ກະຊວງໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ: ການຊົດເຊີຍຄືນທີ່ດິນ, ສິ່ງປຸກສ້າງ ແລະອື່ນໆ ທີ່ຖືກໂຄງການກໍ່ສ້າງລາວ-ຈີນ ກະຊວງການເງິນ ຈະສູ້ຊົນເບີກຈ່າຍເງິນຄ່າຊົດເຊີຍເລີ່ມຈັດຕັ້ງປະຕິບັດໃນທ້າຍເດືອນມິຖຸນາ 2018 ນີ້.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຄະນະໄກ່ເກ່ຍໄດ້ລົງສົມທົບກັບເຈົ້າຂອງທີ່ດິນ ແລະ ສິ່ງປູກສ້າງການເກັບກໍາຂໍ້ມູນຕາມພື້ນທີ່ທີ່ຜູ້ຮັບເໝົາໄດ້ປັກຫຼັກໝາຍກໍານົດຂອບເຂດເພື່ອການກໍ່ສ້າງ ເຊັ່ນ: ທາງລົດໄຟ, ໂຮງງານ, ຈຸດຕັ້ງແຄັມຂອງທີ່ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງ, ຫ້ອງການເຮັດວຽກ, ຫ້ອງທົດລອງ, ສະຖານີລົດໄຟ, ເສົາໄຟຟ້າ, ນໍ້າປະປາ ແລະ ສິ່ງກີດຂວາງອື່ນໆ ທີ່ຕິດພັນກັບກິດຈະກໍາກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ. ຈັດລຽງເປັນສາລະບານລາຍການສິ່ງກີດຂວາງ ເຊັ່ນ: ທີ່ດິນປຸກສ້າງ, ຜົນລະປູກ ແລະອື່ນໆ ແລ້ວຄົ້ນຄວ້າຄິດໄລ່ລາຄາຫົວໜ່ວຍຄ່າຊົດເຊີຍ ຕາມລາຍການທີ່ຈະຕ້ອງໄດ້ຊົດເຊີຍທັງໝົດ, ພາຍຫຼັງຄະນະໄກເກ່ຍຂອງແຕ່ລະແຂວງ ແລະ ນະ ຄອນຫຼວງໄດ້ຄິດໄລ່ສໍາເລັດແລ້ວ ໄດ້ເປີດກອງປະຊຸມປຶກສາຫາລືລະຫວ່າງ ຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ຄະນຊີ້ນໍາການໄກ່ເກ່ຍນະຄອນຫຼວງ ແລະ ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ ໄດ້ເປັນເອກະພາບກັນສັງລວມສຸດທ້າຍ ທັງໝົດມີ 242 ລາຍການ. ຈາກນັ້ນ, ຄະນະຄຸ້ມຄອງໂຄງການ ກໍໄດ້ມອບໃຫ້ຄະນະວິຊາການພະແນກທີ່ກ່ຽວຂ້ອງ ເຊັ່ນ: ພະແນກ ຍທຂ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ ແລະ ນະຄອນຫຼວງ ເອົາລາຄາທີ່ຄະນະໄກ່ເກ່ຍແຂວງ ແລະ ນະຄອນຫຼວງ ປະເມີນໃນເບື້ອງຕົ້ນນັ້ນ ມາຄິດໄລ່ຄືນຕາມລາຄາຫົວໜ່ວຍທີ່ນິຕິກໍາກໍານົດ ເພື່ອສົມທຽບຄືນໃຫ້ຮູ້ວ່າລາຄາຕໍ່າ ຫຼື ສູງ ຫຼື ເທົ່າກັນເພື່ອເຮັດໃຫ້ລາຄາສົມເຫດສົມຜົນ ໂດຍຖືເອົາ 3 ບ່ອນອີງມາສົມທຽບ ຄື: ອີງໃສ່ລາຄາຊົດເຊີຍໃຫ້ບັນດາໂຄງການທີ່ຈັດຕັ້ງປະຕິບັດຜ່ານມາໃນເຂດໃກ້ຄຽງ, ດໍາລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນຈາກໂຄງການພັດທະນາຂອງລັດຖະບານ, ຄໍາແນະນໍາຂອງ ລມຕ ປະຈໍາ ສນຍ ຫົວໜ້າຄຸ້ມຄອງທີ່ດິນແຫ່ງຊາດວ່າດ້ວຍລະບົບປະເມີນມູນຄ່າທີ່ດິນ, ດໍາລັດວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນຈາກໂຄງການພັດທະນາ ແລະ ການກໍານົດລາຕາຫົວໜ່ວຍສິ່ງປຸກສ້າງຂອງກົມ-ຜັງເມືອງ ກະຊວງ ຍທຂ. ນອກນີ້, ອີງໃສ່ລາຄາທີ່ຊື້ຂາຍຕົວຈິງຢູ່ແຕ່ລະທ້ອງຖິ່ນກ່ອນມີໂຄງການກໍ່ສ້າງລົດໄຟເກີດຂຶ້ນ ໂດຍສະເພາະແມ່ນລາຄາທີ່ດິນ.

