ໜ່ວຍສະຫະພັນນັກຮົບເກົ່າ ບ້ານສາຍນໍ້າເງິນ ເມືອໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 5 ຂອງຕົນຂຶ້ນໃນວັນທີ 15 ມິຖຸນາ 2018, ໂດຍມີ ທ່ານ ນາງ ສີດາ ບຸນມາ ຫົວໜ້າຫ້ອງການພະແນກພາຍໃນ ເມືອງໄຊທານີ, ມີບັນດາປະທານ-ຮອງປະທານສະຫະພັນນັກຮົບເກົ່າເມືອງ, ເລຂາພັກບ້ານ-ນາຍບ້ານ, ອົງການຈັດຕັ້ງມະຫາຊົນ, ໜ່ວຍສະຫະພັນນັກຮົບເກົ່າອ້ອມຂ້າງ ແລະ ສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.

ພັທ ສົມພັນ ແພງຄໍາເຮືອງ ປະທານສະຫະພັນນັກຮົບເກົ່າ ບ້ານສາຍນ້ຳເງິນ ທັງເປັນປະທານກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາວ່າ: ຄະນະໜ່ວຍສະຫະພັນນັກຮົບເກົ່າ ບ້ານສາຍນໍ້າເງິນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ການຈັດຕັ້ງປະຕິບັດນະໂຍບາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນນັກຮົບເກົ່າເປັນປົກກະຕິ, ໂດຍໄດ້ປັບປຸງຄະນະໜ່ວຍຂັ້ນຈຸ ເພື່ອຊີ້ນໍາ-ນໍາພາຊີ້ນໍາວຽກງານຈຸດສຸມຫຼາຍໆດ້ານ ເປັນຕົ້ນແມ່ນວຽກງານເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກນັກຮົບເກົ່າ ແຕ່ລະຄອບຄົວໃຫ້ເປັນຄອບຄົວມີຢູ່ມີກິນ ໂດຍການຊຸກຍູ້ດ້ານການຜະລິດປູກຝັງ-ລ້ຽງສັດ, ຕໍ່າຫູກ-ທໍໄໝ ເພື່ອພັດທະນາໃຫ້ຄອບຄົວຂອງສະມາຊິກນັກຮົບເກົ່າ ມີການຂະຫຍາຍຕົວດີຂຶ້ນເທື່ອລະກ້າວ; ໃນນີ້, ຍັງໄດ້ເອົາໃຈໃສ່ເຮັດວຽກງານກອງທຶນພັດທະນາ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພົນລະເມືອງພາຍໃນບ້ານ; ເຊິ່ງມີສະມາຊິກກອງທຶນທັງໝົດ 226 ສະຫາຍ ຍິງ 117 ສະຫາຍ ແລະ ມີເງິນກອງທຶນທັງໝົດ 1.002.420.000 ກີບ. ຈາກຜົນງານດັ່ງກ່າວ, ເຮັດໃຫ້ບັນດາສະມາຊິກ ແລະ ໜ່ວຍໄດ້ຮັບການຍ້ອງຍໍຕ່າງໆ; ໃນນັ້ນ, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III ຈໍານວນ 4 ສະຫາຍ, ຫຼຽນກາແຮງງານຈໍານວນ 6 ສະຫາຍ ແລະ ໃບຍ້ອງຍໍຂັ້ນຕ່າງໆ 13 ສະຫາຍ ແລະ ໜ່ວຍໄດ້ຮັບໃບຍ້ອງຍໍປະເພດ 2 ຂອງເມືອງ 1 ໃບ.

ໃນພິທີຍັງໄດ້ປ່ອນບັດເລືອກເອົາຄະນະໜ່ວຍສະຫະພັນນັກຮົບເກົ່າຊຸດໃໝ່, ໃນນີ້ມີຜູ້ລົງສະໝັກເລືອກຕັ້ງ 3 ສະຫາຍ ເລືອກເອົາ 2 ສະຫາຍ ຄື: ສະຫາຍ ພັທ ສົມພັນ ແພງຄໍາເຮືອງ ເປັນປະທານ ແລະ ສະຫາຍ ພັທ ຄໍາເຟື່ອນ ສີສົມປອງ ເປັນຄະນະ ເພື່ອສືບຕໍ່ຊີ້ນຳ-ນຳພາສະມາຊິກເຄື່ອນໄຫວປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ.