ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານໜອງບົວທອງ ນະຄອນ ຫຼວງວຽງຈັນ ສາມາດກັກຕົວ ທ້າວ ຄໍາປານ ຫຼື ປານ ອາຍຸ 29 ປີ ຢູ່ບ້ານດົງນາໂຊກໃຕ້ ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ ມາສອບສວນຂະຫຍາຍຜົນ ສາມາດກັກຕົວຜູ້ຮ່ວມຂະບວນການອີກ 3 ຄົນ ຊື່ ນາງ ລັດສະໝີ ຫຼື ປ່ຽນ ອາຍຸ 34 ປີ ຢູ່ບ້ານໜອງປີງ ເມືອງຈັນທະບູລີ, ທ້າວ ສັນຕິພາບ ຫຼື ເສືອ ອາຍຸ 19 ປີ ແລະ ທ້າວ ພຸດທະສອນ ຫຼື ຫຼ້ອນ ອາຍຸ 31 ປີ ທັງສອງຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຂອງ ກາງຢາບ້າ 5.660 ເມັດ.

ທ້າວ ຄໍາປານ ສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ເດືອນທັນວາ 2018 ເປັນຕົ້ນ ມາ, ຢາບ້າທີ່ນໍາໄປຂາຍແມ່ນຊື້ນໍາ ທ້າວ ແຫຼ້ ອາຍຸ 28 ປີ ຢູ່ເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ ຄັ້ງລະ 4-5 ຖົງ ເທົ່າກັບ 800-1.000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວກໍນໍາມາຂາຍໃຫ້ກັບນາງ ປ່ຽນ ແລະ ໄວລຸ້ນທີ່ມົ້ວສຸມຢາເສບຕິດຕາມຮ້ານເກມເຂດບ້ານໜອງບົວທອງ. ມາວັນ ທີ 6 ພຶດສະພາ 2018, ຜູ້ກ່ຽວໄດ້ໄປຊື້ ຢາບ້ານໍາ ທ້າວ ແຫຼ້ ຈໍານວນ 4.000 ເມັດ ແລ້ວກໍນໍາເອົາຢາດັ່ງກ່າວມາຊຸກເຊື່ອງໄວ້ເຮືອນ. ມາວັນທີ 8 ພຶດສະພາ 2018, ນາງ ປ່ຽນ ໄດ້ໂທລະສັບສັ່ງຊື້ຢາບ້າຈໍານວນ 2 ມັດ ເທົ່າກັບ 4.000 ເມັດ. ຈາກນັ້ນ, ຜູ້ກ່ຽວຈະນໍາເອົາຢາ ບ້າໄປສົ່ງໃຫ້ ນາງ ຄໍາປ່ຽນ ໄດ້ມີເຈົ້າໜ້າທີ່ເຂົ້າມາກັກຕົວ ພ້ອມກັບຂອງກາງດັ່ງກ່າວ.

ນາງ ລັດສະໜີ ຫຼື ປ່ຽນ ສາລະພາບວ່າ: ຜູ້ ກ່ຽວເລີ່ມເສບຢາບ້າ ມາແຕ່ປີ 2017 ເປັນຕົ້ນມາ, ເສບມື້ລະ 1-2 ເມັດ ຢາບ້າທີ່ນໍາມາເສບແມ່ນຊື້ນໍາ ທ້າວ ຄໍາປານ. ມາທ້າຍປີ 2017 ຜູ້ກ່ຽວກໍເລີ່ມຮັບເອົາຢາບ້ານໍາ ທ້າວ ຄໍາປານ ໄປ ຂາຍຕໍ່ ແລະ ເສບເອງຈໍານວນໜຶ່ງ, ເຊິ່ງທີ່ຮັບໄປຂາຍແຕ່ລະຄັ້ງແມ່ນຄັ້ງລະ 4-5 ຖົງເທົ່າກັບ 800-1.000 ເມັດ, ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍຕໍ່ໃຫ້ກັບ ທ້າວ ສັນຕິພາບ ຫຼື ເສືອ. ນອກນັ້ນ, ຍັງໄດ້ຊື້ຢາບ້ານໍາ ທ້າວ ກິ່ງ ອາຍຸປະມານ 48-49 ປີ ຫຼາຍຄັ້ງ. ມາວັນທີ 8 ພຶດສາພາ 2018, ຜູ້ກ່ຽວໄດ້ນໍາເອົາຢາບ້າທີ່ຍັງເຫຼືອໄປຈາກຄັ້ງກ່ອນ ຈໍານວນ 1.500 ເມັດ ກຽມຈະໄປຂາຍ ໃນເວລານັ້ນ, ຖືກເຈົ້າໜ້າທີ່ເຂົ້າມາກັກຕົວພ້ອມກັບຂອງກາງຈໍານວນ ດັ່ງກ່າວ.


