ໃນທ້າຍອາທິດຜ່ານມາ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ທົ່ວແຂວງ, ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ, ຄະນະນໍາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ພັອ ດວງສີ ພັນທະວົງ ຫົວໜ້າຫ້ອງການກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານບົດສະຫຸບວຽກງານໃນໄລຍະຜ່ານມາ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານທີ່ສາມາດຍາດມາໄດ້ ເປັນຕົ້ນແມ່ນໄດ້ຝຶກອົບຮົມວິຊາສະເພາະໃຫ້ໂຮງຮຽນມໍປາຍ ໄດ້ 24 ແຫ່ງ, ອົບຮົມການເມືອງ, ການທະຫານໃຫ້ກອງຫຼອນ ໄດ້ 7 ຄັ້ງ, ໄດ້ຈັດຕັ້ງອົບຮົມທ່າສະໜາມສູ້ຮົບປ້ອງກັນຕົວເມືອງ ໄດ້ 1 ເມືອງ, ໄດ້ຈັດຕັ້ງອົບຮົມວຽກງານກໍ່ສ້າງຄອບຄົວ ແລະ ປ້ອງກັນຊາດ ໄດ້ 1 ຄັ້ງ, ສ້າງກຸ່ມບ້ານສູ້ຮົບຕິດລຽນ ໄດ້ 2 ກຸ່ມບ້ານ, ສ້າງ ແລະ ປັບປຸງກຳລັງກອງຫຼອນ ໄດ້ 1.210 ຄົນ, ສ້າງ ແລະ ປັບປຸງກຳລັງ ປກສ ບ້ານ ໄດ້ 1.690 ຄົນ, ເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ ແລະ ທຳລາຍສວນຄັນຊາ ໄດ້ 164 ສວນ, ທໍາລາຍສວນຝິ່ນ ໄດ້ 79 ສວນ, ທໍາລາຍຄັນຊາແຫ້ງ ໄດ້ 94 ເປົາ ນ້ຳໜັກ 4.100 ກິໂລກະກຼາມ, ທໍຳລາຍຄັນຊາທີ່ເກັບກູ້ແລ້ວແຕ່ບໍ່ທັນແຫ້ງ ໄດ້ 3.500 ກິໂລກະກຼາມ, ເກັບກູ້ອາວຸດເຖື່ອນຢູ່ເມືອງວຽງທອງ ໄດ້ 94 ກະບອກ, ( ໝາກແຕກ 2 ໜ່ວຍ ), ອາວຸດລ່າເນື້ອ 1.479 ກະບອກ, ເລົາປືນ 88 ເລົາ, ລູກປືນ 123 ລູກ, ຈັກສະຕິນ 268 ເຄື່ອງ, ໝໍ້ຊ໋ອດປາ 124 ເຄື່ອງ. 1 ປີຜ່ານມາ, ຄະດີເກີດຂຶ້ນທັງໝົດ 895 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 351 ຄົນ, ຍິງ 42 ຄົນ, ( ຄົນຕ່າງປະເທດ 70 ຄົນ, ຍິງ 4 ຄົນ ) ຄະດີອາຍາເກີດທັງໝົດ 35 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 74 ຄົນ ຍິງ 4 ຄົນ, ທຽບໃສ່ປີ 2016 ຫຼຸດລົງ 1 ເລື່ອງ; ສ່ວນຜົນເສຍຫາຍ: ເສຍຊີວິດ 13 ຄົນ ຍິງ 6 ຄົນ, ເງິນກີບຈໍານວນ 86.543.000 ກີບ, ລົດຈັກ 18 ຄົນ; ຢຶດຂອງກາງ: ປືນອາກ່າທ້າຍພັບ 2 ກະບອກ, ປືນສັ້ນ 2 ກະບອກ, ເງິນບາດ 126.050 ບາດ, ເງິນໂດລາ 11.920 ໂດລາສະຫະລັດ, ເງິນຢວນ 226 ຢວນ, ປະເພດໄມ້ປົກຄອງ 100 ແມັດກ້ອນ, ລົດຈັກ 26 ຄັນ, ຄະດີເສດຖະກິດເກີດຂຶ້ນທັງໝົດ 114 ເລື່ອງ, ຄະດີຢາເສບຕິດເກິດຂຶ້ນທັງໝົດ 361 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 191 ຄົນ, ທຽບໃສປີ 2016 ຫຼຸດລົງ 6 ເລື່ອງ, ຢຶດຂອງກາງຢາບ້າ ໄດ້ 566.668 ເມັດ, ກັນຊາ 4.578 ກິໂລກຼາມ, ຢາຝິ່ນ 7,3 ກິໂລກຼາມ, ເຮໂຣອິນ 43 ແທ່ງ 14 ຫຼອດນ້ອຍ, ປືນແກັບ 22 ກະບອກ, ປືນດັດແປງຍິງລູກແວ່ງ 5 ກະບອກ, ລົດໃຫຍ່ 16 ຄັນ, ລົດຈັກ 29 ຄັນ, ອຸບັດຕິເຫດເກີດຂຶ້ນ 330 ເລື່ອງ, ທຽບໃສ່ປີ 2016 ເພີ່ມຂຶ້ນ 26 ເລື່ອງ, ພາຫະນະເປເພທັງໝົດ 598 ຄັນ, ມີຜູ້ບາດເຈັບ 494 ຍິງ 155 ຄົນ, ເສຍຊິວິດ 77 ຄົນ, ມູນຄ່າເສຍຫາຍ 20 ຕື້ກວ່າກີບ; ອັກຄີໄພເກີດຂຶ້ນ 7 ຄັ້ງ ຜົນເສຍຫາຍ 741.000.000 ກີບ. ຈາກນັ້ນ, ທ່ານປະທານກໍໄດ້ຕັ້ງຄໍຳຖາມເຈາະຈີ້ມໃຫ້ບັນດາແຂກຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ-ຄຳເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ ຕື່ມອີກ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດສຳເລັດໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາພະນັກງານສະມະຊິກພັກທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ຕິດຕາມເປົ້າໝາຍ, ກວດກາຄວາມເປັນລະບຽບຕາມຂອບເຂດຊາຍແດນ ແລະ ລາຍງານຂັ້ນເທິງເປັນປົກກະຕິ ແລະ ປະຕິບັດວຽກງານວິຊາສະເພາະໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການຢ່າງເຂັ້ມງວດ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງກໍຄືປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອເຮັດໃຫ້ແຂວງບໍລິຄຳໄຊ ໃຫ້ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມນັບມື້ນັບດີຂຶ້ນເລື້ອຍໆ.