ອຸບັດຕິເຫດ ເປັນເຫດການທີ່ຄົນບໍ່ປາດຖະໜາ ແລະ ບໍ່ມີໃຜຄາດຄິດໄດ້ລ່ວງໜ້າ, ກໍລະນີເກີດກັບໃຜແລ້ວ ໄດ້ ສ້າງຄວາມເສຍຫາຍຫຼາຍຢ່າງ ເຊັ່ນ: ເສຍທັງສຸຂະພາບ, ເວລາ, ເສຍໃຈ, ເສຍເງິນ ຮ້າຍແຮງກວ່ານັ້ນ ເສຍຮອດ ເສົາຫຼັກຄອບຄົວ ຫຼື ເສຍຊີວິດ. ສ່ວນຫຼາຍກໍເກີດຈາກຜູ້ຂັບຂີ່ລະເມີດກົດລະບຽບການສັນຈອນ ສຳລັບຜູ້ທີ່ຂັບ ຂີ່ທີ່ເຮັດໃຫ້ຜູ້ອື່ນບາດເຈັບ ແລະ ເສຍຊີວິດນັ້ນ ກໍຈະໄດ້ຮັບໂທດຕາມລະບຽບກົດໝາຍ ພ້ອມທັງໃຊ້ຄວາມເສຍຫາຍ ທັງແພ່ງຕາມຄວາມເໜາະສົມ.

ດັ່ງຄະດີອຸບັດຕິເຫດລົດຂົນສົ່ງນັກຮຽນເສຍຫຼັກປິ້ນ ລົງຂ້າງທາງຢູ່ເຂດບ້ານເວີນແທນ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ໃນວັນທີ 7 ມີນາ 2017 ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ບາດ ເຈັບສາຫັດ 7 ຄົນ ແລະ ເຈັບເລັກ ໜ້ອຍ 36 ຄົນ, ເຊິ່ງຜູ້ຂັບຂີ່ ຊື່ ທ້າວ ບຸນລໍ້າ ອາຍຸ 37 ປີ ຢູ່ບ້ານທ່າຈໍາປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜ່ານການດໍາເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່. ມາຮອດວັນທີ 31 ພຶດສະ ພາ 2018, ຄະນະສານອາ ຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາສໍານວນຄະດີດັ່ງກ່າວ ພ້ອມຈໍາເລີຍຂຶ້ນມາພິຈາລະນາ ເພື່ອຕັດສິນຕາມລະບຽບກົດໝາຍ.

ຄະນະສານອາຍາ ໄດ້ຄົ້ນຄ້ວາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ປະກອບໃນສໍານວນຄະດີຢ່າງຖີ່ຖ້ວນ, ຮອບ ດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ມີຫຼັກຖານຮັດກຸມໜັກແໜ້ນພຽງພໍຢັ້ງຢືນວ່າ: ການກະທໍາຂອງ ທ້າວ ບຸນລໍ້າ (ຈໍາເລີຍ) ເປັນການກະທໍາຜິດຕໍກົດໝາຍອາຍາທີ່ແຕະຕ້ອງເຖິງຊີວິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມ ຕາມທີ່ກໍານົດໄວ້ໃນກົດໝາຍອາຍາ ມາດຕາ 86 ຢ່າງແທ້ຈິງ ສະແດງອອກໃນວັນທີ 7 ທັນວາ 2017 ຈໍາເລີຍ ຊື່: ທ້າວ ບຸນລໍ້າ ອາຍຸ 37 ປີ ອາຊີບຂັບລົດຢູ່ບ້ານທ່າຈໍາປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຂັບຂີ່ລົດກະບະ ແດຮັນ (ລົດໂດຍສານ) ໝາຍເລກທະບຽນ ບຂ 6136 ກໍາແພງນະຄອນ, ອອກຈາກບ້ານທ່າຈໍາປາ, ເຊິ່ງມີຜູ້ໂດຍ ສານຂີ່ມານໍາ ຈໍານວນ 44 ຄົນ ມຸ່ງໜ້າໄປທາງບ້ານທ່າດິນແດງ ເພື່ອຈະໄປສົ່ງນັກຮຽນຢູ່ໂຮງຮຽນມັດທະຍົມ ເຂດ ບ້ານທ່າດິນແດງ ໂດຍໃຊ້ຄວາມໄວປະມານ 60 ກິໂລແມັດຕໍ່ຊົ່ວໂມງ ພໍຂັບຂີ່ລົດຄັນດັ່ງກ່າວໄປຮອດເຂດ ບ້ານເວີນ ແທນ. ຈໍາເລີຍແມ່ນໄດ້ຂັບຂີ່ລົດແຊງຂຶ້ນເບື້ອງຊ້າຍຂອງລົດຈັກ ເພື່ອຂຶ້ນໄປທາງໜ້າ ເຮັດໃຫ້ລົດຄັນດັ່ງກ່າວເສຍ ຫຼັກເຈີດອອກນອກທາງສັນຈອນ ແລ້ວໄປຕໍາໃສ່ຫງ່າໄມ້ຂອງຕົ້ນໄມ້ໃຫຍ ທີ່ຢູ່ແຄມທາງເບື້ອງຊ້າຍມື; ເຮັດໃຫ້ມີ ຜູ້ເສຍຊີວິດ 3 ຄົນ, ບາດເຈັບສາຫັດ 7 ຄົນ ແລະ ເຈັບເລັກໜ້ອຍ 36 ຄົນ.

ຜ່ານການວິນິດໄສແລ້ວເຫັນວ່າ: ການກະທໍາຂອງ ທ້າວ ບຸນລໍ້າ (ຈໍາເລີຍ) ເປັນການກະທໍາຜິດດ້ວຍຄວາມບໍ່ລະ ມັດລະວັງ ເນື່ອງຈາກວ່າຈໍາເລີຍຂັບຂີ່ລົດດ້ວຍຄວາມປະໝາດ ແລະ ຂາດສະຕິ ຈຶ່ງພາໃຫ້ເກີດອຸບັດຕິເຫດ ເຮັດໃຫ້ ມີຄົນເສຍຊີວິດ ແລະ ບາດເຈັບຈໍານວນຫຼາຍ, ເຊິ່ງຈໍາເລີຍເປັນຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ມີອາຍຸກະສຽນ ທາງອາຍາແລ້ວ ສາມາດຮູ້ໄດ້ແລ້ວການກະທໍາຜິດຂອງຕົນເປັນການກະທໍາຜິດ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງ ກ່າວ ຈິ່ງຕັດສິນ ທ້າວ ບຸນລໍ້າ (ຈໍາເລີຍ) ຕາມກົດໝາຍອາຍາ ມາດຕາ 86 ວັກ 4 ໂດຍລົງໂທດຕັດອິດສາລະພາບ 5 ປີ, ໃຫ້ໃຊ້ແທນຄ່າເສຍຫາຍທາງແພ່ງໃຫ້ກັບທາງຄອບຄົວຜູ້ເສຍຊີວິດຜູ້ລະ 50 ລ້ານກີບ ແລະ ຜູ້ໄດ້ຮັບບາດ ເຈັບໃຫ້ ຄົບຕາມຈໍານວນ.