ໃນວັນທີ 12 ມິຖຸນາ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-­ສອບສວນ ປກສ ແຂວງບໍ່ແກ້ວ ໄດ້ນໍາຕົວ ທ້າວ ອຸດອນ ຫຼື ໂດ່ງ ອາຍຸ 21 ປີ ກຳມະກອນຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ກໍ່ເຫດງັດເຂົ້າເຮືອນຄົນຈີນໃນທ້າຍເດືອນຜ່ານມາ ໄປເຮັດແຜນປະກອບຄໍາສາລະພາບ ເພື່ອປະກອບໃສ່ສໍານວນຄະດີກ່ອນສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ວ່າ: ວັນທີ 25 ພຶດສະພາ 2018 ມີຄົນຮ້າຍງັດແງະເຂົ້າເຮືອນແລ້ວທໍາຮ້າຍເຈົ້າຂອງເຮືອນ ຈົນໄດ້ຮັບບາດເຈັບສົມຄວນ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງຈັດກໍາລັງໄປກວດກາສະຖານທີ່ເກີດເຫດພົບເຫັນ ນາງ ລົວຢີຟົງ ອາຍຸ 56 ປີ ສັນຊາດຈີນ ພັກເຊົາຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ຖືກທຸບຕີຕາມຕົນຕົວ ແລະ ຫົວ ຈົນໄດ້ຮັບບາດເຈັບ. ຜ່ານການເກັບກຳຂໍ້ມູນຫຼັກຖານ ແລະ ເອົາຄຳໃຫ້ການຂອງຜູ້ເສຍຫາຍຈຶ່ງໄດ້ຄັດຈ້ອນເປົ້າໝາຍ ພ້ອມທັງຕິດຕາມເປົ້າໝາຍ; ມາຮອດວັນທີ 27 ພຶດສະພາ 2018 ກໍສາມາດຈັບຕົວ ທ້າວ ອຸດອນ ຫຼື ໂດ່ງ ອາຍຸ 21 ປີ ເປັນຄົນບ້ານດຽວກັນທີ່ລົງມືກໍ່ເຫດດັ່ງກ່າວໄປດຳເນີນການສອບສວນ.

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ເວລາປະມານ 3:00 ໂມງ ຂອງວັນທີ 25 ພຶດສະພາ 2018 ຜູ້ກ່ຽວໄດ້ໄປງັດເຂົ້າເຮືອນຂອງຄົນຈີນທີ່ມາເຊົ່າເຮືອນຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂດຍໃຊ້ເຫຼັກແຫຼມງັດປ່ອງຢ້ຽມເຂົ້າໄປໃນເຮືອນ. ແຕ່ຜູ້ເສຍຫາຍ ນາງ ລົວຢີຟົງ ເຈົ້າຂອງເຮືອນພົບເຫັນ; ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ໃຊ້ເຫຼັກແຫຼມທີ່ຖືຕິດຕົວໄປນໍາແທງເຂົ້າບໍລິເວນຮ່າງກາຍຂອງ ນາງ ລົວຢີຟົງ ແລ້ວຈັບຫົວນາງ ລົວຢີຟົງ ທຸບລົງໃສ່ພື້ນປະຕູຈົນເຮັດໃຫ້ ນາງ ລົວຢີຟົງ ໄດ້ຮັບບາດເຈັບແລ້ວກໍໄດ້ເອົາຕົວຫຼົບໜີ.