ພາຍຫຼັງໄດ້ມີການຄິດໄລ່ສົມທຽບຄືນ ແລະ ປັບປຸງໃຫ້ສົມເຫດສົມຜົນແລ້ວ, ໄດ້ມອບໃຫ້ຄະນະກໍາມະການໄກເກ່ຍຢູ່ຂັ້ນແຂວງ, ນະຄອນຫຼວງປະຊຸມປຶກສາຫາລືກັນຄືນກັບເຈົ້າຂອງຜູ້ຖືກຜົນກະທົບ ເພື່ອເປັນເອກະພາບກັນ, ຄະນະຊີ້ນໍາໂຄງການລົດໄຟ ລາວ-ຈີນ ໄດ້ປະຊຸມກັບຄະນະຊີ້ນໍາຂັ້ນແຂວງ ເພື່ອຫາລືບັນດາລາຍການທີ່ມີລາຄາຫົວໜ່ວຍແຕກໂຕນກັນຫຼາຍ, ໂດຍສະເພາະແມ່ນທີ່ດິນຢູ່ແຂວງອຸດົມໄຊ ສູງກວ່າລາຄາຢູ່ແຂວງຫຼວງພະບາງ ແລະ ຫຼວງນໍ້າທາ, ສ່ວນແຂວງວຽງຈັນ ແພງກວ່າ ນະຄອນຫຼວງວຽງຈັນ. ຜ່ານການປຶກສາຫາລືໄດ້ອະທິບາຍເຫດຜົນ ແລະ ຈຸດທີ່ຕັ້ງຂອງດິນໃຫ້ຊາບ ແລະ ຕົກລົງກັນແບ່ງເປັນສອງກຸ່ມຄື: ລະຫວ່າງແຂວງທີ່ມີທີ່ດິນແຕກຕ່າງກັນ, ປັດຈຸບັນໄດ້ຈັດຕັ້ງປະຕິບັດ 8 ຂັ້ນຕອນນັ້ນ ແມ່ນສໍາເລັດແລ້ວ ໂດຍແມ່ນສະພາປະຊາຊົນຂັ້ນແຂວງ-ນະຄອນຫຼວງວຽງຈັນ ຮັບຮອງເອົາລາຄາຫົວໜ່ວຍຄ່າຊົດເຊີຍທັງໝົດແລ້ວ.

ສໍາລັບການຄິດໄລ່ມູນຄ່າຊົດເຊີຍສິ່ງກີດຂວາງທັງໝົດທີ່ສັງລວມໄດ້ຈາກຄະນະກໍາມະການໄກ່ເກ່ຍຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ການຄິດໄລ່ມູນຄ່າການກໍ່ສ້າງທາງເຊື່ອມຕໍ່ເຂົ້າ 11 ສະຖານີ ທີ່ລັດຖະບານ ສປປ ລາວ ຮັບຜິດຊອບຄິດເປັນມູນຄ່າທັງໝົດ 2.492 ຕື້ກວ່າກີບ; ເພື່ອຮັບປະກັນການຈັດຕັ້ງປະຕິບັດຄ່າຊົດເຊີຍໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ຄະນະຊີ້ນໍາໂຄງການເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ກໍານົດລະບຽບການກ່ຽວກັບການເບີກຈ່າຍຄ່າຊົດເຊີຍ, ໂດຍສ້າງເປັນຄູ່ມືຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການເບີກຈ່າຍໃຫ້ຮັດກຸມ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນຮັບຮອງເອົາປື້ມຄູ່ມືດັ່ງກ່າວ, ຫຼັງຈາກນັ້ນຄະນະຄຸ້ມຄອງໂຄງການ ໄດ້ນໍາເອົາຜົນສະຫຼຸບກອງປະຊຸມດັ່ງກ່າວມາສະເໜີຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະຊີ້ນໍາໂຄງການ, ຜ່ານການຄົ້ນຄວ້າຄະນະຊີ້ນໍາໂຄງການໄດ້ເຫັນດີຮັບຮອງເອົາຮ່າງປື້ມຄູ່ມືດັ່ງກ່າວນໍາສະເໜີກະຊວງການເງິນ. ມາໃນວັນທີ 10 ພຶດສະພາ 2018 ໄດ້ເປີດກອງປະຊຸມລະຫວ່າງຄະນະຄຸ້ມຄອງ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ກົມຄັງເງິນ, ກະຊວງການເງິນ ແລະ ຄະນະອໍານວຍ ການບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເປັນເອກະພາບກັນ ແລະ ກະຊວງການເງິນ ຈະເລີ່ມເບີກຈ່າຍໄດ້ເລີ່ມຄົ້ນຄວ້າຈັດຕັ້ງປະຕິບັດມາໃນທ້າຍເດືອນມິຖຸນາ 2018 ນີ້.

ການຈັດສັນບູລິມະສິດຄ່າຊົດເຊີຍ ປັດຈຸບັນຄະນະກໍາມະການໄກ່ເກ່ຍຂອງ ນວ ແລະ ບັນດາແຂວງ ຕ້ອງປະກອບເອກະສານ: ບັນຊີບຸກຄົນທີ່ຖືກຜົນກະທົບປະກອບມີ ຊື່ ແລະ ນາມສະກຸນຂອງຜູ້ຖືກກະທົບ, ເນື້ອທີ່ດິນ, ສິ່ງປຸກສ້າງ, ຜົນລະປູກທີ່ຖືກກະທົບ, ບັນຊີຈໍານວນເງິນທີ່ຕ້ອງເບີກຈ່າຍໃຫ້ຜູ້ຖືກຜົນກະທົບທັງໝົດຈະຕ້ອງເຊັນຢັ້ງຢືນຮັບຜົນກະທົບ, ນາຍບ້ານ, ຄະນະຈົນໄກ່ເກ່ຍຂັ້ນເມືອງ, ບໍລິສັດຈົນຜູ້ຮັບເໝົາ, ທາງລົດໄຟຟ້າຂອງໂຄງການ) ແລະ ຜູ້ເຊັນສະເໜີອະນຸມັດເບີກຈ່າຍສຸດທ້າຍ ແລະ ການຈັດບັນຊີບູລິມະສິດການເບີກຈ່າຍແມ່ນບັນຊີຈັດອັນດັບບຸກຄົນ ຫຼື ນິຕິບຸກຄົນທີ່ມີຄວາມຈໍາເປັນຕ້ອງໄດ້ເບີກຈ່າຍໄວ້ກ່ອນ ເປັນຕົ້ນແມ່ນຜູ້ຖືກແລວທາງທີ່ຈະລົງມືກໍ່ສ້າງດ່ວນ ເພື່ອເຮັດໃຫ້ການເບີກຈ່າຍຕາມຄວາມສາມາດຕົວຈິງຂອງແຫຼ່ງທຶນທີ່ຈະເບີກຈ່າຍໃນແຕ່ລະງວດ ແລະ ວິທີຈັດບູລິມະສິດແມ່ນປະຕິບັດຕາມເງື່ອນໄຂດັ່ງນີ້ ພື້ນທີ່ຕ້ອງການຮີບດ່ວນເພື່ອການກໍ່ສ້າງໃຫ້ທັນກັບແຜນການທີກໍານົດໄວ້, ຜູ້ຖືກກະທົບທີ່ຈໍາເປັນຕ້ອງແກ້ໄຂຢ່າງຮີບດ່ວນ ເຊັ່ນ: ເງິນຄ່າເຂົ້າ ສໍາລັບດິນນາບໍ່ສາມາດທໍາການຜະລິດ, ເງິນຄ່າເຊົ່າເຮືອນຢູ່ໃຫ້ແກ່ຜູ້ທີ່ທາງໂຄງການກໍາລັງສ້າງເຮືອນທົດແທນໃຫ້ບໍ່ທັນສໍາເລັດ, ຕ້ອງຈ່າຍໃຫ້ຈົນກວ່າການກໍ່ສ້າງເຮືອນຈະຕ້ອງສໍາເລັດ, ສາມາດເຂົ້າໄປຢູ່ໄດ້ ແລະ ອື່ນໆທີ່ຈໍາເປັນ.