ໃນຕໍ່ໜ້າກອງພັນເຄື່ອນທີ່ ປກສ ນວ ຈະສຸມໃສ່ກວດກາລາດຕະເວນ, ວາງແຜນປ້ອງກັນສູ້ຮົບຕະຫຼະຫຼອດ 24 ຊົ່ວ ໂມງ ເພື່ອສະກັດກັ້ນກຸ່ມແກ້ງຂີ່ລົດກວນເມືອງ, ນັກຂີ່ລົດດັດແປງສະພາບ ແລະອື່ນໆ ທີ່ສ້າງຄວາມບໍ່ເປັນລະບຽບ ຮຽບຮ້ອຍໃນການສັນຈອນຕາມທ້ອງຖະໜົນ ແລະ ໃນສັງຄົມຫຼຸດລົງເທື່ອລະກ້າວ.

ພັທ ອິນກອງ ລິດາພອນ ຮອງຫົວໜ້າກອງພັນເຄື່ອນທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຕໍ່ໜ້າສະພາບ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນບັນຫາຊິງຊັບ, ປຸ້ນຊັບ, ນັກເລັງອັນຕະພານ, ກຸ່ມ ແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດ ຂັບຂີ່ຕາມທ້ອງຖະໜົນເຮັດໃຫ້ເກີດສຽງດັງເນື່ອງນັນ ພາໃຫ້ ກີດຂວາງການສັນຈອນ ແລະອື່ນໆ ຍັງຄົງທີ່ຈະເກີດຂຶ້ນ, ເພື່ອ ຕີຖອຍບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ຄະນະ ພັກ-ຄະນະບັນຊາກອງບັນຊາການປ້ອງກັນເຄື່ອນທີ່ ຈະສຸມໃສ່ວຽກງານວາງແຜນປ້ອງກັນສູ້ຮົບຕະຫຼອດ 24 ຊົ່ວ ໂມງ, ອອກກວດກາລາດຕະເວນ ແລະ ປະສານສົມທົບກັບກົມກອງ, ຂະແໜງການທີ່ກ່ຽວຂ້ອງ, ສືບຕໍ່ແກ້ໄຂປະ ກົດການຫຍໍ້ທໍ້ຕາມຄໍາສັ່ງຂອງຂັ້ນເທິງວາງອອກ, ຝຶກອົບຮົມຫັດແອບວິຊາສະເພາະຕາມເຫຼົ່າວິຊາສະເພາະໃຫ້ເປັນ ປົກກະຕິ ເພື່ອໃຫ້ມີຄວາມຄ່ອງແຄ້ວ ແລະ ວ່ອງໄວ, ຊໍານິຊໍານານໃນການປະຕິບັດໜ້າທີ່ຕົວຈິງ, ສືບຕໍ່ເຮັດໜ້າ ທີ່ປ້ອງກັນຈຸດທີ່ຕັ້ງຢູ່ໃນຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ, ສືບຕໍ່ລົງກວດກາພື້ນທີ່ຈຸດຫຼ່ໍແຫຼມທີ່ມີຄວາມ ສ່ຽງ, ຄາດກະຈຸດທີ່ອາດເກີດເຫດການບັນຫາອື່ນໆ, ລົງ ຮາກຖານສ້າງຕາໜ່າງເພື່ອນຮ່ວມງານ ເພື່ອກໍາແໜ້ນ ບັນດາແຫຼ່ງຂ່າວ ແລະ ສະພາບການຕ່າງໆ, ສືບຕໍ່ກໍາ ແໜ້ນເຄື່ອນໄຫວບັນດາເປົ້າໝາຍທີ່ອາດກໍ່ອາຊະຍາກໍາ ຢູ່ພື້ນທີ່ຈຸດຫຼ່ໍແຫຼມຕ່າງໆ ແລະ ສົມທົບກັບບັນດາຂະ ແໜງການທີ່ກ່ຽວຂ້ອງແກ້ໄຂເປົ້າໝາຍຕ່າງໆຢ່າງເດັດຂາດ.

ເຊິ່ງໃນປີຜ່ານມາ, ໄດ້ສຸມໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໄດ້ຈັດຕັ້ງປະຈໍາການ ຄອຍເຫດຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ, ຜ່ານການເຄື່ອນໄຫວໃນ 1 ປີຜ່ານ ມາ ໄດ້ປະຈໍາການກຽມພ້ອມສູ້ຮົບ, ຄອຍເຫດຕະຫຼອດ 24 ຊົ່ວໂມງ ໄດ້ 300 ກວ່າ ຄັ້ງ ມີ 6.000 ກວ່າ ແຮງງານ, ກວດກາລາດຕະເວນສະໝາມຫຼວງ 365 ຄັ້ງ ມີ 2.500 ກວ່າແຮງງານ, ອອກສາຍກວດ, ການປາບປາມຮ່ວມສະ ເພາະກິດ 7 ຄັ້ງ, ອອກສະກັດກັ້ນ ແລະ ແກ້ໄຂຂີ່ລົດກວນເມືອງ, ນັກເລັງອັນຕະພານ ແລະ ທຸກປະກົດການຫຍໍ້ທໍ້ ໄດ້ 140 ກວ່າຄັ້ງ, ກັກລົດໄດ້ທັງໝົດ 386 ຄັນ, ລົດໃຫຍ່ 2 ຄັນ. ໃນນີ້, ລົດກຸ່ມແກ້ງກວນເມືອງ 81 ຄັນ, ດັດແປງສະ ພາບ 281 ຄັນ, ບໍ່ຖື ເອກະສານ 25 ຄັນ, ສຶກສາອົບຮົມຜູ້ລະເມີດ 5 ຄັງ ຈໍານວນ 300 ກວ່າຄົນ, ກັກຕົວເປົ້າ ໝາຍໄດ້ 96 ຄົນ ຍິງ 10 ຄົນ 14 ຢຶດຢາບ້າໄດ້ 2.700 ກວ່າເມັດ, ປືນຊະນິດຕ່າງໆ 6 ກະບອກ, ລູກປືນທັງໝົດ 140 ກວ່າລູກ ແລະ ເຄື່ອງອື່ນໆຈໍານວນໜຶ່ງ.