ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາແຫ່ງຊາດລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານແຫ່ງຊາດລາວ ຮ່ວມກັນຈັດງານວາງສະແດງ LAO TOP 3 EXPO 2018 ຂຶ້ນໃນລະຫວ່າງວັນທີ 7-9 ມິຖຸນາ 2018 ຢູ່ທີ່ຫໍປະຊຸມແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມເປີດງານໂດຍ ທ່ານ ອຸ່ນພວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີຜູ້ຊ່ວຍລັດຖະມົນຕີກະຊວງ ຍທຂ, ພາກສ່ວນທີ່ກ່ຽວຂ້ອງ, ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາແຫ່ງຊາດລາວ ກ່າວວ່າ: ງານວາງສະແດງ LAO TOP 3 EXPO 2018 ເປັນງານທີ່ມີການຮວບຮວມເອົາບັນດາ 3 ຂະແໜງການມາວາງສະແດງຢູ່ບ່ອນດຽວຄື: ການວາງສະແດງນາໆຊາດກ່ຽວກັບອາຄານ, ການກໍ່ສ້າງ ແລະ ອຸດສາຫະກໍາທີ່ໃຫຍ່ທີ່ສຸດໃນລາວ; ການວາງສະແດງນາໆຊາດດ້ານການບໍລິການ, ອາຫານ ແລະ ເຄື່ອງດື່ມທີ່ໃຫຍ່ທີ່ສຸດໃນລາວ; ການວາງສະແດງນາໆຊາດດ້ານລົດຍົນ ແລະ ອຸດສາຫະກໍາອາໄຫຼ່ທີ່ເປັນອັນດັບ 1 ຂອງລາວ; ພາຍໃນງານມີຜູ້ເຂົ້າຮ່ວມວາງສະແດງຫຼາຍກວ່າ 200 ຫ້ອງ; ໃນນັ້ນ, ມາຈາກບໍລິສັດມີທັງໝົດ 150 ບໍລິສັດ ຈາກທັງໝົດ 12 ປະເທດເປັນຕົ້ນແມ່ນ: ຈີນ, ອີຕາລີ, ຮົງກາຣີ, ຍີປຸ່ນ, ເກົາຫຼີ, ມາເລເຊຍ, ໄທ ແລະ ສິງກະໂປ.

ງານວາງສະແດງ LAO TOP 3 EXPO 2018 ແມ່ນຈັດຂຶ້ນເພື່ອຕ້ອນຮັບບັນດາກຸ່ມການຄ້າ ແລະ ຜູ້ເຂົ້າຮ່ວມທີ່ສາມາດຄົ້ນຫາຜູ້ສະໜອງໃໝ່ໆ, ຊອກຫາຄູ່ຄ້າ, ແລກປ່ຽນປະສົບການ ແລະ ໄດ້ອັບເດດແນວທາງ ແລະ ການພັດທະນາໃນປະຈຸບັນ; ພາຍໃນງານຄັ້ງນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ພົບປະໂອ້ລົມກັບຜູ້ຊ່ຽວຊານດ້ານອຸດສາຫະກໍາກ່ຽວກັບທາງອອກຂອງນະວັດຕະກໍາດ້ານການກໍ່ສ້າງອາຄານ ແລະ ດ້ານອື່ນໆອີກຫຼາຍຢ່າງ.