ວັນທີ 14 ມິຖຸນາ 2018 ກອງ ບັນຊາການ ປກສ ເມືອງອະນຸວົງ ກອງ ບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດ ພິທີເຜີຍແຜ່ເຊື່ອມຊຶມກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ) ໃຫ້ພະນັກງານ- ນັກຮົບພາຍໃນ ປກສ ເມືອງອະນຸ ວົງ ຮັບຮູ້ຢ່າງທົ່ວເຖິງ, ເຜີຍແຜ່ເອກະສານໂດຍ ພັທ ບຸນສີ ແກ້ວວົງເພັດຮອງ ເລຂາຄະນະພັກຮາກຖານ, ຮັກສາການ ປກສ ເມືອງ ອະນຸວົງ, ມີບັນດາຫ້ອງວ່າການ, ໄອຍະການ, ສານປະຊາຊົນ, ຫ້ອງການພາຍໃນ, ບັນດາ 7 ກຸ່ມບ້ານ ຕະຫຼອດພະນັກງານ-ນັກຮົບຫຼັກແຫຼ່ງເຂົ້າຮ່ວມ.

ພັທ ບຸນສີ ແກ້ວວົງເພັດ ກ່າວວ່າ: ພາຍຫຼັງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບ ປຸງ) ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດກໍໄດ້ອອກລັດຖະດໍາລັດປະກາດໃຊ້ໃນເດືອນມິຖຸນາ 2017 ເປັນຕົ້ນມາ, ເຊິ່ງກົດໝາຍດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳ ເປັນທີ່ສຸດຕໍ່ກຳລັງປ້ອງກັນຄວາມສະ ຫງົບ ສະເພາະກົດໝາຍສະບັບນີ້ໄດ້ກຳນົດ ລະອຽດກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ໃນແຕ່ລະຂັ້ນ ລວມທັງວຽກງານນະໂຍບາຍຕ່າງໆ; ສຳລັບກຳລັງປ້ອງກັນຄວາມ ສະຫງົບປະຊາ ຊົນ ເພື່ອໃຫ້ຄວາມສະດວກ, ຮັບປະກັນຄວາມຖືກຕ້ອງ ແລະ ເປັນເອກະພາບກັນທັງເປັນບ່ອນອີງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະເຫຼົ່າຣົບວິຊາສະເພາະໃນທົ່ວກຳລັງປ້ອງກັນ ຄວາມສະຫງົບ ເພື່ອເຮັດໃຫ້ກຳລັງ ປກສ ຫັນເຂົ້າສູ່ການຄຸ້ມຄອງຂອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ກົດ ໝາຍວ່າດ້ວຍກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ສະບັບ ປັບປຸງນີ້ ປະກອບມີ 9 ພາກ, 6 ໝວດ ແລະ 55 ມາດຕາ, ທີ່ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວ ກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ, ເພື່ອໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດ ຕັ້ງ, ມີລະບຽບວິໄນເຂັ້ມງວດເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນເອົາເນື້ອໃນຂອງກົດໝາຍ ແລ້ວ ນຳໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ຮັບປະກັນໃຫ້ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ.

ໂອກາດດຽວກັນ, ຮອ ນາງ ກາວອນ ອິນສີສຸກ ຮອງພະແນກການເມືອງ ກອງບັນຊາການ ປກສ ເມືອງອະນຸວົງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ບຸກຄົນທີ່ມີຜົນງານດີເດັ່ນສະບັບເລກທີ 396/ຈມ.ອວ ເພື່ອເປັນການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄືເມືອງອະນຸວົງໄດ້ຕົກລົງມອບໃບຍ້ອງຍໍ ມີ 625 ສະຫາຍ ຍິງ 205 ສະຫາຍ ແລະ ກົມກອງ ລວມໝູ່ 10 ກົມກອງ, ໃບຊົມເຊີຍ 168 ສະຫາຍ ຍິງ 31 ສະຫາຍ ແລະ ໃບຂອບໃຈ 76 ສະຫາຍ ຍິງ 25 ສະຫາຍ.