ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ເປີດປະຊຸມສານ ໂດຍໄດ້ເຫັນຕາມກົດໝາຍວ່າ ດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງ ປີ 2009 ມາດຕາ 2,10, 44, 45 ແລະ 47 ຂໍ້ 1, ເຫັນຕາມ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ  2012 ມາດຕາ 152 ຂໍ້ 5 ແລະ ມາດຕາ 156, ກົດໝາຍອາຍາ ມາດຕາ 34, 76 ແລະ 165 ແລະ ກົດ ໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍ ອາຍາ ມາດຕາ 2 ຂໍ້ 2 ວັກ 3 ທີ່ໄດ້ລະບຸການກະທຳຜິດຂອງຈຳເລີຍ ຈຳນວນ 3 ຄົນ ໃນສະຖານຄ້າຂາຍຢາເສບຕິດ ແລະ ການມີອາວຸດເສີກໄວ້ໃນຄອບຄອງ ໂດຍບໍ່ຖືກຕາມກົດໝາຍ ແລະ ການປິດບັງການກະທຳຜິດຂຶ້ນມາພິຈາລະ ນາຕັດສິນໃນເດືອນທີ່ຜ່ານມາ ແຕ່ການໄຕສວນຕ້ອງເລື່ອນ ຍ້ອນວ່າຄະດີດັ່ງກ່າວບໍ່ໄດ້ນຳເອົາຂອງກາງຂຶ້ນມາ ເພື່ອ ຢັ້ງຢືນການກະທຳຜິດຂອງຈຳເລີຍ.

ໃນຄຳຖະແຫຼງເລກທີ 139 ອຍກ.ນວ ລົງວັນທີ 13 ກຸ່ມພາ 2018 ແລະ ສຳນວນຄະດີອາຍາຂັ້ນຕົ້ນ ເລກທີ 8/ອຍກ.ນວ ລົງວັນທີ 10 ມັງກອນ 2018 ທີ່ໄດ້ບັນທຶກຄຳສາລະພາບຂອງຈຳເລີຍທັງ 3 ໂດຍຈຳເລີຍ 1 ຊື່ ທ້າວ ໄຊ ທໍ່ ອາຍຸ 34 ປີ (ຜູ້ເປັນຜົວ) ແລະ ເມຍຊື່ ນາງ ປານີຊົ່ງ ຫຼື ເກ້ຍຊົ່ງ (ຈຳເລີຍ 2) ອາຍຸ 30 ປີ ທັງສອງຢູ່ບ້ານໜອງ ສອງຫ້ອງ ເມືອງໄຊທານີ ແລະ ຈຳເລີຍ 3 ຊື່ ທ້າວ ຫວາຢົງຢ່າ ອາ ຍຸ 56 ປີ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ ທີ່ຖືກເຈົ້າໜ້າທີ່ ປກສ ກັກຕົວໃນວັນທີ 16 ມັງ ກອນ 2017 ຂໍ້ຫາຄ້າຂາຍຢາເສບຕິດ ແລະ ການມີອາວຸດເສິກໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການປິດບັງການກະທຳຜິດ.

ໃນສຳນວນຄະດີໄດ້ບັນທຶກໄວ້ວ່າ: ໃນວັນທີ 16 ມັງ ກອນ 2017 ເວລາປະມານ 14:00 ໂມງ ທ້າວ ເຢ້ຢາ ຫຼື ເຢ້ຢ່າງ ໄດ້ໂທລະສັບຫາ ຈຳເລີຍ 1 ໂດຍ ບອກວ່າມີຄົນ ຕ້ອງການຊື້ຢາບ້າຈຳນວນ 4 ມັດ ເທົ່າກັບ 8.000 ເມັດ ໂດຍທ້າວ ເຢ້ຢາ ແລະ ຈຳເລີຍ 1 ໄດ້ອອກເງິນຄົນລະເຄິ່ງຊື້ຢາບ້າ ແລະ ຈຳເລີຍ 3 ກໍຮັບຮູ້ກ່ຽວກັບຂະບວນການດັ່ງກ່າວນີ້, ຈາກນັ້ນຈຳເລີຍ 1 ໄດ້ໂທລະສັບສັ່ງຊື້ຢາບ້ານຳ ນາງ ເຊັງຢ່າງ ແລະ ທ້າວ ນູ (ຜົວເມຍ) ຈຳນວນ 4 ມັດ ແລະ ນັດ ຈຸດຊື້-ຂາຍຢູ່ເຂດແຄມທາງຕະຫຼາດໜອງພະຍາ, ພາຍຫຼັງຕົກລົງກັນໄດ້ແລ້ວ ຈຳເລີຍ 1 ແລະ 2 ໄດ້ອອກໄປຈຸດ ນັດພົບ ໂດຍນຳໃຊ້ຍານພາຫະນະລົດວີໂກ້ ສີປອນ ໝາຍເລກທະບຽນ ກພ 3531 ກຳແພງນະຄອນ ເມື່ອໄປ ຮອດຈຸດໝາຍ ເຫັນລົດຂອງ ນາງ ເຊັງຢ່າງ ເປັນລົດວີໂກ້ ສີຂາວ ບໍ່ຈື່ປ້າຍທະບຽນຈອດຢູ່ແຄມທາງ ຈຳເລີຍ 1-2 ໄດ້ ຈອດລົດກົງກັນຂ້າມທາງກັນ. ຈາກນັ້ນ, ນາງ ເຊັງຢາງ ໄດ້ນຳເອົາຢາບ້າ ຈຳນວນ 4 ມັດ ຍ່າງມາໃຫ້ ຈຳເລີຍ ກໍໄດ້ຈ່າຍເງິນຕາມທີ່ຕົກລົງກັນ ແລ້ວແຍກຍ້າຍກັນໄປຄົນລະທາງ, ເມື່ອໄດ້ຢາບ້າມາແລ້ວ ຈຳເລີຍທັງ 2 ໄດ້ນຳ ເອົາຢາບ້າຈຳນວນດັ່ງກ່າວໄປເຮືອນຂອງ ທ້າວ ເຢ້ຢາ ຢູ່ບ້ານນາສ້ຽວ ທີ່ມີຈຳເລີຍ 3 ຢູ່ນຳ ເມື່ອໄປຮອດປະມານ 20 ນາທີ ກໍມີເຈົ້າໜ້າທີ່ເຂົ້າມາກັກຕົວ. ໃນຂະນະນັ້ນ, ທ້າວ ເຢ້ຢາ ໄດ້ເອົາຕົວຫຼົບໜີ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ກວດຄົ້ນ ເຮືອນພົບປືນກາບິນ ພ້ອມລູກ 13 ລູກ ໃນຫ້ອງນອນຂອງຈຳເລີຍ 3 ທີ່ບໍ່ມີເອກະສານອະນຸຍາດຄອບຄອງນຳໃຊ້ ຈຶ່ງໄດ້ກັກຕົວຈຳເລີຍທັງ 3 ມາດຳເນີນຄະດີ.