ທ້າວ ສັນຕິພາບ ສາລະພາບວ່າ: ໄດ້ເລີ່ມເສບຢາບ້າ ແລະ ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ທ້າຍປີ 2017 ເປັນ ຕົ້ນມາ, ຢາບ້າທີ່່ນໍາມາເສບ ແລະ ຂາຍໃນແຕ່ລະຄັ້ງແມ່ນຊື້ນໍາ ນາງ ປ່ຽນ ຄັ້ງລະ 10-20 ເມັດ ພາຍຫຼັງໄດ້ຢາບ້າ ມາແລ້ວ ກໍນໍາມາແບ່ງເສບຈໍານວນໜຶ່ງ ແລະ ນໍາໄປຂາຍ ໃຫ້ກັບໄວ້ລຸ້ນມົ້ວສຸມຢາເສບຕິດພາຍໃນບ້ານ. ມາປີ 2018 ຜູ້ກ່ຽວໄດ້ຮັບເອົາຢາບ້ານໍາ ນາງ ປ່ຽນ ເພີ່ມຂຶ້ນໂດຍຊື້ຄັ້ງລະ 50-100 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກ່ຽວນໍາໄປຂາຍໃຫ້ກັບ ທ້າວ ພຸດທະສອນ ຫຼື ຫຼ້ອນ ແລະ ໄວລຸ້ນ ພາຍ ໃນບ້ານ. ມາວັນທີ 6 ພຶດສະພາ 2018, ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາ ນາງ ປ່ຽນ ຈໍານວນ 100 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາເສບເອງ ຈໍານວນ 10 ເມັດ ຈາກນັ້ນ, ມາວັນທີ 8 ພຶດສະພາ 2018 ໄດ້ມີເຈົ້າໜ້າທີ່ກັກຕົວ ພ້ອມກັບຂອງກາງມາດໍາເນີນຄະດີ.ທ້າວ ພຸດທະສອນ ສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ເດືອນມັງກອນ 2018 ເປັນຕົ້ນມາ, ເສບຄັ້ງລະ 1-2 ເມັດ ຢາບ້າທີ່ນໍາມາເສບແມ່ນຊື້ນໍາໄວ້ລຸ້ນຢູ່ພາຍໃນບ້ານ. ມາເດືອນມີນາ 2018 ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ຢາບ້າ ທີ່ນໍາມາຂາຍແມ່ນຊື້ນໍາ ທ້າວ ສັນຕິພາບ ຄັ້ງລະ 20-50 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາຂາຍໃຫ້ ກັບໄວ້ລຸ້ນມົ້ວສຸມຢາເສບຕິດຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ. ມາວັນທີ 8 ພຶດສະພາ 2018, ຜູ້ກ່ຽວໄປຊື້ຢາບ້າ ນໍາ ທ້າວ ສັນຕິພາບ ຈໍານວນ 50 ເມັດ ລວມກັບຂອງເກົ່າທີ່ຍັງເຫຼືອ ຈໍານວນ 20 ເມັດ ລວມທັງໝົດ 70 ເມັດ. ຫຼັງຈາກນັ້ນ, ເວລາຕໍ່ມາໄດ້ມີເຈົ້າໜ້າທີ່ກັກຕົວພ້ອມ ຂອງກາງ   ດັ່ງກ່າວມາດໍາເນີນຄະດີ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ ປກສ ເມືອງສີສັນຕະນາກ ພວມສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການດໍາເນີນ ຄະດີຂັ້ນຕໍ່ໄປ.