ສານປະຊາຊົນເຂດ III ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX ຂຶ້ນໃນລະຫວ່າງວັນທີ 14-15 ມິຖຸນານີ້, ຢູ່ສໍານັກງານປົກຄອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ນາງ ບົວພາ ກິມະນີວົງ ປະທານສານປະຊາຊົນເຂດ III, ມີຄະນະປະຈຳພັກເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານພາຍໃນສານປະຊາຊົນເຂດ III ເຂົ້າຮ່ວມ.

ທ່ານ ນາງ ບົວພາ ກິມະນີວົງ ໃຫ້ຮູ້ວ່າ: ການເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX ເພື່ອເຮັດໃຫ້ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບເນື້້ອໃນສຳຄັນຂອງເອກະສານ ເພື່ອນຳໄປຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະວຽກງານພິພາກສາ, ການຄົ້ນຄວ້າສຳນວນຄະດີ, ວິທີການຂຽນຄຳຕັດສິນ, ຄຳພິພາກສາໃຫ້ຜູ້ພິພາກສາຢູ່ສານປະຊາຊົນແຕ່ລະຂັ້ນ ແລະ ການຕັດສິນຄະດີຕ່າງໆໃຫ້ມີຄວາມຖືກຕ້ອງ, ຍຸຕິທຳ ແລະ ເປັນເອກະພາບກັນ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຮັດກຸມຂຶ້ນກວ່າເກົ່າ; ເຊິ່ງໄລຍະຜ່ານມາ, ມີຄະດີເຂົ້າໃໝ່ຢູ່ສານແຕ່ລະຂັ້ນທັງໝົດ 23.621 ເລື່ອງ, ຄ້າງມາ 1.681 ເລື່ອງ, ແກ້ໄຂໄດ້ 23. 116 ເລື່ອງ ເທົ່າກັບ 91,36% ແລະ ຍັງຄ້າງ 2.186 ເລື່ອງ, ສະເພາະສານປະຊາຊົນເຂດມີຄະດີຄ້າງມາ 686 ເລື່ອງ, ເຂົ້າໃໝ່ 9.015 ເລື່ອງ, ແກ້ໄຂໄດ້ 8.828 ເລື່ອງ ເທົ່າກັບ 91% ເເລະ ຍັງຄ້າງ 873 ເລື່ອງ.

ໂອກາດດຽວກັນ, ບັນດາຜູ້ ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງເອກະສານຄຸນທາດການເມືອງ ຂອງພະນັກງານສານ ແລະ ບົດໂອ້ລົມຂອງທ່ານປະທານສະພາແຫ່ງຊາດ, ເອກະສານການເຄື່ອນໄຫວຂອງສານປະຊາຊົນສູງສຸດ ຕິດພັນກັບຜົນງານຂອງສານປະຊາຊົນເຂດ III ແລະ ເອກະສານສະພາບການລາວ-ກຳປູເຈຍ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນຫຼັກແຫຼ່ງ ໄດ້ເຊື່ອມຊຶມ, ກຳແໜ້ນເອົາເນື້ອໃນຈິດໃຈສຳຄັນຂອງເອກະສານດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.