ຍັງບໍ່ຮອດ 24 ຊົ່ວໂມງ ຫຼັງຈາກທີ່ພົບເຫັນສົບຜູ້ເສຍຊີວິດທີ່ເປັນນັກຮຽນຊາຍ ຖືກຄົນຮ້າຍຄາດຕະກຳ ແລ້ວຍັດໃສ່ກະເປົາໄປຖິ້ມໃນກອງຂີ້ເຫຍື້ອເຕິ້ນໝີ, ຄຸ້ມໝີດິ່ງ 1, ກອງບັນຊາການຕຳຫຼວດກຸ່ມນາມຕື່ລ້ຽມ ໄດ້ສົມທົບກັບຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນຮ່າໂນ້ຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງດຳເນີນການສືບສວນ ຊອກຫາເປົ້າໝາຍລົງມືກໍ່ເຫດຄັ້ງນີ້ ມາຮັບໂທດຕາມລະບຽບກົດໝາຍໃຫ້ໄວທີ່ສຸດ.

ຜ່ານການກວດສອບຂອງເຈົ້າໜ້າທີ່ຕຳຫຼວດ ຮູ້ວ່າ: ເຫດການຄັ້ງນີ້ ແມ່ນກ່ຽວຂ້ອງກັບການກູ້ຢືມເງິນມືດ. ເວລາປະມານ 10:00 ໂມງ ຂອງວັນທີ 24 ເມສາ 2018, ທີ່ສະຖານທີ່ຖິ້ມຂີ້ເຫຍື້ອ ແຄມຖະໜົນໂດຼສວັນເຮິບ ຂຶ້ນກັບກຸ່ມ 15 ຄຸ້ມເຕິ້ນໝີ ຄຸ້ມໝີດິ່ງ 1 ເຂດນາມຕື່ລ້ຽມ ມີຜູ້ຍິງຄົນໜຶ່ງທີ່ເປັນຄົນເກັບຂີ້ເຫຍື້ອ ໄດ້ພົບເຫັນພາກສ່ວນຕີນຂອງຜູ້ເສຍຊີວິດພົ້ນຂຶ້ນຈາກກອງຂີ້ເຫຍື້ອບ່ອນຕົນເກັບຢູ່ນັ້ນ ຜູ້ກ່ຽວຈຶ່ງລາຍງານອຳນາດການປົກຄອງທີ່ໃກ້ຄຽງ; ເມື່ອເຈົ້າໜ້າທີ່ຕຳຫຼວດເຂດດັ່ງກ່າວຮູ້ຂ່າວ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງສະຖານທີ່ເກີດເຫດ ພ້ອມທັງຈັດຕັ້ງປ້ອງກັນສະຖານທີ່ດັ່ງກ່າວຢ່າງຮີບດ່ວນ; ຈາກນັ້ນ, ໄດ້ມີການລາຍງານເຖິງການຈັດຕັ້ງຂັ້ນເທິງຊາບ ພ້ອມທັງປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດອາຍາ ຫ້ອງຕຳຫຼວດເຕັກນິກອາຍາ ດຳເນີນການຊັນນະສູດຊາກສົບ.

ສະພາບສົບຂອງຜູ້ເສຍຊີວິດ ແມ່ນຖືກຜູ້ກໍ່ເຫດຂ້າແລ້ວໃຊ້ເປົາສອງເປົາສຸບປິ່ນໃສ່ກັນມັດແຕ່ລະສົ້ນເປົາຢ່າງແໜ້ນດ້ວຍເຊືອກນິລົງ; ພາກສ່ວນຫົວແມ່ນຖືກມັດຕິດໃນເປົາເບື້ອງກົ້ນເປົາ ແລະ ສ່ວນຕີນກໍເຊັ່ນດຽວກັນ; ສະພາບສົບທາງໃນເປົາ ຜູ້ຕາຍຖືກເອົາເສື້ອຢືດສີຂາວແຂນຍາວພັນພາກສ່ວນຫົວ; ສ່ວນຜູ້ຕາຍແມ່ນນຸ່ງເສື້ອຢືດ, ເສື້ອກັນລົມເບື້ອງນອກ ແລະ ນຸ່ງໂສ້ງຂາສັ້ນ.

ເທິງບ່ອນສົບຜູ້ເສຍຊີວິດນອນຢູ່ ເຫັນກະເປົາເຄື່ອງສີດຳ ແລະ ຢາງຕີນລົດຫຼາຍຕີນມີຮອຍໄຟໄໝ້ ແຕ່ບໍ່ໄໝ້ຄັກ ແລະ ເສື້ອຂອງຜູ້ຕາຍກໍມີຮອຍໄຟໄໝ້ບາງບ່ອນ.

