ຫ້ອງການສາທາລະນະສຸກ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເປີດງານສັບປະດາ ປ່ອຍປາຫາງນົກຍຸງ ເພື່ອຕ້ານໄຂ້ເລືອດອອກ ຢູ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 13 ມິຖຸນາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງໆນາຊາຍທອງ, ມີຫ້ອງການສາທາລະນະສຸກເມືອງ, ມີນາຍບ້ານ, ອາສາສະໝັກບ້ານ, ນັກສຶກສາ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ດຣ ຄໍາພັນ ຂັນຕິລາດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງນາຊາຍທອງ ກ່າວວ່າ: ການເປີດງານສັບປະດາປ່ອຍ ປາຫາງນົກຍຸງ ເພື່ອຕ້ານພະຍາດໄຂ້ເລືອດອອກ ຢູ່ບ້ານນາຄູນນ້ອຍ ຄັ້ງນີ້ ແມ່ນເປັນການສ້າງຂະບວນການໂຄສະນາ, ປຸກລະດົມນໍາພາພໍ່-ແມ່ປະຊາຊົນໃຫ້ເຫັນໄດ້ເຖິງຄວາມອັນຕະລາຍຈາກຍຸງລາຍ ທີ່ໄດ້ນໍາພະຍາດໄຂ້ເລືອດອອກມາສູ່ຕົວເຮົາເອງ ແລະ ລູກຫຼານຂອງພວກເຮົາໃນແຕ່ລະປີ ເປັນຕົ້ນແມ່ນລະດູຝົນທີ່ເປັນລະດູແຜ່ຜັນຂອງຍຸງລາຍຢ່າງໄວວາດ້ວຍການວາງໄຂ່ໃສ່ພາຊະນະ, ກະໂປະ, ກະປ໋ອງທີ່ມີນໍ້າຄ້າງຢູ່ຕາມບໍລິເວນເຮືອນຂອງເຮົາເອງ.

ດັ່ງນັ້ນ, ຫ້ອງການສາທາລະນະສຸກເມືອງນາຊາຍທອງ ພ້ອມດ້ວຍອໍານາດການປົກຄອງບ້ານ, ອາສາສະໝັກບ້ານ, ນັກສຶກສາ ແລະ ພໍ່-ແມ່ປະຊາຊົນ ໄດ້ຈັດກິດຈະກໍາເພື່ອທໍາລາຍໜອນນໍ້າຍຸງລາຍ ດ້ວຍການປ່ອຍປາຫາງນົກຍຸງໃສ່ອາງນໍ້າ, ຮ່ອງນໍ້າທີ່ຢູ່ຕາມເຮືອນຂອງພໍ່-ແມ່ປະຊາຊົນ, ຫ້ອງການ, ວັດ ແລະ ແຫຼ່ງຕ່າງໆເພື່ອໃຫ້ປາຫາງນົກຍຸງໄດ້ກິນໜອນນໍ້າໃຫ້ໝົດໄປ.