ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມິຖຸນາ ທີ່ຜ່ານມາວ່າ: ເອກອັກຄະລາດຊະທູດ ລດເຊຍ ປະຈຳ ສະຫະປະຊາຊາດ ກ່າວວ່າ ຄະນະລັດຖະມົນຕີຄວາມໝັ້ນຄົງ UNຄວນພິຈາລະນາຍົກເລີກມາດຕະການຄວ່ຳບາດທີ່ມີຕໍ່ ສປປ ເກົາຫຼີ ພາຍຫຼັງສາມາດຕົກລົງກັບ ສະຫະລັດ ອາເມລິກາ ເພື່ອຢຸດໂຄງການນິວເຄຣຍແລ້ວ.

ຄະນະລັດຖະມົນຕີຄວາມໝັ້ນຄົງ ມີມະຕິໃນປີທີ່ຜ່ານມາ 3 ຄັ້ງ ໃນການເພີ່ມມາດຕະການຄວ່ຳບາດທາງເສດຖະກິດຕໍ່ ສປປ ເກົາຫຼີ ໂດຍມີການສັ່ງຫ້າມສິນຄ້າອຸປະໂພກ-ບໍລິໂພກ ແລະ ຈຳກັດການຂົນສົ່ງນ້ຳມັນ. ທ່ານ ວາສຊິລີ ເນເບຣເຊຍ ເອກອັກຄະລາດຊະທູດ ລັດເຊຍ ປະຈຳຢູເອັນ ຖະແຫຼງຕໍ່ຜູ້ສື່ຂ່າວວ່າ: ຂັ້ນຕອນຕໍ່ໄປຄືການພິຈາລະນາແນວທາງທີ່ເໝາະສົມໃນການຍົກເລີກມາດຕະການຄວ່ຳບາດ ເພື່ອເປັນການຕອບແທນທີ່ ສປປ ເກົາຫຼີ ຍອມລົ້ມເລີກໂຄງການນິວເຄຣຍ. ກ່ອນໜ້ານີ້, ປະທານາທິບໍດີ ໂດໂນ ທຣຳ ແລະ ທ່ານ ຄິມ ຈອງອຶນ ຜູ້ນຳ ສປປ ເກົາຫຼີ ໄດ້ຕົກລົງຮ່ວມໃນກອງປະຊຸມສຸດຍອດສອງຝ່າຍເປັນຄັ້ງທຳອິດ ທີ່ປະເທດສິງກະໂປ ເພື່ອນຳໄປສູ່ການປົດອາວຸດນິວເຄຣຍທັງໝົດ ຢູ່ແຫຼມເກົາຫຼີ ແລ້ວ.