ຜ່ານການຊັນນະສູດຊາກສົບຂອງພາກສ່ວນຕຳຫຼວດເຕັກນິກອາຍາ ໃຫ້ຮູ້ວ່າ: ພາກສ່ວນຫົວຂອງຜູ້ເສຍຊີວິດ ແມ່ນມີຮ່ອງຮອຍການຖືກບາດເຈັບຫຼາຍຈຸດ ຍ້ອນອາວຸດແຂງ. ຜູ້ຖືກເຄາະຮ້າຍເສຍຊີວິດຍ້ອນທົນຕໍ່ຄວາມເຈັບປວດບໍ່ໄດ້ ເພາະຫົວຖືກກະທົບຢ່າງແຮງ ແລະ ເສຍຊີວິດມາແລ້ວບໍ່ຕ່ຳກວ່າ 10 ມື້, ເຈົ້າໜ້າທີ່ໄດ້ນຳເອົາຕົວຢ່າງເລືອດ ແລະ ອະໄວຍະວະບາງສ່ວນກັບໄປພິສູດ ແລະ ກວດ ADN ເພື່ອຊອກຫາຂໍ້ມູນຂອງຜູ້ເສຍ ຊີວິດ.

ຜ່ານການຊັນນະສູດຂອງເຈົ້າໜ້າທີ່ຕຳຫຼວດເຕັກນິກອາຍາ ເຈົ້າໜ້າທີ່ໄດ້ຢັ້ງຢືນວ່າ: ນີ້ເປັນເຫດການຄາດຕະກຳທີ່ໂຫດຮ້າຍທີ່ສຸດ, ຜູ້ເສຍຊີວິດແມ່ນຖືກຄາດຕະກຳຢູ່ສະຖານທີ່ອື່ນ ແລ້ວຖືກເອົາມາຖິ້ມໄວ້ສະຖານທີ່-ທີ່ພົບເຫັນສົບ ເພື່ອຫວັງທຳລາຍຫຼັກຖານ.

ຖ້າຫາກລໍຖ້າການຊັນນະສູດຢັ້ງຢືນຜົນ ດີເອັນເອ ຂອງຜູ້ເສຍຊີວິດເພື່ອຊອກຫາເຊວເລືອດ ຫຼື ຂໍ້ມູນອື່ນທີ່ກ່ຽວຂ້ອງ ແມ່ນຕ້ອງເສຍເວລາອີກ 3-4 ມື້; ເຖິງຢ່າງໃດກໍຕາມ, ຜ່ານການສະຫຼຸບຂອງຜົນຊັນນະສູດຊາກສົບຂອງຜູ້ເສຍຊີວິດ ແລະ ເອກະສານອື່່ນທີ່ກ່ຽວຂ້ອງ ເຈົ້າໜ້າທີ່ສັນນິຖານວ່າ: ຜູ້ເສຍຊີວິດແມ່ນມີຫຼາຍຈຸດທີ່ຄືກັບ ທ້າວ ຫວູແທ້ງ T ອາຍຸ 22 ປີ, ເຊິ່ງເປັນບຸກຄົນທີ່ຜູ້ປົກຄອງອອກແຈ້ງຂ່າວວ່າ ຫາຍຕົວໄປໃນກ່ອນໜ້ານີ້.

ເມື່ອມີການຫາຍຕົວໄປຂອງຜູ້ກ່ຽວ ທາງຄອບຄົວ ແລະ ຍາດພີ່ນ້ອງ ໄດ້ພ້ອມກັນອອກຕາມຫາຕາມແຕ່ລະຈຸດ ແຕ່ຜົນປະກົດວ່າບໍ່ມີຮ່ອງຮອຍການຫາຍໄປຂອງຜູ້ກ່ຽວ, ນາງ ເລ້ທິ T ຢູ່ຄຸ້ມໝີດິ່ງ 2 ເຂດນາມຕື່ລ້ຽມ (ແມ່ຂອງຜູ້ເສຍຊີວິດ) ໄດ້ໄປທີ່ກອງບັນຊາການຕຳຫຼວດ ເພື່ອແຈ້ງຄວາມເລື່ອງລູກຊາຍຂອງຕົນຊື່ ທ້າວ ຫວູແທ້ງ T ເກີດປີ 1996 ເປັນນັກສຶກສາປີທີ 4, ໄດ້ຫາຍຕົວໄປໃນວັນທີ 9 ເມສາ 2018 ຈົນເຖິງປັດຈຸບັນຍັງບໍ່ສາມາດເຫັນຕົວຜູ້ກ່ຽວກັບມາເຮືອນ; ຕອນອອກຈາກເຮືອນ ທ້າວ T ມີຊັບສິນຕິດຕົວໄປນຳຄື: ລົດຈັກຮອນດ້າ SH 125 ໄອ ສີຂາວ ໜຶ່ງຄັນ ແລະ ໂທລະສັບໄອໂຟນ 6+ ໜຶ່ງເຄື່ອງ.

