ເຈົ້າໜ້າທີ່ ປກສ ກຸ່ມ IV ໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ສະກັດກັ້ນ ແລະ ຕ້ານຢາ ເສບຕິດຢູ່ພາຍໃນ ກຸ່ມຂອງຕົນຢ່າງຕໍ່ເນື່ອງ ເພື່ອແນໃສ່ເຮັດໃຫ້ບັນຫາດັ່ງກ່າວທີ່ພົ້ນເດັ່ນພາຍໃນກຸ່ມຫຼຸດໜ້ອຍ ຖອຍລົງ. ໃນນີ້, ໄດ້ສຸມໃສ່ກວດກາສະຖານທີ່ສ່ຽງ ເປັນຕົ້ນຮ້ານເກມ, ຮ້ານສະນຸກເກີ ທີ່ເປັນສະຖານທີ່ຫຼ່ໍແຫຼມ ຂອງກຸ່ມຄົນບໍ່ດີທີ່ຈະມາເຄື່ອນໄຫວຊື້- ຂາຍຢາເສບຕິດ, ເຊິ່ງໃນເດືອນມີນາ 2018 ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ສືບ ຮູ້ວ່າຈະມີເປົ້າໝາຍຄ້າຂາຍຢາເສບຕິດປະເພດຢາບ້າ ມາຊື້-ຂາຍຢູ່ຮ້ານເກມບ້ານຊຽງດາ. ຈາກນັ້ນ, ຈຶ່ງສົມທົບ ກັບອໍານາດການປົກຄອງບ້ານຊຽງດາ ຈັບກຸມຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ລິນດາ ຫຼື ດ້າ ອາຍຸ 27 ປີ, ບ້ານໂນນ ຫວາຍ ພ້ອມຂອງກາງຢາບ້າ 7 ເມັດ ມາດໍາເນີນຄະດີ ແລະ ຂະຫຍາຍຜົນ ໄດ້ນໍາໄປຈັບ ກຸມຕົວຜູ້ຖືກຊັດທອດໄດ້ 1 ຄົນ ພ້ອມຢາບ້າ 300 ກວ່າເມັດ.
ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ໃນວັນທີ 17 ມີນາ 2018 ໄດ້ຮັບຕົວ ທ້າວ ລິນດາ ຫຼື ດ້າ ຈາກເຈົ້າໜ້າທີ່ ປກສ ກຸ່ມ IV ໂນນຫວາຍ ມາສອບສວນຂະຫຍາຍຜົນ ແລະ ສາລະພາບວ່າ: ເບື້ອງຕົ້ນແມ່ນໄດ້ ເສບຢາເສບຕິດ. ຈາກນັ້ນ, ກໍຫັນມາເຄື່ອນໄຫວຊື້-ຂາຍ ຢາເສບຕິດລາຍຍ່ອຍ, ສ່ວນຢາບ້າທີ່ນໍາມາຂາຍນັ້ນແມ່ນ ໄປຊື້ນໍາ ທ້າວ ອິນຕາ ຫຼື ນ້ອຍ ບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ຊື້ຄັ້ງລະ 5-20 ເມັດ ແລະ ກໍເອົາໄປຂາຍໃຫ້ກຸ່ມ ໄວລຸ້ນຢູ່ຮ້ານເກມ ສໍາລັບເງິນທີ່ໄດ້ຈາກການຂາຍຢາພໍໄດ້ແຕ່ເສບ ແລະ ຫຼິ້ນເກມແຕ່ລະມື້, ຜ່ານມາ ທ້າວ ລິນດາ ເຄີຍຊື້ຢານໍາ ທ້າວ ອິນຕາ ມາແລ້ວຫຼາຍຄັ້ງ, ແຕ່ລະຄັ້ງແມ່ນຕິດຕໍ່ທາງໂທລະສັບ. ຈາກນັ້ນ, ຈຶ່ງໄປຮັບເອົາຢູ່ເຮືອນ ເຮັດແບບນີ້ຫຼາຍຄັ້ງ ຈົນບໍ່ສາມາດຈື່ໄດ້. ຕົກມາຮອດມື້ຖືກເຈົ້າໜ້າທີ່ກັກຕົວ ທ້າວ ລິນດ້າ ໄປຊື້ຢາບ້ານໍາ ທ້າວ ອິນຕາ ຈໍານວນ 10 ເມັດ. ຈາກນັ້ນ, ໄດ້ແບ່ງຢາບ້າເສບເອງ 3 ເມັດ ຍັງ ເຫຼືອ 7 ເມັດ ເຊື່ອງໄວ້ໃນຖົງໂສ້ງ ເພື່ອ ຈະນໍາໄປ ຂາຍໃຫ້ໄວລຸ້ນຢູ່ຮ້ານເກມ, ຕໍ່ມາຖືກເຈົ້າໜ້າທີ່ ສືບຮູ້ ແລະ ໄດ້ເຂົ້າກັກຕົວ ພ້ອມຂອງກາງຈໍານວນດັ່ງ ກ່າວສົ່ງໃຫ້ກອງຄະດີດໍາເນີນການຕໍ່.
ຕໍ່ມາໃນມື້ດຽວກັນ, ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ອິນຕາ ຫຼື ນ້ອຍ ອາຍຸ 41 ປີ, ບ້ານໂນນ ຄໍ້ເໜືອ ເມືອງໄຊເສດ ຖາ ນະຄອນຫຼວງວຽງຈັນ ຕາມຄໍາຊັດທອດ ພ້ອມຂອງກາງຢາບ້າ 320 ເມັດ, ຜູ້ຖືກຫາສາລະພາບວ່າ: ໄດ້ຂາຍ ຢາໃຫ້ ທ້າວ ລິນດ້າ ມາແລ້ວຫຼາຍຄັ້ງ, ກ່ອນຈະມາຂາຍຢາເສບຕິດ ແມ່ນເລີ່ມຕົ້ນເສບຢາມາກ່ອນເສບຄັ້ງລະ 1-2 ເມັດຕໍ່ມື້, ສ່ວນຢາບ້າແມ່ນຊື້ນຳໄວລຸ້ນຢູ່ແຖວຮ້ານເກມ ແລ້ວນໍາມາເສບຢູ່ເຮືອນຕົນເອງ, ຕົກມາຮອດເດືອນ ພະຈິກ 2017, ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ໄດ້ຂາຍຢາບ້າເພື່ອກິນກໍາໄລໃຫ້ກັບ ທ້າວ ລິນດ້າ ແລະ ໄວລຸ້ນຄົນອື່ນໆ, ເຊິ່ງຢາບ້າທີ່ນໍາມາຂາຍກໍໄດ້ເອົາມາຈາກຜູ້ທີ່ຮູ້ຈັກ ແລະ ຮ່ວມຂະບວນການດຽວກັນ ໂດຍຕິດໜີ້ໄວ້ກ່ອນ ພາຍຫຼັງເອົາຢາບ້າໄປຂາຍໝົດແລ້ວຈຶ່ງຈ່າຍຕາມຫຼັງ; ຕໍ່ມາໃນວັນທີ 17 ມີນາ 2018, ທ້າວ ອິນຕາ ໄດ້ໂທລະສັບສັ່ງຊື້ຢາບ້ານໍາຜູ້ທີ່ຮ່ວມຂະບວນການຈໍານວນ 1 ຖົງ ເທົ່າ 200 ເມັດ. ຈາກນັ້ນ, ກໍມີຄົນນໍາຢາ ບ້າຈໍານວນດັ່ງກ່າວມາສົ່ງໃຫ້ຢູ່ເຮືອນ ລວມກັບຢາບ້າເກົ່າທີ່ຍັງເຫຼືອ ຈໍານວນ 320 ເມັດ. ຕໍ່ມາຖືກເຈົ້າໜ້າທີ່ຕໍາ ຫຼວດນໍາກໍາລັງເຂົ້າຈັບຕົວຜູ້ຖືກຫາໄດ້ສໍາເລັດ.

