ບໍລິສັດ ນໍ້າທາ ຈຳກັດຜູ້ດຽວ ແລະ ບໍລິສັດກໍ່ສ້າງເສັ້ນທາງລົດໄຟເລກ 8 ສປ ຈີນ ຈຳກັດ ໂຄງການກໍ່ສ້າງເສັ້ນທາງລົດໄຟ ບໍເຕັນ-ນະຄອນຫຼວງວຽງຈັນ ຊ່ວງສັນຍາທີສາມ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຊ່ວງທີສາມ ຢູ່ນະຄອນຫຼວງພະບາງ ໃນວັນທີ 12 ມິຖຸນາຜ່ານມານີ້, ຝ່າຍລາວນຳໂດຍ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ ນໍ້າທາ ຈຳກັດຜູ້ດຽວ (ເປັນຜູ້ຮັບເໝົາກໍ່ສ້າງ) ແລະ ຝ່າຍຈີນນຳໂດຍ ທ່ານ ຫວາງຍີ່ນຈື່ ປະທານບໍລິສັດລັດວິສາຫະກິດທາງລົດໄຟເລກ 8 ສປ ຈີນ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນປະເສີດ ອິນທະສອນ ໃຫ້ຮູ້ວ່າ: ການຮັບເໝົາກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃນຄັ້ງນີ້ ແມ່ນເປັນຊ່ວງທີສາມ ແຕ່ນະຄອນຫຼວງພະບາງ-ເມືອງຊຽງເງິນ ສປປ ລາວ, ໃນນັ້ນປະກອບມີ: ສະຖານີ, ຂົວສາມຈຸດ ແລະ ລາງລົດໄຟ ໃນເນື້ອທີ່ 12,3 ກິໂລແມັດ ລວມມູນຄ່າການກໍ່ສ້າງທັງໝົດ 197.000.000 ລ້ານຢວນ.

ຫຼັງຈາກທີ່ໄດ້ຮັບການມອບເໝົາແລ້ວ ທາງບໍລິສັດ ນໍ້າທາ ຈຳກັດຜູ້ດຽວ ຈະເອົາໃຈໃສ່ຫັນເອົາພະນັກງານວິຊາການ ລົງກໍ່ສ້າງຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການກໍ່ສ້າງມີຜົນສຳເລັດໂດຍໄວ, ມີຄຸນນະພາບ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນປີ 2020.