ຫຼັງຈາກໄດ້ຮັບແຈ້ງຄວາມດັ່ງກ່າວຈາກ ນາງ ເລ້ທິ T, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະກອງບັນຊາການຕຳຫຼວດ ເຂດນາມຕື່ລ້ຽມ ຈຶ່ງອອກແຈ້ງການຊອກຫາຄົນທີ່ຫາຍຕົວໄປນັ້ນ ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນ ແລະ ສືບຫາສະຖານທີ່-ທີ່ຜູ້ກ່ຽວມັກໄປເພື່ອຊອກຫາ ແລະ ເອົາຂໍ້ມູນທີ່ຈຳເປັນ; ຜ່ານການລົງເຮັດວຽກຂອງເຈົ້າໜ້າທີ່ແຕ່ລະພາກສ່ວນ ແມ່ນຍັງບໍ່ສາມາດຮູ້ໄດ້ຂໍ້ມູນທີ່ກ່ຽວຂ້ອງ.

ຄອບຄົວຍັງໃຫ້ຮູ້ຕື່ມວ່າ: ທ້າວ T ມີຈຸດພິເສດຄືແຂ້ວສອງເຫຼັ້ມຂອງຜູ້ກ່ຽວແມ່ນເປັນແມງ ແລະ ຕ້ອງຖອນອອກໃສ່ແຂ້ວທຽມ ແລະ ຜ່ານການສະຫຼຸບຂອງເຈົ້າໜ້າທີ່ຕຳຫຼວດເຕັກນິກອາຍາ ໃຫ້ຮູ້ວ່າ ແຂ້ວສອງເຫຼັ້ມຂອງຜູ້ເສຍຊີວິດແມ່ນໃສ່ແຂ້ວທຽມສອງເຫຼັ້ມ ເຊິ່ງກົງກັບຂໍ້ມູນທີ່ຄອບຄົວມາແຈ້ງຄົນຫາຍນັ້ນ ພ້ອມທັງກວດເຫັນແຂ້ວເຫຼັ້ມທີ 8 ນັ້ນ ຍັງບໍ່ເກີດ ຈຶ່ງສາມາດສັນນິຖານວ່າຜູ້ເສຍຊີວິດຍັງອາຍຸນ້ອຍ ແລະ ກໍກົງກັບບຸກຄົນທີ່ຫາຍຕົວໄປນັ້ນແມ່ນ ທ້າວ ຫວູແທ້ງ T.

ຈາກຂໍ້ມູນທີ່ໄດ້, ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ໄດ້ຮີບຮ້ອນວາງກຳລັງອອກຕິດຕາມນຳຕົວຜູ້ກະທຳຜິດຄັ້ງນີ້ມາຮັບຜິດຊອບຕໍ່ໂທດກຳທີ່ໄດ້ກໍ່ຂຶ້ນ; ຜ່ານການຕິດຕາມ, ຈຶ່ງສາມາດບົ່ງຕົວຜູ້ຖືກສົງໄສລົງມືໃນຄັ້ງນີ້ ຊື່ ທ້າວ ຈືເຕີນເຊິ້ນ ອາຍຸ 49 ປີ ຢູ່ຮ່ອມ 68/72/22 ຄຸ້ມເກົ່າຢ້ຽນ ເຂດນາມຕື່ລ້ຽມ ຮ່າໂນ້ຍ ເຊິ່ງເປັນບຸກຄົນທີ່ຕິດຕໍ່ພົວພັນກັບຜູ້ເສຍຊີວິດໃນຕອນຄ່ຳ ຂອງວັນທີ 9 ເມສາ 2018, ແຕ່ຜິດປົກກະຕິທີ່ມື້ຕໍ່ມາ ຜູ້ກ່ຽວແມ່ນຫາຍຕົວໄປຈາກບ້ານ.

ຜ່ານການສອບຖາມປະຫວັດຂອງ ທ້າວ ຈືເຕີນເຊິ້ນ ໃນເຂດທີ່ຜູ້ກ່ຽວດຳລົງຊີວິດຢູ່ ຈຶ່ງຮູ້ວ່າ: ຜູ້ກ່ຽວບໍ່ໄດ້ເປັນຄົນທີ່ຖືກຈັດວ່າ ເປັນປະເພດນັກເລງອັນຕະພານ ຫຼື ດື້ດ້ານຫົວແຂງ; ດັ່ງນັ້ນ, ຫຼາຍຄົນຈຶ່ງຢືນຢັນວ່າ ເປັນໄປບໍ່ໄດ້ທີ່ຜູ້ກ່ຽວຈະເປັນຄົນລົງມືຄາດຕະກຳ ທ້າວ T ຢ່າງປ່າເຖື່ອນນັ້ນໄດ້, ແຕ່ວ່າຜ່ານການກວດສອບດ້ານປະຫວັດເຈົ້າໜ້າທີ່ຮູ້ວ່າ ປີ 2017 ຜູ້ກ່ຽວເຄີຍຖືກສານຕັດສິນຕັດອິດສະຫຼະພາບມາແລ້ວ 8 ເດືອນ ໃນສະຖານລັກຊັບໃນບໍລິສັດແຫ່ງໜຶ່ງບໍລິເວນໃກ້ເຮືອນ, ທ້າວ ເຊິ້ນ ແມ່ນມີການດຳລົງຊີວິດແບບປິດລັບ, ບໍ່ຄ່ອຍໄດ້ອອກມາພົບປະກັບສັງຄົມ ເຊິ່ງເຈົ້າໜ້າທີ່ຈຶ່ງບໍ່ປ່ອຍປະເປົ້າໝາຍນີ້ໄປຫາເປົ້າໝາຍອື່ນຢ່າງແນ່ນອນ.

ຜູ້ກ່ຽວແມ່ນມີຄອບຄົວ, ມີເມຍ ແລະ ລູກ 2 ຄົນ, ແຕ່ວ່າເປັນເວລາດົນມາແລ້ວທີ່ຜູ້ກ່ຽວດຳລົງຊີວິດຢູ່ໂດດດ່ຽວ ບໍ່ສົນໃຈນຳລູກ-ເມຍ, ຜູ້ກ່ຽວໄດ້ແຍກຫ້ອງນອນຢູ່ຜູ້ດຽວທີ່ຊັ້ນ 1; ສ່ວນລູກ ແລະ ເມຍ ແມ່ນນອນອີກຫ້ອງໜຶ່ງທີ່ຊັ້ນ 2. ເຖິງແມ່ນວ່າຜູ້ກ່ຽວຈະຍັງດຳລົງຊີວິດໃນເຮືອນຫຼັງດຽວກັນ, ແຕ່ການດຳລົງຊີວິດຂອງຜູ້ກ່ຽວ ແມ່ນບໍ່ມີສ່ວນຮັບຜິດຊອບຫຍັງທັງໝົດໃນຄອບຄົວ; ສະນັ້ນ, ລູກ ແລະ ເມຍຂອງຜູ້ກ່ຽວ ຈຶ່ງຕ້ອງໄດ້ແຍກດຳລົງຊີວິດແບບບໍ່ສົນກັບຜູ້ເປັນຜົວເຊັ່ນກັນ. ເມຍຂອງຜູ້ກ່ຽວແມ່ນເຮັດວຽກເປັນກຳມະກອນຫາເງິນລ້ຽງລູກທັງ 2 ຄົນ.

ທ້າວ ເຊິ້ນ ແຕ່ລະມື້ແມ່ນບໍ່ເຮັດວຽກ ມີແຕ່ນອນ ແລະ ອອກມາກິນນ້ຳຊາໃກ້ເຮືອນ, ທີ່ຮ້ານນ້ຳຊາທີ່ມັກມາກິນ ຜູ້ກ່ຽວໄດ້ຮູ້ຈັກ ແລະ ຕີສະໜິດກັບ ທ້າວ ຫວູແທ້ງ T ຍ້ອນວ່າທ້າວ T ມັກມາຫຼິ້ນກິລາ ແລະ ຫຼິ້ນກ້າມໃກ້ໆນັ້ນ ແລະ ມັກອອກມາກິນນ້ຳຮ້ານດຽວກັນ. ແຕ່ເຮືອນຂອງ ທ້າວ ເຊິ້ນ ຫາສະໜາມຖິ້ມຂີ້ເຫຍື້ອເຕິ້ນໝີ ໄກປະມານ 1 ກິໂລແມັດ ແລະ ສາມາດໄປໄດ້ສອງເສັ້ນທາງ.

ເຈົ້າໜ້າທີ່ຕຳຫຼວດ ຈຶ່ງສັນນິຖານວ່າ: ເຮືອນຂອງ ທ້າວ ເຊິ້ນ ເປັນສະຖານທີ່ເກີດເຫດ, ຫຼັງຈາກຜູ້ກ່ຽວຄາດຕະກຳ ທ້າວ T ແລ້ວຜູ້ກ່ຽວໄດ້ຊຸກເຊື່ອງສົບ ແລະ ຫາວິທີປິດບັງ ເມື່ອມີໂອກາດເໝາະສົມ ຈຶ່ງນຳສົບມາຖິ້ມທີ່ສະໜາມຂີ້ເຫຍື້ອ ແລະ ຈູດຫວັງທຳລາຍຫຼັກຖານ; ກ່ອນໜ້າຈະຈັບຕົວ ທ້າວ ເຊິ້ນ ໄດ້, ເຈົ້າໜ້າທີ່ໄດ້ຈັດຕັ້ງກຳລັງຕິດຕາມຢ່າງໃກ້ຊິດທີ່ເຮືອນຂອງຜູ້ກ່ຽວ ບໍ່ໄດ້ຂາດສາຍຕາ.