ສໍາລັບຄະດີດັ່ງກ່າວ, ຈາກການຕີລາຄາຂອງເຈົ້າໜ້າທີ່ ພວກຖືກຫາທັງສອງແມ່ນມີເຈດຕະນາເຄື່ອນໄຫວກະທໍາ ຜິດແທ້ ພວກກ່ຽວໄດ້ຄ້າຂາຍຢາເສບຕິດໃນເວລາຄົ້ນຕົວພົບຢາບ້າ 7 ເມັດ ແລະ 320 ເມັດ ຊື້ມາໄວ້ເພື່ອຂາຍ ແລະ ເບື່ອເມົາໄວລຸ້ນ, ເຊິ່ງການກະທໍາດັ່ງກ່າວເຮັດໃຫ້ບ້ານ-ເມືອງບໍ່ມີຄວາມສະຫງົບສຸກ ແລະ ຄວາມບໍ່ເປັນລະ ບຽບຮຽບຮ້ອຍຂອງສັງຄົມ ຜິດຕໍ່ລະບຽບກົດໝາຍອາຍາ ມາດຕາ 146 ແຫ່ງ ສປປ ລາວ. ໃນສະຖານຄ້າຂາຍຢາ ເສບຕິດ, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ໄດ້ສົ່ງສໍານວນໃຫ້ໄອຍະການສັ່ງຟ້ອງສານຕັດສິນ. ຕໍ່ກັບຜູ້ທີ່ຮ່ວມຂະບວນ ການ ເຈົ້າໜ້າທີ່ຍັງສືບຕໍ່ເກັບກໍາຂຶ້ນບັນຊີເປົ້າໝາຍ ເພື່ອ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍວາງອອກ.
ຢ່າງໃດກໍຕາມ, ການແພ່ລະບາດຂອງຢາເສບຕິດໄດ້ສົ່ງຜົນກະທົບໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍ ເປັນຕົ້ນບັນຫາຂີ້ລັກງັດແງະ, ປຸ້ນຈີ້, ຊິງຊັບ, ຄາດຕະກໍາ ແລະອື່ນໆຕາມມາ, ແຕ່ບັນຫາດັ່ງ ກ່າວ ຖ້າອໍານາດການປົກຄອງບ້ານແຕ່ລະຂັ້ນມີຄວາມເຂັ້ມແຂງພຽງພໍໃນການຕິດຕາມກວດກາຈຸດຫຼ່ໍແຫຼມຕ່າງໆ ຢູ່ແຕ່ລະບ້ານຢ່າງເປັນປະຈໍາ. ພ້ອມນັ້ນ, ປະຊາຊົນພາຍໃນບ້ານກໍຕ້ອງເປັນເຈົ້າການໃນການສຶກສາອົບຮົມ, ສັ່ງ ສອນລູກ-ຫຼານບໍ່ໃຫ້ພົວພັນກັບສິ່ງເສບຕິດ, ທັງເປັນເຈົ້າການຕິດ ຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເພື່ອລາຍ ງານເຈົ້າໜ້າທີ່ເຂົ້າຈັບກຸມແກ້ໄຂ ແລະ ເຊື່ອແນ່ວ່າ ຖ້າທຸກຊັ້ນຄົນໃນສັງຄົມມີສ່ວນຮ່ວມສະກັດກັ້ນ ແລະ ຕ້ານຢາ ເສບຕິດ ບັນຫາການແພ່ລະບາດຂອງຢາເສບຕິດໃນສັງຄົມປັດຈຸບັນຈະຫຼຸດ ລົງຢ່າງແນ່ນອນ.