ໃນໂອກາດທີ່ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ( ສສກ ) ໄດ້ເປັນກຽດເຂົ້າຮ່ວມໃນກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2018 ພາຍໃຕ້ຄຳຂວັນ “ສົ່ງເສີມສິດທິເດັກ, ຮູ້ນຳໃຊ້ເຕັກໂນໂລຊີທີ່ປອດໄພ, ໃສ່ໃຈສິ່ງແວດລ້ອມພ້ອມໃຈເປັນເຈົ້າພາບທີ່ດີ ປີທ່ອງທ່ຽວລາວ 2018 “; ເຊິ່ງທ່ານໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍມີບາງຕອນໄດ້ກ່າວຮຽກຮ້ອງມາຍັງເດັກນ້ອຍທຸກຄົນ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມພັດທະນາຕົນເອງໃຫ້ເປັນຄົນຮູ້ຜູ້ດີຂອງປະເທດຊາດ ໝາຍຄວາມວ່າ: ຕ້ອງຮູ້ 6 ຮັກ ໂດຍແມ່ນພໍ່ແມ່ຜູ້ປົກຄອງເປັນຫຼັກໃນການອົບຮົມບົ່ມສອນ.

ທ່ານ ລັດຖະມົນຕີ ສສກ ກ່າວວ່າ: “ສຳລັບພັກ ແລະ ລັດຖະບານຍາມໃດກໍຖືເອົາເດັກນ້ອຍ ແມ່ນໜໍ່ແໜງ, ເປັນຜູ້ສືບທອດພາລະກິດຂອງຊາດ, ຖືເອົາການສຶກສາສຳລັບເດັກທຸກໆຄົນເປັນສິ່ງສຳຄັນເພື່ອການພັດທະນາຊັບພະຍາກອນມະນຸດ ແລະ ຖືເອົາການປົກປັກຮັກສາສິດຜົນປະໂຫຍດຂອງເດັກນ້ອຍເປັນນະໂຍບາຍໃຫຍ່ທີ່ສຳຄັນທີ່ສຸດ. ພ້ອມດຽວກັນນີ້, ກໍຮຽກຮ້ອງມາຍັງລູກຫຼານ ກໍຄືເດັກນ້ອຍໝົດທຸກຄົນ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມພັດທະນາຕົນເອງໃຫ້ເປັນຄົນຮູ້ຜູ້ດີຂອງປະເທດຊາດ ໝາຍຄວາມວ່າ: ຕ້ອງຮູ້ຮັກປະເທດ, ຮັກບັນດາທ່ານຜູ້ນຳ, ຮັກພໍ່ແມ່, ຮັກຄູສອນ, ຮັກການຮໍ່າຮຽນ, ຮັກການອະນາໄມ 3 ສະອາດ ( ກິນ-ດື່ມສະອາດ, ຢູ່ສະອາດ ແລະ ນຸ່ງສະອາດ ), ປູກຕົ້ນໄມ້ໃຫ້ຫຼາຍ, ຊັງຄວາມເປິເປື້ອນ, ຊັງຄວາມຂີ້ຄ້ານ ແລະ ໃຫ້ຫ່າງໄກສິ່ງເສບຕິດຕ່າງໆຕາມຄຳຂວັນ “ຊີວິດ ແລະ ສິ່ງແວດລ້ອມອຸດົມສົມບູນເມື່ອປ່າໄມ້ສົດໄສເດັກນ້ອຍມີຊີວິດສົດໄສ, ປະເທດຊາດກໍຈະມີເດັກນ້ອຍຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດດີເພື່ອພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງທຽບທັນກັບສາກົນເທື່ອລະກ້າວ “.