ຜູ້ຊີ້ນຳການຕິດຕາມຈັບຕົວເປົ້າໝາຍດັ່ງກ່າວ ໄດ້ຮີບຮ້ອນຈັດຕັ້ງກຳລັງລົງຕິດຕາມຕົວເປົ້າໝາຍທີ່ຖືກສົງໄສ ໂດຍສະເພາະແມ່ນທຸກການເຄື່ອນໄຫວຂອງ ທ້າວ ຈືເຕີນເຊິ້ນ, ເຈົ້າໜ້າທີ່ຮູ້ໄດ້ວ່າ: ຜູ້ກ່ຽວແມ່ນມີເພື່ອນສະໜິດໜຶ່ງຄົນຊື່ ທ້າວ B ບ້ານຢູ່ແຂວງບິ່ງເຢື້ອງ ແລະ ຕາມຫຼາຍຄຳເຫັນເວົ້າວ່າເປັນໄປໄດ້ທີ່ຜູ້ກ່ຽວຈະຫຼົບໜີໄປຢູ່ນຳ ທ້າວ B; ພະນັກງານວິຊາສະເພາະ ເຊິ່ງລວມທັງຈຸໜຶ່ງຂອງຕຳຫຼວດສືບສວນ-ສອບສວນພິເສດ ຫ້ອງຕຳຫຼວດອາຍາ ແລະ ໜ່ວຍງານຕຳຫຼວດອາຍາ ຫ້ອງການຕຳຫຼວດເຂດນາມຕື່ລ້ຽມ ໄດ້ຮັບໜ້າທີ່ລົງຕິດຕາມ ແລະ ຈັບຕົວເປົ້າໝາຍກໍ່ເຫດຄັ້ງນີ້.

ກ່ຽວຂ້ອງກັບການຕິດຕາມໄລ່ລ່າຕົວເປົ້າໝາຍດັ່ງກ່າວ ແມ່ນການພົບສົບຂອງຜູ້ເສຍຊີວິດ ເຮັດໃຫ້ຫຼາຍສື່ອອກຂ່າວຜ່ານອິນເຕີເນັດ; ດັ່ງນັ້ນ, ເປົ້າໝາຍອັນຮີບຮ້ອນແມ່ນຕ້ອງຈັບຕົວ ທ້າວ ເຊິ້ນ ໃຫ້ໄດ້ໄວທີ່ສຸດ ຮັບປະກັນບໍ່ໃຫ້ເປົ້າໝາຍໜີໄປທາງອື່ນອີກ.

ເວລາ 20:00 ໂມງ ຂອງວັນທີ 24 ເມສາ 2018, ເຈົ້າໜ້າທີ່ຕຳຫຼວດອາຍາ ແລະ ໜ່ວຍງານຕຳຫຼວດ ລວມມີພະນັກງງານຊີ້ນຳ ແລະ ອ້າຍນ້ອງພະນັກງານ-ນັກຮົບ ທີ່ຖືກຮັບມອບໝາຍປະຕິບັດໜ້າທີ່ໃນຄັ້ງນີ້ ໄດ້ຂີ່ເຮືອບິນເດີນທາງໄປທີ່ນະຄອນໂຮ່ຈິມິນ ຢ່າງເລັ່ງດ່ວນ, ຮອດເວລາ 22:00 ໂມງ ເມື່ອຮອດສະໜາມບິນເຕິ້ນເຊີ້ນເຍີດ ເຈົ້າໜ້າທີ່ພວກເຮົາກໍເດີນທາງຕໍ່ໄປທີ່ແຂວງບິ່ງເຢື້ອງ ແລ້ວມຸ່ງໜ້າໄປທີ່ກອງບັນຊາການຕຳຫຼວດເຂດສອງເທິ່ນ ເພື່ອເກັບກຳຂໍ້ມູນກ່ຽວກັບທີ່ຢູ່ຂອງ ທ້າວ B, ເຊິ່ງໄດ້ຕັ້ງຂໍ້ສົງໄສວ່າ: ຜູ້ກໍ່ເຫດຈະມາອາໄສຢູ່ນຳ; ເຊິ່ງໄດ້ຮູ້ວ່າ ຜູ້ກ່ຽວແມ່ນເປັນຄົນມາຈາກນະຄອນຫຼວງຮ່າໂນ້ຍ ມາພັກຢູ່ຄຸ້ມຢີອ້ານ ໃກ້ກັບເຂດອຸດສາຫະກຳສອງເທິ່ນ.

ເມື່ອເຫັນຄວາມເອົາໃຈໃສ່ໃນວຽກວິຊາສະເພາະ ຕ້ອງເດີນທາງມາໄກແຕ່ນະຄອນຫຼວງຮ່າໂນ້ຍ; ດັ່ງນັ້ນ, ນັບແຕ່ຜູ້ບັນຊາຈົນຮອດພະນັກງານ-ນັກຮົບ ໃນກອງບັນຊາການຕຳຫຼວດ ເຂດອຸດສາຫະກຳສອງເທິ່ນ ຈຶ່ງໃຫ້ ການຮ່ວມມື ແລະ ພ້ອມໃຫ້ການຊ່ວຍເຫຼືອຢ່າງຈິງຈັງ. ພ້ອມນັ້ນ, ຈຶ່ງມີການແຕ່ງຕັ້ງພະນັກງານອອກເຮັດວຽກຕິດຕາມການເຄື່ອນໄຫວ ແລະ ຊອກ ທ້າວ B ໃຫ້ເຫັນໂດຍໄວທີ່ສຸດ. ຈົນຮອດເວລາ 4:00 ໂມງເຊົ້າ ຂອງວັນທີ 26 ເມສາ 2018, ຈຶ່ງໄດ້ຮັບຂ່າວກ່ຽວກັບ ທ້າວ B ເຊິ່ງຜູ້ກ່ຽວເຮັດວຽກຂັບລົດໃຫ້ບໍລິສັດແຫ່ງໜຶ່ງ, ເປັນບຸກຄົນໜຶ່ງທີ່ເຮັດວຽກຫ້າວຫັນ ແລະ ແຕ່ລະມື້ຜູ້ກ່ຽວຈະຂັບລົດເຂົ້າມາເຂດອຸດສາຫະກຳ ເພື່ອຍັດເຄື່ອງກຽມໄປສົ່ງ.

