ບໍລິສັດ ລາວເທບຈະເລີນປະກັນໄພ ມອບເງິນສິນທົດແທນ ມູນຄ່າ 364.000.000 ກວ່າກີບ ໃຫ້ຄອບຄົວຜູ້ສົບອຸບັດຕິເຫດລົດເມປີ້ນທີ່ເມືອງກາສີ ແຂວງວຽງຈັນ ເຊິ່ງເຫດການຄັ້ງນັ້ນ ມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 23 ຄົນ, ກ່າວມອບໂດຍທ່ານ ບຸນ ທະສອນ ຫານຊະນະ ຫົວໜ້າພະແນກແກ້ໄຂຄະດີ ບໍລິສັດ ລາວເທບຈະເລີນປະກັນໄພ ແລະ ກ່າວຮັບໂດຍ ທ່ານ ສຸດໃຈ ພະໄຊ ຕາງໜ້າບໍລິສັດຄຳປະເສີດ ຂົນສົ່ງໂດຍສານ.

ທ່ານ ບຸນທະສອນ ຫານຊະນະ ກ່າວວ່າ: ເພື່ອປະຕິບັດຕາມສັນຍາ ແລະ ການບໍລິການທີ່ທາງ ບໍລິສັດຄຳປະເສີດ ຂົນສົ່ງໂດຍສານ ໄດ້ເຮັດສັນຍາຊື້ປະກັນໄພທາງແພ່ງບຸກຄົນທີ 3 ກັບທາງບໍລິສັດ ລາວເທບຈະເລີນປະກັນໄພ ຂອງພວກເຮົາ ເມື່ອມີເຫດການເສຍຫາຍທີ່ເກີດຂຶ້ນ ທາງບໍລິສັດກໍທົດແທນຄ່າເສຍຫາຍຕາມທີ່ລູກຄ້າໄດ້ຊື້ຊັ້ນປະກັນໄພ.

ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 25 ກຸມພາ 2018 ເວລາ 23:45 ໂມງ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ຮັບບາດເຈັບ 23 ຄົນ, ດ້ວຍເຫດນີ້ ມາໃນວັນທີ 12 ມິຖຸນາ 2018 ບໍລິສັດ ລາວເທບຈະເລີນປະກັນໄພ ຈຶ່ງໄດ້ມອບເງິນສິນທົດແທນໃຫ້ແກ່ຄອບຄົວຜູ້ປະສົບອຸບັດຕິເຫດຄັ້ງນີ້ ເຊິ່ງຈຳນວນເງິນດັ່ງກ່າວ ທາງບໍລິສັດຄຳປະເສີດ ຂົນສົ່ງໂດຍສານ ເປັນຜູ້ນຳໄປຈັດແບ່ງປັນໃຫ້ກັບຄົວຄອບຜູ້ປະສົບອຸບັດຕິເຫດຕາມຄວາມເໝາະສົມ.