວະທີ່ອິດສະຣາແອນ ແລະ ກຸ່ມຮາມາດເຂົ້າໃກ້ສົງຄາມທີ່ ສຸດ, ນັບແຕ່ສົງຄາມໃນໄລຍະກາງປີ 2014, ເຊິ່ງຕໍ່ສູ້ກັນເປັນເວລາດົນນານເກືອບ 2 ເດືອນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 2.200 ຄົນ, ສ່ວນຫຼາຍເປັນພົນລະເມືອງຊາວປະເລັດສະຕິນພ້ອມທັງເຕືອນວ່າ ອິດສະຣາແອນ ຈະປະຕິ ບັດການທາງທະຫານຕາມເຂດຊາຍແດນໃນລະດັບຮ້າຍແຮງແບບນີ້ຕໍ່ໄປ, ຖ້າຫາກວ່າ ກຸ່ມຮາມາດຍັງບໍ່ຢຸດການໂຈມຕີ.