ດັ່ງນັ້ນ, ເຈົ້າໜ້າທີ່ພວກເຮົາຈຶ່ງດັກສະກັດຜູ້ກ່ຽວບ່ອນທາງເຂົ້າທີ່ເປັນເສັ້ນທາງທີ່ ທ້າວ B ທຽວໄປ-ກັບບ່ອນດຽວເທົ່ານັ້ນ; ຮອດເວລາ 7:00 ໂມງເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ເຫັນລົດບັນທຸກຂອງ ທ້າວ B ແລ່ນມາຈະເຂົ້າໄປຮັບເຄື່ອງຄືແຕ່ລະມື້ ເຈົ້າໜ້າທີ່ພວກເຮົາຈຶ່ງຫາວິທີເຂົ້າໃກ້ທີ່ສຸດ ໂດຍຫາໂອກາດຂັບລົດແຊງຂຶ້ນໜ້າ ເພື່ອຢືນຢັນວ່າ ແມ່ນຜູ້ກ່ຽວເປັນຄົນຂັບລົດຄັນດັ່ງກ່າວແທ້; ເຈົ້າໜ້າທີ່ສາມາດຢືນຢັນໄດ້ວ່າ ແມ່ນຜູ້ກ່ຽວແທ້ ແລະ ໃນເບາະນັ່ງຫຼັງຄົນຂັບແມ່ນມີຜູ້ຊາຍອີກຄົນໜຶ່ງ ມີລັກສະນະຄືຜູ້ກໍ່ເຫດຄາດຕະກຳຢູ່ນະຄອນຫຼວງຮ່າໂນ້ຍ (ທ້າວ ຈືຕວັນເຊິ້ນ); ຈຸດປະສົງຫຼັກໃນຄັ້ງນີ້ ແມ່ນຈັບເປົ້າໝາຍດັ່ງກ່າວ ໂດຍຮັບປະກັນບໍ່ໃຫ້ຜູ້ກ່ຽວຮູ້ຕົວ ແລະ ມີທ່າທີຕອບໂຕ້ຄືນ.

ພໍລົດຜ່ອນຄວາມໄວ ແລະ ຈອດໃກ້ກັບຮ້ານອາຫານ, ເຈົ້າໜ້າທີ່ພວກເຮົາກໍຢຸດລົດ ຈາກນັ້ນເຈົ້າໜ້າທີ່ອີກ 4 ຄົນ ໄດ້ເຂົ້າປິດລ້ອມລົດຄັນດັ່ງກ່າວຢ່າງໄວວາ ແລະ ໄຂປະຕູຈັບຕົວເປົ້າໝາຍ ຈືຕວັນເຊິ້ນ ກັບໄປທີ່ຫ້ອງການຕຳຫຼວດເຂດອຸດສາຫະກຳສອງເທິ່ນ. ເມື່ອຮອດຫ້ອງການ ທ້າວ ເຊິ້ນ ແມ່ນເຮັດແບບບໍ່ຕື່ນຕົກໃຈ ແລະ ແຖມຍັງເວົ້າໃຫ້ເຈົ້າໜ້າທີ່ຕຳຫຼວດວ່າ: ພວກເຈົ້າຈັບຜິດຄົນແລ້ວ ຕົນເອງລົງມານີ້ເພື່ອຫາສະໝັກວຽກ ແລະ ທີ່ສຳຄັນຕົນເອງບໍ່ຮູ້ຈັກ ຫຼື ລຶ້ງເຄີຍກັບ ທ້າວ ຫວູແທ້ງ T ເລີຍ.