ກິດຈະກຳດັ່ງກ່າວ ຈັດຂຶ້ນໂດຍພະແນກສຶກສາທິການ ແລະ ກິລາ ນວ ໃນວັນທີ 1 ມິຖຸນານີ້ ໂດຍມີທ່ານ ລາດຊະວົງ ອະມະລະທິທາດາ ປະທານຄະນະກວດກາພັກ, ຫົວໜ້າພະແນກກວດກາລັດ (ນວ) ມີບັນດາຄູ-ອາຈານ, ພໍ່-ແມ່ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ກ່າວວ່າ: ວັນທີ 1 ເດືອນມິຖຸນາ ໃນທຸກໆປີ ເປັນວັນທີ່ເດັກນ້ອຍຜູ້ເປັນລູກ-ຫຼານຂອງພໍ່-ແມ່ປະຊາຊົນບັນດາເຜົ່າ ຊາວຜູ້ອອກແຮງງານທັງໝົດໃນທົ່ວປະເທດ ເປັນວັນທີ່ມີຄວາມໝາຍ, ຄວາມສຳຄັນຂອງເດັກນ້ອຍທີ່ເປັນໜໍ່ແໜງແຫ່ງຊີວິດ ເພື່ອກ້າວເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນຕໍ່ໜ້າ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ ປີນີ້ ເປັນວັນສຳຄັນຢ່າງຍິ່ງຕໍ່ເດັກ ແລະ ເປັນໄລຍະເວລາທີ່ຄູ-ອາຈານເດັກນັກຮຽນ ມີຜົນງານໃນການເຄື່ອນໄຫວປະຈຳປີ; ໃນສົກຮຽນ 2017-2018 ພະແນກສຶກສາທິການ ແລະ ກິລາ ນວ ໄດ້ພັດທະນາການສຶກສາຕາມທິດທາງແຜນຍຸດທະສາດການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກໂດຍອີງໃສ່ 3 ລັກສະນະ, 5 ຫຼັກມູນ ຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນ ຄື: ວຽກງານລ້ຽງເດັກ-ອະນຸບານຈຳນວນໂຮງຮຽນລ້ຽງເດັກ ແລະ ອະນຸບານ 363 ແຫ່ງ ເພີ່ມຂຶ້ນ 20 ແຫ່ງ, ພາກເອກະຊົນ 252 ແຫ່ງ, ວຽກງານປະຖົມສຶກສາໂຮງຮຽນປະຖົມສຶກສາທັງໝົດ 525 ແຫ່ງ, ເພີ່ມຂຶ້ນ 2 ແຫ່ງ, ມີໂຮງຮຽນປະຖົມພາກເອກະຊົນ 150 ແຫ່ງ, ເພີ່ມຂຶ້ນ 7 ແຫ່ງ, ໄດ້ຈັດສົ່ງນັກຮຽນເກັ່ງເຂົ້າຮ່ວມທັດສະນະແລກປ່ຽນວັດທະນາທຳກັບ 7 ປະເທດ, ໄດ້ຈັດຕັ້ງປະຕິບັດການປະເມີນໂຮງຮຽນຂຽວສະອາດ-ຄຸນນະພາບດີຢູ່ໂຮງຮຽນແຕ່ຊັ້ນອະນຸບານ, ປະຖົມສຶກສາ ແລະ ມັດທະຍົມສຶກສາທັງໝົດ 314 ແຫ່ງ, ໄດ້ຮັບການຍ້ອງຍໍຂັ້ນເຈົ້າຄອງນະຄອນຫຼວງ ທັງໝົດ 68 ແຫ່ງ, ຂັ້ນພະແນກ 158 ແຫ່ງ. ໃນນີ້, ຂັ້ນສາກົນ 4 ແຫ່ງ ( ນິເວດອາຊຽນ ), ນະຄອນຫຼວງວຽງຈັນ ໄດ້ເປັນແມ່ແບບວຽກງານສົ່ງເສີມສຸຂະພາບໃນໂຮງຮຽນໃຫ້ແກ່ການຜັນຂະຫຍາຍໃນທົ່ວປະເທດ ເຊິ່ງມີໂຮງຮຽນທີ່ໄດ້ຈັດຕັ້ງປະຕິບັດ 189 ແຫ່ງ, ໃນນີ້ເມືອງສີສັດຕະນາກ ປະຕິບັດໄດ້ 100% ຂອງໂຮງຮຽນປະຖົມທັງໝົດ ແລະ ວຽກງານມັດທະຍົມທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນມັດທະຍົມ ທັງໝົດ 165 ແຫ່ງ, ມີໂຮງຮຽນເອກະຊົນ 63 ແຫ່ງ ມີຈຳນວນນັກຮຽນທັງໝົດ 81.970 ຄົນ ຍິງ 39.914 ຄົນ. ໄດ້ສົ່ງນັກຮຽນຊັ້ນ ມ4 ເຂົ້າຮ່ວມສອບເສັ່ງນັກຮຽນເກັ່ງໃນລະດັບປະເທດຈຳນວນ 4 ນ້ອງ ສາມາດຍາດໄດ້ອັນດັບ 1 ຈຳນວນ 1 ນ້ອງ ຄື: ວິຊາເຄມີສາດ ແລະ ຍາດໄດ້ອັນດັບທີ 2 ຈຳນວນ 1 ນ້ອງ ຄື: ວິຊາຟີຊິກສາດ ແລະ ໄດ້ສົ່ງນັກຮຽນຊັ້ນ ມ7 ເຂົ້າສອບເສັງນັກຮຽນເກັ່ງລະດັບປະເທດ ຈຳນວນ 4 ນ້ອງ ສາມາດຍາດມາໄດ້ອັນດັບທີ 1 ຈໍານວນ 1 ນ້ອງ ຄື: ວິຊາເຄມີສາດ, ອັນດັບທີ 2 ຈຳນວນ 1 ນ້ອງ ຄື: ວິຊາພາສາລາວ-ວັນນະຄະດີ ແລະ ອັນດັບທີ 3 ຈຳນວນ 1 ນ້ອງ ຄື: ວິຊາຄະນິດສາດ.

ໃນພິທີ, ກໍມີການສະແດງສິລະປະ-ດົນຕີຈາກຫຼານນ້ອຍຂອງແຕ່ລະໂຮງຮຽນ ເປັນຕົ້ນແມ່ນການຟ້ອນ, ຮ້ອງເພງ-ຂັບລຳ ແລະ ກິລາ ພ້ອມທັງກິດຈຳກິດລະບາຍສີ, ວາດພາບ, ຮຽນຮູ້ສາສະໜາ ແລະອື່ນໆ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ຫຼານນ້ອຍທີ່ເຂົ້າຮ່ວມ.