ໂດຍທົ່ວໄປແລ້ວ, ຜູ້ຊາຍມີຄວາມສ່ຽງທີ່ຈະຫົວລ້ານໄດ້ແຕ່ອາຍຸ 21 ປີຂຶ້ນໄປ ໂດຍມີສັນຍານເຕືອນເຖິງຜົນທີ່ຜົມຫຼົ່ນຫຼາຍກວ່າປົກກະຕິ ຈົນໃນທີ່ສຸດຜົມກໍບາງ ແລະ ຫົວລ້ານ ແລະ ເຊື່ອວ່າຫຼາຍຄົນຊອກຫາວິທີປ້ອງກັນບໍ່ໃຫ້ຜົມຫຼົ່ນ, ຖ້າບໍ່ຮູ້ວ່າຈະຕ້ອງເຮັດແນວໃດ; ມື້ນີ້, ທາງຄໍລຳ ຮູ້ໄວ້ໄດ້ປະໂຫຍດມີເຄັດລັບໃນການເບິ່ງແຍງເສັ້ນຜົມ ແລະ ໜັງຫົວມາຝາກທ່ານຜູ້ອ່ານ ໂດຍສະເພາະທ່ານຊາຍ, ຖ້າປະຕິບັດແບບນີ້ໄດ້ຮັບ ຮອງວ່າຫົວບໍ່ລ້ານຢ່າງແນ່ນອນ.

1. ອ່ອນໂຍນກັບເສັ້ນຜົມ ແລະ ໜັງຫົວ: ຢຸດການໃຊ້ໄດເປົ່າຜົມທີ່ມີຄວາມຮ້ອນສູງເປົ່າຜົມຈົນແຫ້ງເລື້ອຍໆ ແລະ ຫ້າມໃຊ້ຜ້າຂົນໜູເຊັດຜົມແຮງໆ ເນື່ອງຈາກຮາກຜົມຂອງເຮົາອ່ອນແອກວ່າທີ່ທ່ານຄິດ.

2. ຫ້າມສະຜົມທຸກມື້: ດ້ວຍຄວາມທີ່ຜົມສັ້ນ, ບາງຄົນສະທັງເຊົ້າ ແລະ ແລງ ເຊິ່ງຮູ້ບໍ່ວ່າ: ນັ້ນເປັນການທຳຮ້າຍເສັ້ນຜົມອີກທາງໜຶ່ງ ເນື່ອງຈາກສານເຄມີໃນຢາສະຫົວ ແລະ ຄີມນວດຜົມ ກໍສາມາດທຳຮ້າຍຮາກຜົມລວມທັງນ້ຳມັນທຳມະຊາດທີ່ມີໃນໜັງຫົວນຳອີກ.

3. ຕັດຜົມສັ້ນສະເໝີ: ເພາະຜົມຍາວອາດຈະດຶງຮາກຜົມຫຼາຍຂຶ້ນ ຈົນເຮັດໃຫ້ຜົມທາງໜ້າຜາກຂອງທ່ານບາງລົງ ແລະ ຜົມທີ່ຍາວກໍຍັງຕ້ອງການສານອາຫານມາເບິ່ງແຍງຕະຫຼອດເສັ້ນຫຼາຍຂຶ້ນນຳອີກ.

4. ປັດສະຈາກການໃຊ້ຫວີເລື້ອຍໆ: ເພາະຜົມສັ້ນບໍ່ຈຳເປັນຕ້ອງໃຊ້ຫວີເປັນປະຈຳກໍໄດ້ ຖ້າເປັນໄປໄດ້ກໍຄວນຈະໃຊ້ຫວີໃຫ້ໜ້ອຍທີ່ສຸດ.

5. ໝັ່ນສັງເກດຕົນເອງ: ຕ້ອງໝັ່ນສັງເກດເບິ່ງວ່າມື້ນີ້ຜົມເຮົາຫຼົ່ນ ຫຼື ບໍ່ ໃນຂະນະທີ່ສະຜົມ ແລະ ຫວີ ວ່າມີເສັ້ນຜົມຕິດມານຳ ຫຼື ບໍ່, ຖ້າພົບເຫັນຜົມຫຼົ່ນຫຼາຍກວ່າປົກກະຕິ ໃຫ້ທ່ານລອງປຶກສາແພດຜິວໜັງກ່ອນ ເພື່ອຫາສາເຫດຂອງບັນຫາຜົມຫຼົ່ນເກີນຂະໜາດ. ຈາກນັ້ນ, ກໍຄ່ອຍໆຫາທາງຮັກສາຕໍ່ໄປ.

6. ກິນອາຫານທີ່ມີປະໂຫຍດ: ໂດຍເລີ່ມຈາກສານອາຫານທີ່ຊ່ວຍເບິ່ງແຍງເສັ້ນຜົມ ເຊັ່ນ ອາຫານທີ່ມີທາດເຫຼັກ, ວິຕາມິນທຸກຊະນິດທີ່ມີໃນຜັກ ແລະ ໝາກໄມ້ ໂດຍສະເພາະແມ່ນວິຕາມິນ B.

7. ຢ່າໃສ່ໝວກປົກປິດເລື້ອຍໆ: ເພາະການໃສ່ໝວກຢູ່ຕະຫຼອດເວລາ ກໍບໍ່ຕ່າງຫຍັງກັບການເອົາຄວາມຮ້ອນມາໃຫ້ຜົມຕະຫຼອດ ເມື່ອຜົມພົບອຸນຫະພູມສູງໆ ມັນກໍຈະມີໂອກາດຫຼຸດຫຼົ່ນຫຼາຍຂຶ້ນເຊັ່ນກັນ.

8. ຢ່າຄິດ ແລະ ກັງວົນຫຼາຍຈົນເກີນໄປ: ເພາະການຄິດຫຼາຍກໍເປັນສາເຫດສຳຄັນທີ່ເຮັດໃຫ້ຜົມຫຼົ່ນໄດ້ ແຖມຍັງສົ່ງຜົນເສຍຕໍ່ສຸຂະພາບອີກຫຼາຍປະການ ລວມທັງເຮັດໃຫ້ໜ້າເຖົ້າໄວກ່ອນອາຍຸອີກດ້ວຍ.