ໃນຂະນະທີ່ກຳລັງລໍຖ້າ, ເຈົ້າໜ້າທີ່ຕຳຫຼວດອາຍາ ຈັດຕັ້ງການກວດສະຖານທີ່ເກີດເຫດ ແລະ ເຮືອນຂອງ ທ້າວ ເຊິ້ນ ທີ່ນະຄອນຫຼວງຮ່າໂນ້ຍ; ພັຈວ ດັ້ງ ແມ້ງ ເກື່ອງ ໄດ້ຫາວິທີເພື່ອໃຫ້ເປົ້າໝາຍທີ່ຖືກສົງໄສຍອມຮັບໃນການກະທຳຜິດຂອງຕົນ ໂດຍໃຊ້ປະສົບການທີ່ຕົນເຄີຍແກ້ໄຂມາຫຼາຍຄະດີ, ທ່ານໄດ້ເອົາຮູບຖ່າຍ ແລະ ແຕ້ມແຜນທີ່ເສັ້ນທາງການເອົາສົບອອກມາຖິ້ມທີ່ສະໜາມຂີ້ເຫຍື້ອ ເຊິ່ງໄດ້ແຕ້ມອອກຈາກເສັ້ນທາງໜ້າເຮືອນຂອງຜູ້ກ່ຽວ (ໝາຍຄວາມວ່າ ຜູ້ກໍ່ເຫດແມ່ນກໍ່ເຫດຄາດຕະກຳຢູ່ໃນເຮືອນຂອງຕົນ) ແລ້ວເອົາມາຖິ້ມໃນສະຖານທີ່ດັ່ງກ່າວ ເພື່ອຫາວິທີທຳລາຍຫຼັກຖານ (ທ່ານທັງເອົາຮູບສົບທີ່ຖ່າຍໄດ້ຈາກກອງຂີ້ເຫຍື້ອ ແລະ ທັງອະທິບາຍຮູບແບບການນຳສົບໄປ) ເພື່ອຕີຈິດຕະສາດຂອງຜູ້ກ່ຽວທີ່ບໍ່ຍອມຮັບສາລະພາບ; ເມື່ອເຈົ້າໜ້າທີ່ອະທິບາຍທັງໝົດຕາມການສັນນິຖານ, ປະກົດວ່າ: ຜູ້ກ່ຽວຕົກສະເງີ້ຕໍ່ການອະທິບາຍ ແລະ ການແຕ້ມແບບແຜນທີ່ນັ້ນ, ສຸດທ້າຍກໍຮັບສາລະພາບວ່າ ຕົນເປັນຄົນກໍ່ເຫດແທ້.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໃນກາງຄືນວັນທີ 9 ເມສາ 2018, ຂະນະທີ່ຕົນເອງເອົາສົບໄປຖິ້ມນັ້ນ ຕົນເອງແມ່ນໄດ້ນຳໃຊ້ເສັ້ນທາງຕາມເຈົ້າໜ້າທີ່ຕຳຫຼວດໄດ້ແຕ້ມ ແລະ ສັນນິຖານມານັ້ນ ເພາະວ່າເປັນເສັ້ນທາງທີ່ປ່ຽວບໍ່ມີຄົນທຽວເມື່ອຍາມກາງຄືນ ແລະ ຫຼັງຈາກໄດ້ຮັບຂ່າວຜົນການກວດຄົ້ນເຮືອນຂອງຜູ້ກ່ຽວທີ່ຮ່າໂນ້ຍ ຮູ້ວ່າ: ພົບຮ່ອງຮອຍເລືອດຂອງຜູ້ເສຍຊີວິດ ແລະ ຫຼັກຖານອື່ນທີ່ກ່ຽວຂ້ອງຫຼາຍຢ່າງ.

ຜູ້ກ່ຽວໃຫ້ຮູ້ຕື່ມວ່າ: ໄດ້ຮູ້ຈັກ ທ້າວ ຫວູແທ້ງ T ກ່ອນໜ້ານີ້ແລ້ວ ແລະ ຕົນເອງກໍເຄີຍຢືມເງິນຜູ້ກ່ຽວ ຄັ້ງລະ 30 ລ້ານດົ່ງ; ມາວັນທີ 9 ເມສາ 2018: ເວລາປະມານ 16:40 ໂມງ ຕົນເອງໄດ້ໂທລະສັບຫາ ທ້າວ T ມາຫຼິ້ນເຮືອນ, ເວລາປະມານ 17:00 ໂມງ ທ້າວ T ໄດ້ມາຫາ ພໍມາຮອດຕົນໄດ້ພາຜູ້ກ່ຽວເຂົ້າ ໄປໃນເຮືອນທີ່ຫ້ອງຮັບແຂກຊັ້ນ 1 ເພື່ອນັ່ງດື່ມນ້ຳ; ໃນຂະນະນີ້, ເມຍ-ລູກ ແລະ ຄົນທີ່ມາເຊົ່າເຮືອນບໍ່ມີໃຜຢູ່.

ໃນຂະນະທີ່ ທ້າວ T ນັ່ງຫຼິ້ນຢູ່ນັ້ນ ທ້າວ ເຊິ້ນ ໄດ້ຖາມຢືມເງິນຕື່ມອີກ 20 ລ້ານດົ່ງ ແຕ່ທ້າວ T ບໍ່ຕົກລົງຂະນະນັ້ນ ທ້າວ T ກຳລັງຈັບບັ້ງສູບຢາອອກໄປສູບນອກຫ້ອງ ທ້າວ ເຊິ້ນ ເກີດຄວາມໂມໂຫ ຈຶ່ງຈັບເອົາກ້ອນດິນຈີ່ທີ່ວາງຢູ່ຂ້າງຕູ້ເຄື່ອງ ຍ່າງໄປຕີໃສ່ຫົວຂອງ ທ້າວ T ທາງງ່ອນຈຳນວນຫຼາຍບາດ ແຕ່ທ້າວ T ຍັງແລ່ນໜີອອກໄປນອກຫ້ອງທາງເບື້ອງຫ້ອງແຖວ ແລ້ວເອີ້ນຫາຄົນມາຊ່ວຍ ແຕ່ ທ້າວ ເຊິ້ນ ຍັງຈັບກ້ອນດິນຈີ່ ແລ່ນນຳໄປ ແລ້ວກຸມຕີ ທ້າວ T ຈົນເຮັດໃຫ້ຜູ້ກ່ຽວລົ້ມຟຸບລົງ; ທ້າວ ເຊິ້ນ ຍັງບໍ່ຢຸດເຊົາ ຈຶ່ງເອົາກ້ອນດິນຈີ່ຕີໃສ່ບໍລິເວນຫົວຫຼາຍບາດ ຈົນທ້າວ T ເສຍຊີວິດຄາທີ່; ຈາກນັ້ນ, ກໍລາກສົບ ທ້າວ T ເຂົ້າໃນຫ້ອງແຖວຫ້ອງສຸດທ້າຍ ເມື່ອເຫັນເລືອດອອກຈາກຫົວຫຼາຍ ຜູ້ກ່ຽວຈຶ່ງເອົາເປົາມາພັນສົບ ແລ້ວເອົາເຊືອກມັດໄວ້ຢ່າແໜ້ນໜາ ແລະ ອັດກະແຈຫ້ອງໄວ້; ຈາກນັ້ນ, ຜູ້ກ່ຽວໄດ້ກັບມາທີ່ຫ້ອງຮັບແຂກເຊັດຖູຮອຍເລືອດ, ເອົາເກີບຜູ້ເສຍຊີວິດຖິ້ມໃສ່ຖັງຂີ້ເຫຍື້ອຂ້າງເຮືອນ, ປ່ຽນຖ່າຍເຄື່ອງນຸ່ງຂອງຕົນ ເອົາລົດທີ່ ທ້າວ T ຂີ່ມານັ້ນ ໄປຝາກໄວ້ທີ່ໂຮງໝໍແຫ່ງໜຶ່ງໃກ້ບ້ານ.

ຈາກນັ້ນ, ກັບມາບ້ານ ຜູ້ກ່ຽວກໍອອກໄປຂາຍນ້ຳຄືປົກກະຕິບໍ່ມີຫຍັງເກີດຂຶ້ນ; ຕົກມາຮອດກາງຄືນຂອງວັນດຽວກັນ ເວລາ 23:00 ໂມງ ຜູ້ກ່ຽວໄດ້ກັບເມືອເຮືອນ ແລ້ວໄຂຫ້ອງເຊົ່າທີ່ຕົນເຊື່ອງຊາກສົບໄວ້ນັ້ນ ຈົກເອົາໂທລະສັບໄອໂຟນ 6 ແລະ ສາຍຄໍຄຳໃນສົບຂອງຜູ້ຕາຍ, ເຫັນໂທລະສັບດັງຂຶ້ນຕະຫຼອດ ເພາະຄົນທາງບ້ານໂທນຳ ຜູ້ກ່ຽວຈຶ່ງຖອດຊິມອອກ ແລ້ວເອົາໂທລະສັບໄປເຊື່ອງໄວ້ໃນຕູ້ເຄື່ອງ. ຈາກນັ້ນ, ຜູ້ກ່ຽວຈຶ່ງນຳເອົາເປົາສອງໜ່ວຍໄປໃສ່ສົບຂອງ ທ້າວ T ແລ້ວໃສ່ລົດຈັກໄປຖິ້ມທີ່ສະໜາມຂີ້ເຫຍື້ອ ເຕິ້ນໝີ ໂດຍຍູ້ລົງແຄມຫ້ວຍ ແລ້ວເອົາຢາງລົດຖົມເຕັງໄວ້.

ຈາກການສອບສວນຜູ້ກ່ຽວສຳເລັດ ຈຶ່ງນຳຕົວຜູ້ກ່ຽວກັບຂຶ້ນເມືອຮ່າໂນ້ຍ ແລ້ວນຳຕົວຜູ້ກ່ຽວກັບໄປທີ່ເຮືອນ ເພື່ອເຮັດແຜນປະກອບ; ເມື່ອຮອດເຮືອນ ເຈົ້າໜ້າທີ່ໄດ້ຖາມຜູ້ເປັນເມຍຂອງຜູ້ກ່ຽວວ່າ ຢາກເວົ້າຫຍັງກັບຜູ້ກ່ຽວບໍ່ ເມຍແກວ່ງຫົວ ແຕ່ທ້າວ ເຊິ້ນ ຂໍພົບລູກທັງສອງ ແຕ່ກໍຖືກປະຕິເສດຈາກລູກສອງຄົນ.

ປັດຈຸບັນ, ເຈົ້າໜ້າທີ່ກຳລັງສະຫຼຸບສຳນວນຄະດີ ກຽມສົ່ງໃຫ້ສານຕັດສິນຜົນການກະທຳຂອງຜູ້ກ່ຽວຕາມລະບຽບກົດໝາຍຕໍ່ໄປ.